ຮູ້ໄວ້! ພະຍາດ ລໍາປີ ສກິນ ດີຊິດສ ອັນຕະລາຍຕໍ່ສັດລ້ຽງ ຕ້ອງປ້ອງກັນເພາະບໍ່ມີຢາປົວໂດຍກົງ

    0
    239

    ສຶກສາແນວທາງ ການປີ່ນປົວຮັກສາ ແລະ ອາການຂອງພະຍາດ ລໍາປີ ສກິນ ດີຊິດສ (Lumpy Skin Disease).

    ເນື່ອງຈາກພະຍາດ ລຳປີ ສກິນ ເປັນພະຍາດເກີດໃຫ່ມໃນບ້ານເຮົາ ແລະ ເກີດຈາກການຕິດເຊື້ອ ໄວຣັດ ຈື່ງບໍ່ມີຢາປີ່ນປົວໂດຍກົງ ແຕ່ຈະເປັນການຮັກສາຕາມອາການ ແລະ ການບຳລຸງຮ່າງກາຍໃຫ້ສັດມີສຸຂະພາບແຂງແຮງ ໂດຍເນັ້ນວີທີການປ້ອງກັນການຕິດເຊື້ອແບັກທີເຣຍແຊກຊ້ອນໃນອະໄວຍະວະທີ່ມີເຊວເນື້ອເຍື່ອບຸຜິວ (Epithelial cell) ເຊັ່ນ ບາດແຜທີ່ຜີວໜັງ ແລະ ລະບົບທາງເດີນຫາຍໃຈ ເປັນສໍາຄັນ.

    ເຊິ່ງການຮັກສາຈັດເປັນເຄດ ແລະ ຂື້ນຢູ່ກັບການປະເມີນທີຖືກຕ້ອງ ໂດຍສະຫຼຸບແນວທາງການຮັກສາ ການປິ່ນປົວພະຍາດນີ້ ຈະເປັນການຮັກສາຕາມອາການ ເຊີ່ງອາການຂອງສັດແຕ່ລະໂຕມີຄວາມແຕກຕ່າງກັນ ແລະ ສາມາດແບ່ງການປີ່ນປົວຮັກສາໄດ້ເປັນ 4 ໄລຍະຕາມອາການດັ່ງຮູບລຸ່ມນີ້:

    ໄລຍະທີ 1 ມີໄຂ້ຂື້ນສູງ ງົວ ຈະຊືມ ເລີ່ມເບື່ອອາຫານ ອາດມີນໍໍ້າຕາ ແລະ ນໍ້າມູກໄຫຼເລັກນ້ອຍ ໂດຍມັກຈະເຫັນໃນໄລຍະ1-2 ວັນທໍາອິດກ່ອນ ຫຼື ພ້ອມໆກັບການເຫັນວ່າສັດມີຕຸ່ມຂື້ນຕາມຜິວໝັງ ແຕ່ສັດປວດບາງບ່ອນ ອາດສັງເກດບໍ່ເຫັນໃນໄລຍະນີ້.

    ການປີ່ນປົວຮັກສາ ໄລຍະທີ 1 (ເລີ່ມສະແດງອາການ ມີໄຂ້ ມີຕຸ່ມເລັກນ້ອຍ) ໃຫ້ຢາຕ້ານການອັກເສບຊະນິດບໍ່ໃຊ້ສະເຕີຍຮອຍ(Non-steroidal Anti-inflammatory drugs; NSAIDs) ທີ່ເນັ້ນອອກລິດຫຼຸດໄຂ້ ເຊັ່ນ Dipyrone ຫຼື Tolfenamic acid ຫຼື Flunixin meglumine ໃຫ້ວິຕາມິນເພື່ອບໍາລຸງໃຫ້ສັດແຂງແຮງໂດຍສະເພາະເປົ້າໝາຍເຊວເນີ້ອເຍື່ອບຸຜິວ ເຊັ່ນ ວິຕາມິນAD3E ແບບສັກ ຫຼື ພິຈາລະນາໃຫ້ວິຕາມິນ ແລະ ແຮ່ທາດແບບກິນ.

    ໄລຍະທີ 2 ມີຕຸ່ມທີ່ຜິວໜັງ ມີຕ່ອມນໍ້າເຫຼືອງໃຕ້ຜິວໜັງບວມ ມີຕຸ່ມແຂງນູນຂື້ນລັກສະນະຄ້າຍຝີຂະໝາດແຕກຕ່າງກັນ ທີ່ຜິວໜັງທຸກຊັ້ນ ແລະ ບາງເທື່ຶອອາດເຫັນເລິກລົງໄປຈົນເຖີງກ້າມຊີ້ນ ຄວາມຮຸນແຮງຂອງອາການຈະຂື້ນຢູ່ກັບການໄດ້ຮັບປະລິມານການຕິດເຊື້ອ ຄວາມແຂງແຮງຂອງສັດ ແລະ ສາຍພັນບາງໂຕເຫັນອາການບວມນ້ຳທີ່ບໍລິເວນລຳຄໍ.

    ສາເຫດຈາກຫຼອດເລືອດອັກເສບ (Vasculitis) ຫຼື ການກົດທັບຂອງຕຸ່ມທີ່ຜິວໜັງ ຫຼື ຕ່ອມນ້ຳເຫຼືອງທີ່ບວມ ໃນລູກສັດມັກຈະແດງອາການຫຼາຍກວ່າສັດໃຫຍ່ ແລະ ອາດມີພາວະແຊກຊ້ອນຂອງລະບົບທາງເດິນຫາຍໃຈ ສຳລັບຄວາຍ ຈະເຫັນເປັນຕຸ່ມນ້ອຍໆ ຊື່ງສັງເກດໄດ້ຢາກ ເນື່ອງຈາກຄວາຍມີຜິວໜັງໝາໂດຍອາການໄລຍະທີ 2 ສະແດງຄືຮູບທີ 1 (ສະແດງອາການໃນໄລຍະທີ 2 ງົວມີຕ່ອມນ້ຳເຫຼືອງໃຕ້ຜິວໜັງບວມ ມີຕຸ່ມນູນແຂງຂື້ນທີ່ຜິວໜັງຊື່ງມີລັກສະນະຄ້າຍຝື

    ການປີ່ນປົວຮັກສາ ໄລຍະທີ: 2 (ມີຕຸ່ມທີ່ຜິວໜັງຫຼາຍຂື້ນ) ໃຫ້ຢາກຸ່ມ NSAIDs ທີ່ເນັ້ນລົດການອັກເສບ ເຊັ່ນ Tolfenamic acid ຫຼຶ Flunixin meglumine ແລະອາດພິຈາລະນາໃຫ້ຮ່ວມໃນການຮັກສາກໍລະນີລູກສັດທີ່ສະແດງອາການທາງເດີນຫາຍໃຈ; ໃຫ້ວິຕາມິນເພື່ອບຳລຸງໃຫ້ສັດແຂງແຮງໂດຍສະເພາະອະໄວຍະວະເປົ້າໝາຍທີ່ມີເຊວເນື້ອເຍື່ອບຸຜິວ ເຊັ່ນວິຕາມິນ AD3E ແບບສັກ ຫຼື ພິຈາລະນາໃຫ້ວິຕາມິນ ແລະ ແຮ່ທາດແບບກິນ; ກໍລະນີ ລູກງົວ ຫຼື ງົວທີ່ມີອາການທາງເດີນຫາຍໃຈ ບວມທີ່ຄໍ ຫາຍໃຈລຳບາກ ແລະ ມີລັກສະນະບົງບອກວ່າມີການຕິດເຊື້ອແບັກທິເຣຍແຊກຊ້ອນ ອາດພິຈາລະນາເລືອກໃຊ້ຢາຕ້ານເຊື້ອທີ່ອອກລິດໄດ້ດີໃນລະບົບທາງເດີນຫາຍໃຈເຊັ່ນ ຢາຕ້ານເຊື້ອກຸ່ມ Cephalosporin

    ໄລຍະທີ 3 ຕຸ່ມທີ່ຜິວໜັງແຕກ ຕຸ່ມນູນທີ່ຜິວໜັງແຕກໂດຍເລີ່ມສັງເກດເຫັນມີນ້ຳເຫຼືອງໄຫຼຊືມຈາກຕຸ່ມ ມີສະເກັດໝາເມື່ອມີຕຸ່ມແຕກຈະເປັນແຜຫລຸມ ມີຂອບນູນສູງ ຊື່ງໄລຍະເວລາການແຕກຂອງຕຸ່ມຜິວໜັງຈະບໍ່ພ້ອມກັນ ໄລຍະທີ່ເຫັນຂອບຕຸ່ມສີດຳເຫັນໄດ້ໃນໄລຍະເວລາປະມານ 1 ອາທິດຈະເກີດເປັນສະເກັດແຜຂື້ນ ແຕ່ໃນບາງໂຕ ທີ່ເຫັນຕຸ່ມມີຂະໝາດໃຫຍ່ອາດເຫັນສະເກັດຢູ່ໄດ້ດົນເຖີງ 1-3 ອາທິດຈະເກີດເປັນສະເກັດແຜຂື້ນແຕ່່ໃນບາງໂຕທີ່ເຫັນຕຸ່ມມີຂະໝາດໃຫຍ່ອາດຈະເຫັນວ່າສະເກັດຢູ່ໄດ້ດົນເຖີງ1-2ເດືອນ ໂດຍສະແດງໃນຮູບທີ່ 2 (ສະແດງອາການໄລຍະທີ 3 ເຫັນຕຸ່ມນູນບໍລິເວນຜິວໝັງຊື່ງເລີ່ມແຕກເປັນແຜຫລຸມ).

    ການປີ່ນປົວຮັກສາ ໄລຍະທີ: 3 (ຕຸ່ມທີ່ຜິວໜັງແຕກ) ໃຫ້ຢາຕ້ານເຊື້ອທີ່ອອກລິດກວ້າງ ແລະ ອອກລິດໄດ້ດີທີ່ຜິວໜັງເຊັ່ນ ກຸ່ມ Penicillin; ຢາຂ້າເຊື້ອສະເພາະທີ່ ແລະ ຢາປ້ອງກັນແມງວັນຕອມ ວ່າງໄຂ່ໃສ່ບາດແຜເຊັ່ນ ການໃຊ້ Gentian violet ຮ່ວມກັບຢາຜົງໂຮ່ຍແຜປ້ອງກັນແມງວັນ ຫຼື ຢາສະໜູມໄພທາບໍລິເວນຕຸ່ມຕາມໂຕສັດ; ໃຫ້ຢາກຸ່ມ NSAIDs ທີ່ເນັ້ນລິດລົດການອັກເສບເຊັ່ນ Tolfenamic acid ຫຼື Flunixin meglumine ກໍລະນີ ລູກສັດມີອາການທາງເດີນຫາຍໃຈ ອາດພິຈາລະນາໃຫ້ຢາລົດການອັກເສບ Flunixin meglumine (ເພື້ອຊ່ວຍລົດຜົນກະທົບຈາກ endotoxin ຈາກການຕິດເຊື້ອແບກທິເຮຍ).

    ໃຫ້ວິຕາມິນເພື່ອບຳລຸງໃຫ້ສັດແຂງແຮງ ໂດຍສະເພາະອະໄວຍະວະເປົ້າໝາຍທີ່ມີເຊວເຍື່ອບຸເຊັ່ນ AD3E; ກໍລະນີລູກງົວ ຫຼື ງົວທີ່ມີອາການທາງເດິນຫາຍໃຈ ບວມທີ່ຄໍ ຫາໃຈລຳບາກ ແລະ ມີລັກສະນະບົງຊີ້ວ່າມີການຕິດເຊື້ອແບກທິເຮຍແຊກຊ້ອນ ອາດພິຈາລະນາເລືອກ ໃຊ້ປະຕິຊີວະນະທີ່ອອກລິດໄດ້ດີທາງລະບົບທາງເດິນຫາຍໃຈເຊັ່ນ Cephalosporin

    ໄລຍະທີ 4 ແຜຕຸ່ມເລີ່ມຫາຍດີ ເປັນໄລຍເລີ່ມມີການຫາຍດີຂອງແຜ ວົງແຜຈະແຄບລົງ ແລະ ຕື້ນຂື້ນຈົນປິດຊະນິດ ແລະ ສີຂົນອາດປ່ຽນໄປໃນຊ່ວງທຳອິດ ໂດຍຫາກສັດເຂົ້າສູ່ໄລຍະນີ້ມີຄວາມເປັນໄປໄດ້ວ່າສັດໄດ້ຮັບເຊື້ອ ແລະ ສະະແດງອາການມາແລ້ວບໍ່ຕ່ຳກວ່າ 1 ເດືອນ ໂດຍສະແດງໃນຮູບທີ 3 (ສະແດງອາການໃນໄລຍະທີ່4 ຕຸ່ມນູນທີ່ຜິວໜັງລືມ ແຜແຄບລົງ ຈົນປິດສະນິດ ແລະ ເຫັນມີຂົນໃນໄລຍະຕໍ່ມາທີ່ແຜຫາຍດີ.

    ການປີ່ນປົວຮັກສາ ໄລຍະທີ 4 (ແຜຕຸ່ມເລີ່ມດີຂື້ນ) ໃຫ້ຢາຂ້າເຊື້ອສະເພາະທີ່ ແລະ ຢາປ້ອງກັນແມງວັນຕອມວາງໄຂ່ທີ່ບໍລິເວນແຜເຊັ່ນ ການໃຊ້ Gentian violet ຮ່ວມກັບຢາຜົງໂຮຍແຜປ້ອງກັນແມງວັນ ຫຼື ຢາສະໜູນໄພທາໃສ; ໃຫ້ວິຕາມິນAD3E ແລະ ກໍລະນີແມ່ພັນທີ່ໃກ້ຫາຍແລ້ວໃຫ້ແຮ່ທາດຊີລີເນີຍເພື່ອຊ່ວຍເສີມສຸຂະພາບຂອງລະບົບສືບພັນ ແລະ ການເຮັດວຽກຂອງເມັດເລືອດຂາວ.

    ໝາຍເຫດ: ແນວໃດກໍ່ຕາມການປີ່ນປົວຮັກສາໃຫ້ຄວນລະວັງຜົນຂ້າງຄຽງ ແລະ ຈຸດປະສົງຂອງຢາແຕ່ລະຊະນິດ ໂດຍສະເພາະຢາກຸ່ມ NSAIDs ການໃຊ້ຕິດຕໍ່ກັນດົນໆຈະກໍ່ໃຫ້ເກີດຄວາມລິຄາຍເຄືອງໃນທາງເດິນອາຫານ ແລະ ເປັນອັນລາຍຕໍ່ຕັບ ແລະ ໄຕ ລວມຂໍ້ຈຳກັດຕໍ່ຕັບ ແລະໄຕ ລວມທັງຂໍ້ຈຳກັດການໃຊ້ Tolfenamic acid ໃນສັດອາຍຸນ້ອຍ ແລະ ບໍ່ຄວນໃຊ້ໃນສັດທ້ອງ ແລະ ໃຫ້ມີການງົດໃຫ້ນົມ ຫຼື ບໍລິພວກສັດຕາມໄລຍະການຕົກຄ້າງຂອງຢາໃນເອກະສານກຳກັບຢາ