ບົດບາດໂຮງຮຽນທິດສະດີການເມືອງກອງທັບ ກັບການກໍ່ສ້າງກໍາລັງປະກອບອາວຸດ ຂອງກອງທັບປະຊາຊົນລາວ ໃນຊຸມປີຕໍ່ໜ້າ

    0
    30

    ກອງທັບເຮົາກຳເນີດຂຶ້ນ ມັນໄດ້ຕິດພັນກັບຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ກອງທັບເຮົາໄດ້ຮັບການປັບປຸງທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບ, ລະບົບໂຮງຮຽນ ແລະ ວິທະຍາຄານການທະຫານໃນກອງທັບ ກໍນັບມື້ໄດ້ຮັບການປັບປຸງ ເພື່ອຍົກລະດັບການທະຫານໃນ 3 ປະເພດກໍາລັງ ໃຫ້ມີລະດັບສູງຂື້ນເລື່ອຍໆ. ນັບແຕ່ມື້ສ້າງຕັ້ງໃນໄລຍະທຳອິດ ກອງທັບເຮົາແມ່ນບໍ່ທັນມີໂຮງຮຽນ ແລະ ລະບົບໂຮງຮຽນໃດໆ ຍ້ອນຢູ່ໃນສະພາບແວດລ້ອມຂອງສົງຄາມ. ຍ້ອນການເບິ່ງກວ້າງມອງໄກຂອງປະທານ ໄກສອນ ພົມວິຫານ ໄດ້ມີແນວຄິດລິເລີ່ມໄຂຊຸດຝຶກອົບຮົມ ໃຫ້ພະນັກງານຫຼັກແຫຼ່ງແກ່ນສານ ກ່ຽວກັບທາງດ້ານການເມືອງ-ການທະຫານໄລຍະສັ້ນ, ມີຫຼາຍເອກະສານຝຶກອົບຮົມ ແມ່ນເພິ່ນເປັນຜູ້ຂຽນ ແລະ ຂຶ້ນຫ້ອງອົບຮົມໂດຍກົງ ເຊັ່ນ: ແນວທາງການປະຕິວັດຊາດປະຊາທິປະໄຕ, ກົນລະຍຸດສູ້ຮົບແບບສົງຄາມກອງຫຼອນ, ຍຸດທະວິທີກອງຫຼອນ… ໄປຄຽງຄູ່ກັບໜ້າທີ່ສູ້ຮົບ, ກໍ່ສ້າງຮາກຖານການເມືອງ ບັນດາກົມກອງ ກໍ່ໄດ້ດໍາເນີນການຈັດຕັ້ງຮໍ່າຮຽນກັບທີ່, ສຶກສາອົບຮົມການເມືອງແນວຄິດ, ສຶກສາອົບຮົມນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ, ມີມານະຈິດປະຕິວັດ, ຮ່ຳຮຽນ ສິລະປະຍຸດ, ຍຸດທະວິທີ ເພື່ອຍົກສູງຄວາມສາມາດສູ້ຮົບ ແລະ ຄວາມຕັດສິນໃຈເຮັດການປະຕິວັດສຸດກົກສຸດປາຍ, ສູ້ຮົບຢ່າງເດັດດ່ຽວພິລະອາດຫານເດັດຂາດມີໄຊ, ຜູ້ບັນຊາການກົມກອງໄດ້ມີຫົວຄິດປະດິດສ້າງ ຊອກທຸກວິທີເພື່ອອົບຮົມໃຫ້ນາຍ ແລະ ພົນທະຫານ ຮູ້ນໍາໃຊ້ອາວຸດພື້ນເມືອງ ເຊັ່ນ: ໃຊ້ຂວາກ, ຫ້າວ, ຫຼາວແຫຼມ, ໜ້າໜ້ອງ, ປືນແກັບ, ປືນເພີງ… ສົມທົບຫັດແອບນໍາໃຊ້ອາວຸດເຄິ່ງທັນສະໄໝ ແລະ ທັນສະໄໝ ທີ່ຍຶດໄດ້ຈາກສັດຕູ.

    ອົບຮົມວິທີ ການເຄື່ອນໄຫວສູ້ຮົບແບບກອງຫຼອນ, ສະກັດລັດຕີ, ຫຼອນຕີບັນທອນກໍາລັງຂອງສັດຕູອອກເປັນແຕ່ລະພາກສ່ວນ ແລະ ກ້າວໄປດັບສູນກ້ຽງ. ກ່ຽວກັບຕຳລາຫຼັກສູດອົບຮົມຫັດແອບ ແມ່ນເອົາການເພິ່ງຕົນເອງກຸ້ມຕົນເອງ, ຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ຫັນເປັນຕຳລາຫຼັກສູດສິດສອນໃຫ້ນາຍ ແລະ ພົນທະຫານ ໃນແຕ່ລະໄລຍະຂອງການປະຕິວັດ ແທດເໝາະກັບການສູ້ຮົບຕົວຈິງ. ຜ່ານພຶດຕິກຳຕົວຈິງໄດ້ຢັ້ງຢືນໃຫ້ເຫັນວ່າ: ບົດບາດ ແລະ ຄຸນປະໂຫຍດວຽກງານສຶກສາອົບຮົມຫັດແອບ ໄດ້ສົ່ງຜົນກະທົບທາງບວກ ໃຫ້ແກ່ພາລະກິດຕໍ່ສູ້ຕ້ານກັບການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນໃນເວລານັ້ນ. ເຖີງວ່າໂຮງຮຽນບໍ່ທັນໄດ້ມີກໍຕາມ, ແຕ່ໝາກຜົນຂອງການອົບຮົມຫັດແອບ ກໍ່ສາມາດສ້າງໄດ້ແນວຄິດຮັກຊາດ, ນໍ້າໃຈຄຽດແຄ້ນສັດຕູ, ພະນັກງານມີລະດັບຄວາມສາມາດບັງຄັບບັນຊາ, ມີຄວາມຮູ້ຄວາມສາມາດທາງດ້ານສິລະປະຍຸດ, ຍຸດທະວິທີໃນລະດັບອັນແນ່ນອນ ແທດເໝາະກັບລະດັບການສູ້ຮົບຂອງແຕ່ລະໄລຍະ. ກອງປະຊຸມໃຫຍ່ຄັ້ງ ທີ I ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນ ໃນວັນທີ 22 ມີນາ 1955, ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາການກໍ່ສ້າງກຳລັງທຸກດ້ານ, ນັບແຕ່ອົງການເຖີງຮາກຖານ ພິເສດແມ່ນຊີ້ນຳໂຮງຮຽນກໍ່ສ້າງນາຍທະຫານໃນກອງທັບລາວອິດສະຫຼະໃຫ້ເຕີບໃຫຍ່ເຂັ້ມແຂງເພື່ອຕອບສະໜອງ ກັບໜ້າທີ່ຍຸດທະສາດຂອງການປະຕິວັດໃນແຕ່ໄລຍະ. ມາເຖິງວັນທີ 18 ມິຖຸນາ 1955, ໂຮງຮຽນຫຼັງທຳອິດຂອງກຳລັງປະກອບອາວຸດປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີຊື່ວ່າ “ ກົມມະດຳ “ ໂຮງຮຽນ ການທະຫານ ໄດ້ມີຜົນງານໃນການກໍ່ສ້າງ ແລະ ບຳລຸງນາຍທະຫານການເມືອງ, ການທະຫານ ເພື່ອຮັບໃຊ້ໜ້າທີ່ສູ້ຮົບໃນເວລານັ້ນ, ໂດຍສືບທອດມູນເຊື້ອຜົນງານໂຮງຮຽນກົມມະດຳພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໄດ້ຈຶ່ງໄດ້ເກີດມີບັນດາໂຮງຮຽນວິທະຍາຄານຕ່າງໆ ເພື່ອຕອບສະໜອງໜ້າທີ່ການເມືອງຂອງກອງທັບເຮົາໃນການປັບປຸງກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ. ເພື່ອຕອບສະໜອງກັບສະພາບການໃນໄລຍະໃໝ່ນີ້, ມາຮອດທ້າຍປີ 2019. ຍ້ອນແນວຄິດສະດຸ້ງໄວຂອງການນຳກະຊວງປ້ອງກັນປະເທດ ໂດຍສະເພາະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ຄະນະນຳກະຊວງປ້ອງກັນປະເທດ ມີຫົວຄິດປະດິດສ້າງ, ມີສາຍຕາເບິ່ງກວ້າງມອງໄກ ຕໍ່ການຂະຫຍາຍຕົວຂອງປະເທດຊາດ ແລະ ການກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນການນຳພາ-ບັນຊາສູ້ຮົບ ແລະ ສູ້ຮົບມີໄຊ. ດັ່ງນັ້ນ, ມາຮອດວັນທີ 22 ພຶດສະພາ 2019 ໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ກໍໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ.

    ນີ້ແມ່ນເຫດການໜຶ່ງ ທີ່ມີຄວາມສຳຄັນຂອງກອງທັບເຮົາ , ການສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ມັນມາຈາກບັນດາປັດໄຈພາວະວິໄສ ແລະ ອັດຕະວິໄສ, ປັດໄຈພາວະວິໄສນັ້ນ, ກໍ່ແມ່ນມາຈາກຫຼັກມູນທິດສະດີ ມາກ-ເລນິນ ວ່າດ້ວຍສົງຄາມ ແລະ ກອງທັບ. ເຫງົ້າພະລັງແຮງປ້ອງກັນຊາດທົ່ວປວງຊົນຮອບດ້ານ ຊຶ່ງໃນນັ້ນ ເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ແມ່ນບັນຫາກົກ, ບັນຫາສະພາບການສາກົນ ກໍມີການຫັນປ່ຽນຢ່າງວ່ອງໄວ, ບັນດາປະເທດຈັກກະພັດ ພວມຊ່ວງເສັງກັນພັດທະນາອາວຸດຍຸດໂທປະກອນ ຊອກຫາຜົນປະໂຫຍດດ້ານເສດຖະກິດ, ການເມືອງ ແລະ ການທະຫານ. ກຳຈັດບີບຮັດບັນດາປະເທດທີ່ຂັດກັບຜົນປະໂຫຍດຂອງພວກເຂົາ, ຄຽງຄູ່ກັນນັ້ນ ກໍເຫັນໄດ້ດ້ານອັດຕະວິໄສ ພາຍໃນກຳລັງປະກອບອາວຸດຖ້າທຽບໃສ່ສະໄໝເຮັດການປະຕິວັດປົດປ່ອຍປະເທດຊາດ ພະນັກງານ-ນັກຮົບແຕ່ລະສະຫາຍໄດ້ທຸ້ມເທ ເຫື່ອແຮງກະທັງຊີວິດ ແມ່ນເພື່ອຊາດເພື່ອປະຊາຊົນ, ແຕ່ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຍາດໄດ້ເອກະລາດ, ພັກນຳພາປະເທດຊາດ ແລະ ປະຊາຊົນເດີນຕາມເສັ້ນທາງສັງຄົມນິຍົມ, ປະຕິບັດກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ. ຍ້ອນຂາດລະດັບຄວາມຮັບຮູ້ທາງດ້ານເສດຖະກິດ-ສັງຄົມ, ຂາດສະຕິລະວັງຕົວ ຈຶ່ງເຮັດໃຫ້ພະນັກງານ-ນັກຮົບ ຈຳນວນໜຶ່ງເສຍທາດຂາດຄຸນ, ແລ່ນນຳຜົນປະໂຫຍດດ້ານເສດຖະກິດ, ຖືຜົນປະໂຫຍດ ສ່ວນຕົວຫຼາຍກວ່າສ່ວນລວມ. ພ້ອມດຽວກັນນັ້ນ ຈັກກະພັດ ແລະ ອິດທິກຳລັງປໍລະປັກ ມີກົນອຸບາຍປະຕິບັດຍຸດທະສາດ ຫັນປ່ຽນໂດຍສັນຕິ ສະພາບການດັ່ງກ່າວ ໄດ້ກະທົບໃສ່ແນວຄິດຈິດຕະສາດຂອງນາຍ ແລະ ພົນທະຫານຢ່າງແຂງແຮງ. ຍ້ອນແນວນັ້ນ, ການສ້າງຕັ້ງໂຮງຮຽນທິດສະດີການເມືອງຂອງກອງທັບ ຈຶ່ງມີບົດບາດອັນສໍາຄັນ ແລະ ຈຳເປັນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງກອງທັບ ກໍຄືລະບອບ ໃໝ່ຂອງພວກເຮົາ. ໂຮງຮຽນທິດສະດີການເມືອງກອງທັບ ມີບົດບາດອັນສໍາຄັນໃນການຖ່າຍທອດສົ່ງຄວາມຮູ້ທາງດ້ານທິດສະດີ ມາກ-ເລນິນ, ວິທະຍາສາດສັງຄົມອື່ນໆ ສ້າງໂລກກະທັດ , ຊີວະທັດປະຕິວັດ ທີ່ຖືກຕ້ອງໃຫ້ແກ່ນາຍ ແລະ ພົນທະຫານ, ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີທາດແທ້ຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີແບບແຜນດຳລົງຊີວິດທີ່ສົດໃສ ແລະ ມີມານະຈິດຝຶກຝົນຕົນເອງ ສະແຫວງຫາຄວາມຮູ້ , ຄວາມກ້າວໜ້າ , ຄົ້ນຄວ້າຮໍ່າຮຽນຍົກລະດັບໃນທຸກດ້ານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ເຄົາລົບລະບຽບກົດໝາຍຂອງພັກ ແລະ ລັດ ຢ່າງເຂັ້ມງວດ.

    ໃນເງື່ອນໄຂພັກເຮົາມີແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ. ການປ່ຽນແປງໃໝ່ທາງດ້ານ ເສດຖະກິດ ໂດຍສະເພາະການປ່ຽນແປງກົນໄກເສດຖະກິດ, ການນຳໃຊ້ກົນໄກເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໂດຍໃຊ້ຊ່ອງວ່າງຂອງກົນໄກເສດຖະກິດຕະຫຼາດ. ຈັກກະພັດ ແລະ ອິດທິກຳລັງປໍລະປັກ ຫວັງມ້າງເພຄວາມສາມັກຄີພາຍໃນ ເຮັດໃຫ້ພາຍໃນມີການຫັນປ່ຽນເປັນບັນຫາຕົ້ນຕໍ, ກົດດັນແຊກແຊງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ, ສາສະໜາ ແລະ ບັນຫາຊົນຊາດ-ຊົນເຜົ່າ ໃຫ້ມີຄວາມແຕກແຍກຄວາມສາມັກຄີພາຍໃນ ໂດຍສະເພາະ ແມ່ນຫວັງແຍກກຳລັງປະກອບອາວຸດອອກຈາກ, ໂຄສະນາທັບຖົມໂຈມຕີ ເປັນເພື່ອເຮັດໃຫ້ສະໜາມຮົບດ້ານແນວຄິດການເມືອງຂອງນາຍ ແລະ ພົນທະຫານ ມີຄວາມເຂັ້ມແຂງເໝືອນດັ່ງເຫຼັກກ້າ ບໍ່ມີອິດທິກຳລັງໃດໆສາມາດມ້າງເພໄດ້. ໂຮງຮຽນທິດສະດີການເມືອງກອງທັບ ໄດ້ກາຍເປັນເປົ້າຮູບຫຼໍ່ທາງດ້ານການເມືອງແນວຄິດຂອງນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ ໃຫ້ກາຍເປັນຜູ້ທີ່ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ລະບອບປະຊາທິປະໄຕປະຊາຊົນ, ມີມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີຫຼັກໝັ້ນຈຳແນກມິດ-ຈຳແນກສັດຕູຈະແຈ້ງ, ເປັນນາຍ ແລະ ພົນທະຫານທີ່ເດັດດ່ຽວໜຽວແໜ້ນ ຕໍ່ສູ້ກັບກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີໃນທຸກຮູບແບບ. ເພື່ອປົກປັກຮັກສາປະເທດຊາດ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ, ເປັນເຈົ້າການສະກັດກັ້ນການຫັນປ່ຽນ ດ້ວຍຕົນເອງຢູ່ພາຍໃນຂອງພວກເຮົາ . ມີຄວາມສະດຸ້ງໄວ ແລະ ມີສະຕິລະວັງຕົວສູງ ບໍ່ຫວັ່ນໄຫວຄອນແຄນຕໍ່ ກົນອຸບາຍ, ເລ່ຫຼ່ຽມ ແລະ ການເຄື່ອນໄຫວຫັນປ່ຽນໂດຍສັນຕິຂອງສັດຕູ, ພ້ອມກັນນັ້ນ, ໂຮງຮຽນທິດສະດີການເມືອງກອງທັບ ຍັງກາຍເປັນເບົ້າເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ. ເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ແມ່ນໜຶ່ງໃນບັນດາປັດໄຈຂອງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ, ສ້າງໃຫ້ກຳລັງປະກອບອາວຸດຂອງກອງທັບ ປະຊາຊົນລາວກ້າວສູ່ແບບແຜນທັນສະໄໝ, ເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ມີບົດບາດສຳຄັນ, ມັນມີການພົວພັນກັບກຳລັງແຮງບົ່ມຊ້ອນດ້ານອື່ນໆ ໃນລະດັບທີ່ແນ່ນອນ, ມັນຕັດສິນເຖິງໝາກຜົນຂອງການນໍາໃຊ້ກຳລັງແຮງ

    ດັ່ງກ່າວນັ້ນ, ການສ້າງເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ມັນສະແດງອອກເຖິງມານະຈິດຄວາມຕັດສິນໃຈ ຂອງມະຫາຊົນ, ປະຊາຊົນ ແລະ ກຳລັງປະກອບອາວຸດ ກຽມພ້ອມຜ່ານຜ່າຕໍ່ຄວາມຫຍຸ້ງຍາກລໍາບາກ ເພື່ອກ້າວໄປເຖິງ ຈຸດໝາຍສັງຄົມນິຍົມ. ນັ້ນແມ່ນນ້ຳໃຈກຽມພ້ອມສູ້ຮົບເຖິງວິນາທີສຸດທ້າຍຂອງປະຊາຊົນ ແລະ ກອງທັບ ເພື່ອປົກປັກ ຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ແມ່ນລະດັບແນວຄິດຂອງປະຊາຊົນ ແລະ ກອງທັບເປັນບັນຫາພື້ນຖານສໍາຄັນ, ເຖິງແມ່ນວ່າຈະປະເຊີນໜ້າ ກັບສິ່ງທ້າທາຍ ແລະ ຄວາມອັນຕະລາຍຂອງສົງຄາມກໍຕາມ, ແຕ່ມານະຈິດຄວາມຕັດສິນໃຈສູ້ຮົບບໍ່ໄດ້ທໍ້ຖອຍ ກໍຍິ່ງເຮັດໃຫ້ຈິດໃຈມີຄວາມຄຽດແຄ້ນ, ມີຄວາມກ້າຫານຕໍ່ສູ້ຈົນເຖິງວິນາທີສຸດທ້າຍ ແລະ ຕີຊະນະກັບສັດຕູຜູ້ຮຸກຮານ. ໂຮງຮຽນທິດສະດີການເມືອງກອງທັບ ຈຶ່ງມີບົດບາດສ້າງເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ແມ່ນເລີ່ມຈາກທັດສະນະຂອງພັກປະຊາຊົນປະຕິວັດລາວໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ, ຖືເອົາວຽກງານການເມືອງແນວ ຄິດສອດຫ້ອຍເຂົ້າກັບທຸກວຽກງານ. ການສ້າງເຫງົາພະລັງແຮງທາງດ້ານການເມືອງແນວຄິດນີ້ ມັນອຳນວຍຄວາມ ສະດວກ ແລະ ເປັນກຳລັງແຮງຊຸກດັນເພື່ອຍາດເອົາໄຊຊະນະ ເຖິງວ່າປະເທດເຮົາເປັນປະເທດນ້ອຍດ້ອຍພັດທະນາ, ມີກຳລັງໜ້ອຍ, ລະດັບວິທະຍາສາດເຕັກໂນໂລຊີບໍ່ທັນສູງກໍຕາມ, ແຕ່ກໍມີຄວາມສາມາດຕ້ານຄືນກັບການຮຸກຮານ ກັບ ອິດທິກຳລັງປໍລະປັກທີ່ມີກໍາລັງທະຫານຫຼາຍກວ່າ, ກຳລັງແຮງບົ່ມຊ້ອນທາງດ້ານເສດຖະກິດ ແລະ ການທະຫານລື່ນເຮົາຫຼາຍເທົ່າ , ເຫງົ້າພະລັງແຮງທາງດ້ານການເມືອງແນວຄິດຂອງປະຊາຊົນ ແລະ ກອງທັບເຮົາກໍຍິ່ງສູງຂຶ້ນ ບົດບາດໂຮງຮຽນທິດສະດີການເມືອງກອງທັບ ໃນການກໍ່ສ້າງເຫງົ້າພະລັງແຮງທາງດ້ານການເມືອງແນວຄິດ ຂອງກໍາລັງປະກອບອາວຸດ ແມ່ນມີຄວາມສຳຄັນອັນມະຫາສານ, ເນື້ອແທ້ຂອງການສ້າງເຫງົ້າພະລັງແຮງທາງດ້ານການເມືອງແນວຄິດນັ້ນ ແມ່ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ທັດສະນະແນວທາງນະໂຍບາຍຂອງພັກ-ລັດ, ຂອງລັດທິວິລະຊົນປະຕິວັດ, ລັດທິຮັກຊາດ, ທາດແທ້ເອກະລັກວັດທະນະທຳຂອງຊາດ, ແມ່ນສະຕິຕື່ນຕົວປົກປັກຮັກສາປະເທດຊາດ ແມ່ນມານະຈິດ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ຕໍ່ລະບອບສັງຄົມນິຍົມ ຂອງວິລະບູລຸດເຮົາໃນແຕ່ລະໄລຍະ ຈົນມາເຖິງປັດຈຸບັນ.

    ລັດທິ ມາກ-ລນ ຊີ້ໃຫ້ເຫັນວ່າໄຊຊະນະຂອງພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ ອັນທີ່ຕັດສິນ ແມ່ນປັດໄຈຄົນໃນສັງຄົມ “ ບໍ່ເກີດແຫ່ງໄຊຊະນະ ກໍແມ່ນລ້ວນແຕ່ເກີດຂຶ້ນກັບຈິດໃຈຂອງມະຫາຊົນ ທີ່ໄດ້ສະຫຼະ, ແມ່ນມູນເຊື້ອຮັກຊາດອັນແທ້ຈິງບຸກຄົນທີ່ຍອມເສຍສະຫຼະຊີວິດຂອງຕົນ ເພື່ອຄວາມສົມບູນພູນສຸກຂອງອ້າຍນ້ອງແມ່ນປັດໄຈທີ່ພະນັກງານ-ນັກຮົບ ໄດ້ຍົກສູງຈິດໃຈຂອງຕົນ ເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນທົນທານໜຽວແໜ້ນຕໍ່ຄວາມຫຍຸ້ງຍາກລຳບາກຕ່າງໆນາໆ ສະພາບການສ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດ ຜ່ານມາເຖິງວ່າເຮັດໄດ້ຫຼາຍ, ແຕ່ກໍບໍ່ທັນໄດ້ຮັບໝາກຜົນສູງເທົ່າທີ່ຄວນ. ຄວາມຮັບຮູ້ຂອງປະຊາຊົນ ແລະ ນັກຮົບຈຳນວນໜຶ່ງ ໂດຍສະເພາະ ຕໍ່ກົນອຸບາຍຫຼ່ຽມລາຍຂອງ ບັນດາອິດທິກຳລັງປໍລະປັກບໍ່ທັນຄົບຖ້ວນ, ບໍ່ເລິກເຊິ່ງເຖິງຖອງ, ການສຶກສາອົບຮົມມູນເຊື້ອນໍ້າໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ຍັງບໍ່ທັນດີເທົ່າທີ່ຄວນ, ປະກົດການຫຍໍ້ທໍ້ໃນສັງຄົມຍັງມີຫຼາຍ ພະນັກງານ, ສະມາຊິກພັກຈຳນວນໜຶ່ງ ຍັງລະເມີດຂໍ້ກຳນົດກົດລະບຽບ ແລະ ອື່ນໆ. ບັນດາຜົນກະທົບຈາກເສດຖະກິດຕະຫຼາດຍັງ ມີຫຼາຍດ້ານທີ່ຍັງບໍ່ທັນແກ້ໄຂໄດ້ ເຊັ່ນ: ຄວາມຫຼຸດໂຕນກັນຂອງ ຜູ້ທຸກຍາກ ແລະ ຜູ້ຮັ່ງມີ, ການແກ້ໄຂວຽກເຮັດງານທຳ, ທີ່ດິນ ແລະ ອື່ນໆ. ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າ , ເຂດພື້ນຖານການປະຕິວັດ ຍັງພົບຄວາມຫຍຸ້ງຍາກ, ກົມກອງຂອງກຳລັງປະກອບອາວຸດບາງກົມກອງ ຜູ້ບັງຄັບບັນຊາຊ້ຳພັດຖືເບົາຕໍ່ການສ້າງເຫງົາພະລັງແຮງດ້ານການເມືອງແນວຄິດ, ຂາດຄວາມເປັນເຈົ້າການໃນການແກ້ໄຂບັນຫາ ທີ່ເກີດຂຶ້ນພາຍໃນກົມກອງຂອງຕົນ, ບາງສະຫາຍພະນັກງານນໍາພາ-ບັນຊາ ຂາດຄວາມເປັນແບບຢ່າງເຮັດໃຫ້ຂາດອິດທິພົນ, ຂາດຄວາມເຊື່ອໝັ້ນ ຈາກມະຫາຊົນ ແລະ ອື່ນໆ. ການສ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດ ມັນກໍແມ່ນປັດໄຈໜຶ່ງທີ່ສຳຄັນໃນການກໍ່ສ້າງກອງທັບ ປະຊາຊົນໃຫ້ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ, ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມທັງຊາດ ຢັ້ງຢືນວ່າ : ການພົວພັນລະຫວ່າງການທະຫານ ແລະ ການເມືອງ: ການເມືອງແມ່ນກົກ, ແມ່ນພື້ນຖານການທະຫານ ເພິ່ນຍັງປຽບທຽບວ່າ ຖ້າບໍ່ມີການເມືອງກໍຄືກົກໄມ້ບໍ່ມີເຫງົ້າ , ນຳໃຊ້ຈະມີຜົນຮ້າຍ ບັນຫາສຳຄັນຕົ້ນຕໍກໍແມ່ນປັດໄຈຄົນ ປະທານ ໂຮ່ຈີມິນ ໄດ້ອະທິບາຍຕື່ມວ່າ: “ ຄົນ ” ແມ່ນບັນດາຊັ້ນຄົນ, ແມ່ນຍ້ອນປະຊາຊົນ, ເຊື່ອໝັ້ນປະຊາຊົນ, ອີງໃສ່ປະຊາຊົນ ຖ້າໄດ້ຈິດໃຈປະຊາຊົນແມ່ນໄດ້ທັງໝົດ, ຖ້າເສຍຈິດໃຈປະຊາຊົນແມ່ນເສຍທັງ ໝົດ. ກຳລັງທົ່ວປວງຊົນ ແມ່ນກໍາລັງຍິ່ງໃຫຍ່ເໜືອກວ່າສິ່ງອື່ນໃດໝົດ, ບໍ່ມີໃຜຊະນະໄດ້, ກຳລັງແຮງປັດໄຈຂອງຄົນ ແມ່ນຈຸດໄຈຕັດສິນ, ນັ້ນກໍໝາຍຄວາມວ່າ: “ ຄົນ “ ແມ່ນປັດໄຈຕັດສິນຜົນໄດ້ຜົນເສຍຂອງວຽກງານ, ວຽກງານຈະມີຜົນສຳເລັດມີປະສິດທິຜົນສູງ ກໍຂຶ້ນຢູ່ກັບຄົນ, ແຕ່ຄົນນັ້ນກໍຕ້ອງເຕັມໄປດ້ວຍຄຸນທາດການເມືອງໜັກແໜ້ນ , ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດສູງ, ປັດຈຸບັນ, ສະພາບຄວາມຮຽກຮ້ອງຕ້ອງການຂອງກອງທັບ, ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕ້ອງສ້າງໃຫ້ໄດ້ພະນັກງານນຳພາ-ບັນຊາທີ່ເກັ່ງ, ສະຫຼາດ, ມີໄຫວພິບ, ມີຫົວຄິດ ປະດິດສ້າງ, ສ້າງໃຫ້ໄດ້ນັກຮົບທີ່ເກັ່ງກ້າອາດຫານ ກຽມພ້ອມຮັບໃຊ້ປະເທດຊາດໃນທຸກກໍລະນີ.

    ຢືນໜ້າສະພາບການຂອງໂລກ ແລະ ພາກພື້ນ, ມີຫຼາຍສິ່ງທ້າທາຍທົດສອບຕໍ່ຄວາມໝັ້ນຄົງຂອງປະເທດ. ດ້ວຍເຫດນັ້ນ, ບົດບາດໂຮງຮຽນທິດສະດີການເມືອງກອງທັບ ຍິ່ງມີຄວາມສຳຄັນ, ເປັນບາດລ້ຽວປະຫວັດສາດໃໝ່ໃນການອ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດ ໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ໃຫ້ກາຍເປັນຜູ້ທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບໃໝ່, ຕໍ່ອຸດົມການສັງຄົມນິຍົມ, ມີແນວຄິດໜັກແໜ້ນສູ້ຊົນຜ່ານຜ່າຕໍ່ບົດທົດສອບຕໍ່ສະພາບການທີ່ຈະເກີດຂຶ້ນ, ຢາກເຮັດໄດ້ແນວນັ້ນ: ໜຶ່ງ: ຕ້ອງສຸມໃສ່ສ້າງ ແລະ ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງ ແລະ ເພີ່ມທະວີການພົວພັນສ້າງຄວາມເປັນເອກະພາບພາຍໃນໃຫ້ສູງ ບົນຫຼັກການລວມສູນເປັນເອກະພາບ, ຕັ້ງໜ້າຕໍ່ສູ້ກັບປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງ ກຸ່ມກ້ອນພັກພວກ, ອາດຍາສິດອ້າຍດຽວ… ເພື່ອສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກົງຈັກການຈັດຕັ້ງນຳພາ-ບັນຊາ . ນີ້ແມ່ນໜຶ່ງໃນວິທີການແກ້ໄຂທີ່ເປັນພື້ນຖານ ເພື່ອເປັນການເພີ່ມທະວີໃນການສ້າງ ເຫງົ້າພະລັງແຮງດ້ານການເມືອງແນວຄິດ ໃຫ້ແກ່ກຳລັງປະກອບອາວຸດ, ຍ້ອນວ່າກຳລັງປະກອບອາວຸດ ແມ່ນກໍາລັງ ຫຼັກແຫຼ່ງ, ແມ່ນກຳປັ້ນເຫຼັກຂອງພັກ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານໃນທຸກກໍລະນີ. ສອງ: ປະຕິບັດ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ນີ້ກໍແມ່ນໜຶ່ງໃນບັນດາວິທີການແກ້ໄຂທີ່ສໍາຄັນ ເພື່ອສ້າງເຫົ້ງາພະລັງແຮງດ້ານການເມືອງແນວຄິດ ໃຫ້ແກ່ກຳລັງປະກອບອາວຸດ ກອງທັບປະຊາຊົນລາວ. ຍ້ອນວ່າ: 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ມັນຕິດພັນກັບການກໍ່ສ້າງກຳລັງປະກອບອາວຸດ ເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ພິເສດແມ່ນວຽກງານກໍ່ສ້າງກຳລັງ, ສ້າງບຸກຄະລາກອນໃຫ້ເປັນຄົນດີ, ຄົນເກັ່ງ, ຄົນທັນສະໄໝ, ເປັນນັກຮົບທີ່ສະຫຼຽວສະຫຼາດ ມີໄຫວພົບຄົມແຫຼມໃນການແກ້ໄຂບັນຫາທີ່ເກີດຂຶ້ນ. ພ້ອມກັນນັ້ນ, ຍັງຕິດພັນກັບການປັບປຸງກໍ່ສ້າງໂຄງການຫຼັກສູດວິທີການຮຽນ-ການສອນ ໃຫ້ສອດຄ່ອງກັບໜ້າທີ່, ສອດຄ່ອງກັບສະພາບການໃໝ່ ທີ່ເກີດຂຶ້ນ ໂດຍສະເພາະ ແມ່ນການຕອບຕ້ານຍຸດທະສາດການຫັນປ່ຽນໂດຍສັນຕິຂອງຈັກກະພັດ ແລະ ກຳລັງປໍລະບັກ. ທັງຊອກວິທີຕອບຕ້ານສົງຄາມຂໍ້ມູນຂ່າວສານທີ່ຈັກກະພັດ ແລະ ອິດທິກຳລັງນຳໃຊ້ຢູ່ໃນປັດຈຸບັນໃຫ້ທັນການ ແລະ ມີປະສິດທິຜົນສູງ.

    ສາມ: ເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງ ລະຫວ່າງຂັ້ນລຸ່ມ-ຂັ້ນເທິງ ບົນຫຼັກການລວມສູນ ປະຊາທິປະໄຕ, ເນື້ອໃນດຳເນີນຊີວິດ ຕ້ອງມີເນື້ອໃນເລິກເຊິ່ງແທດເໝາະກັບສະພາບຕົວຈິງ, ວຽກງານຕົວຈິງແທດເໝາະກັບເປົ້າໝາຍ ເຮັດໃຫ້ມີຄຸນນະພາບ, ຫຼີກເວັ້ນເວົ້າຫຼາຍປະຈົບປະແຈງ ມີແຕ່ຮູບການແຕ່ຂາດເນື້ອໃນ. ດ້ານໜຶ່ງ ອີກຕ້ອງສ້າງສະຕິ ແລະ ຄວາມຮັບຜິດຊອບໃນການປະຕິບັດລະບຽບກົດໝາຍ, ປະຕິບັດລັດຖະທຳມະນູນໃຫ້ຖືກຕ້ອງ ເຂັ້ມງວດ, ການເສີມຂະຫຍາຍປະຊາທິປະໄຕຂອງມະຫາຊົນ ຕ້ອງຄຽງຄູ່ກັບການປະຕິບັດຂໍ້ກຳນົດກົດລະບຽບ, ເພີ່ມທະວີຄວາມສັກສິດທາງດ້ານກົດໝາຍ, ຕ້ອງແກ້ໄຂຢ່າງຖືກຕ້ອງ ລະຫວ່າງປະຊາທິປະໄຕກັບຂໍ້ກຳນົດກົດລະບຽບໃນ ສັງຄົມ. ສີ່: ເປັນຫ່ວງເປັນໄຍໃນການສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນ, ຄວາມສາມັກຄີລະຫວ່າງຂັ້ນລຸ່ມ-ຂັ້ນເທິງ, ລະຫວ່າງອົງການ ພະແນກການຕ່າງໆພາຍໃນກອງທັບປະຊາຊົນ, ສ້າງໃຫ້ໄດ້ທໍາສະໜາມດ້ານຈິດໃຈ ບົນພື້ນຖານ ຄວາມເປັນເອກະພາບດ້ານສິດຜົນປະໂຫຍດຢ່າງສົມເຫດສົມຜົນ ແລະ ເສີມຂະຫຍາຍກໍາລັງແຮງຂອງອົງການຈັດຕັ້ງ ມະຫາຊົນ ເພື່ອປັບປຸງ ແລະ ສ້າງທ່າສະໜາມທາງດ້ານຈິດໃຈຖັນແຖວກຳລັງປະກອບອາວຸດໃຫ້ກວ້າງຂວາງ ແລະ ໜັກແໜ້ນໃນປັດຈຸບັນ. ນອກຈາກເສີມຂະຫຍາຍບົດຮຽນທີ່ເປັນມູນເຊື້ອ , ຍັງຕ້ອງຖືສຳຄັນໃນການແກ້ໄຂຊີວິດການ ເປັນຢູ່ ປະຕິບັດຄຳຂວັນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທົ່າ ແຮງບັນດາກົມກອງ ທີ່ສາມາດປະຕິບັດໄດ້, ຜູ້ ທີ່ມີເງື່ອນໄຂສ້າງແຫຼ່ງລາຍຮັບ ທັງຂົງເຂດການຜະລິດ ແລະ ການບໍລິການຂອງກອງທັບ, ພ້ອມນັ້ນ, ຕ້ອງປ່ຽນແປງໃໝ່ປັນດາວິທີການ, ຮູບການສຶກສາອົບຮົມທິດສະດີການເມືອງ ໃຫ້ແທດເໝາະກັບແຕ່ລະເປົ້າໝາຍ, ເພີ່ມທະວີການຄົ້ນຄວ້າ , ວິເຄາະວິໄຈປະກົດການທີ່ເກີດຂຶ້ນ ແລະ ວິທີການແກ້ໄຂໃຫ້ທັນເວລາ. ລວມຄວາມວ່າ: ບົດບາດ ໂຮງຮຽນທິດສະດີການເມືອງກອງທັບ ຕໍ່ການສ້າງເຫົ້ງາພະລັງແຮງດ້ານການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານ ແມ່ນມີຄວາມສໍາຄັນ, ມັນເປັນພື້ນຖານ ແລະ ເປັນປັດໄຈເບື້ອງຕົ້ນ ໃນການກໍ່ສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ, ການສ້າງພະນັກງານ-ນັກຮົບ ໃຫ້ມີຈິດໃຈຮັກຊາດອັນສູງສົ່ງ ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບໃໝ່, ຕໍ່ສັງຄົມນິຍົມ ແລະ ກ້າເສຍສະຫຼະຊີວິດ ໃນເມື່ອປະເທດຊາດມີຄວາມຮຽກຮ້ອງຕ້ອງການ, ມັນບໍ່ແມ່ນບັນຫາທີ່ງ່າຍດາຍ, ແມ່ນບັນຫາທີ່ຫຍຸ້ງຍາກລຳບາກ ແລະ ອົດທົນ. ທັງແມ່ນບັນຫາທີ່ລະອຽດອ່ອນ ແລະ ຕິດພັນກັບຫຼາຍປັດໄຈ.

    ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນ ຍັງມີການຜັນແປໄປຢ່າງສັບສົນ, ມີທັງຂໍ້ສະດວກທີ່ເອື້ອອຳ ນວຍ ແລະ ສິ່ງທ້າທາຍຫຼາຍປະການ ຈາກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ. ສະນັ້ນ, ບົດບາດຂອງໂຮງຮຽນທິດສະດີການເມືອງກອງທັບ ໃນການສ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດ ໃຫ້ແກ່ກຳລັງປະກອບ ອາວຸດຂອງກອງທັບປະຊາຊົນລາວໃນປັດຈຸບັນ ແລະ ສະເພາະໜ້າ , ຍິ່ງມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ, ບັນດາປັດໄຈທີ່ສົ່ງຜົນກະທົບເຖິງການສ້າງເຫງົ້າພະລັງແຮງດັ່ງກ່າວ ລວມມີທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ, ໃນນັ້ນ ປັດໄຈພາຍໃນເປັນປັດໄຈຕັດສິນ. ເຫງົ້າພະລັງແຮງດ້ານການເມືອງແນວຄິດ ແມ່ນທ່າແຮງທີ່ໄດ້ປຽບທີ່ສຸດ ແມ່ນປັດໄຈ ພື້ນຖານເບື້ອງຕົ້ນໃຫ້ແກ່ການກໍ່ສ້າງກຳລັງປະກອບອາວຸດຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບທີ່ມີ ແບບແຜນທັນສະໄໝ. ສ່ວນວິທີການຕ່າງໆ ທີ່ຈະນໍາມາໃຊ້ນັ້ນມັນມີການປະສານສົມທົບ, ມີການກະທົບເຊິ່ງກັນ ແລະ ກັນ, ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງມີຄວາມອົດທົນ, ຄວາມລະອຽດອ່ອນ ແລະ ເຮັດຢ່າງຕໍ່ເນື່ອງ. ຄົ້ນຄວ້າບັນຫາຢ່າງພາວະວິໄສ, ຫຼີກເວັ້ນການເບິ່ງບັນຫາແບບຜິວເຜີນ , ຕີລາຄາດ້ານດຽວ, ຄຳພີ… ປະຕິບັດໄດ້ ຄືດັ່ງກ່າວມານັ້ນ, ຈຶ່ງຈະສ້າງໄດ້ເຫງົ້າພະລັງແຮງດ້ານການເມືອງແນວຄິດ ໃຫ້ແກ່ກຳລັງປະກອບອາວຸດເຮົາ.

    ໂດຍ: ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ