ບໍ່ມີວັນຫລົງລືມ ລະນຶກເຫດການທີ່ເກີດຂຶ້ນຢູ່ ເມືອງທ່າແຂກ ໃນວັນທີ 21 ມີນາ ປີ 1946 ຄົບຮອບ 75 ປີ

0
227

ວັນທີ 21 ມີນາ ແມ່ນວັນທີ່ປະຊາຊົນລາວທັງຊາດ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນພາຍໃນເມືອງທ່າແຂກ ກໍຄື ປະຊາຊົນແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີວັນຫລົງລືມ ເພາະກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝລັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກ ຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກ ລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາວຸດຫວຽດ ນາມຢູ່ລາວ ດໍາເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີ

ຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ຕົວເມືອງຕ່າງໆ ໃຫ້ປະ ລາໄຊ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຊຶ່ງເປັນຈຸກຍຸດທະສາດສໍາ
ຄັນຂອງການປະຕິວັດໃນເວລານັ້ນ. ຄະນະບັນຊາການທະ ຫານ ແລະ ຄະນະຮັບຜິດຊອບຮັກສາຕົວເມືອງທ່າແຂກ ໂດຍແມ່ນ ປະທານ ສຸພາ ນຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ນໍາພາກໍາລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມຕ່າງດ້າວຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ.ຢ່າງໃດກໍຕາມ ຍ້ອນ “ເຫລັກຫລາຍກວ່າຖ່ານ”

ຄື ພວກລ່າເມືອງຂຶ້ນຝລັ່ງ ມີອາວຸດຍຸດໂທປະກອນທີ່ທັນສະ ໄໝກວ່າ ເຮັດໃຫ້ທະຫານປະຕິວັດຂອງພວກເຮົາບໍ່ສາ ມາດຮັກສາຕົວເມືອງທ່າແຂກໄວ້ໄດ້ ຈິ່ງຕັດສິນໃຈທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປແຂວງນະຄອນພະນົມຂອງໄທ ແຕ່ພວກສັດຕູໄດ້ໃຊ້ເຮືອ
ບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາ ຊົນ ແລະ ທະຫານຂອງພວກເຮົາທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ

ແລະ ປະຊາຊົນລົ້ມຕາຍ ແລະ ບາດເຈັບຢ່າງຫລວງຫລາຍ, ສ່ວນເຮືອຈັກທີ່ປະທານ ສຸພາ ນຸວົງ ແລະ ພະນັກງານຈໍານວນໜຶ່ງຂີ່ໄປ ຖືກເຮືອບິນສັດຕູຍິງຢູ່ກາງແມ່ນໍ້າຂອງ, ນັກ ຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພາ ນຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດຄາທີ່, ຂະນະທີ່ປະທານ ສຸພາ ນຸວົງ ໄດ້
ຮັບບາດເຈັບສາຫັດ ແລະ ໄດ້ນໍາໄປປິ່ນປົວຢູ່ໂຮງໝໍແຂວງນະຄອນພະນົມຂອງໄທ.ພາຍຫລັງພວກລ່າເມືອງຂຶ້ນຝລັ່ງ ແລະ ລູກແຫລ່ງຕີນມືຂອງພວກມັນຢຶດຄອງຕົວເມືອງທ່າ

ແຂກໄດ້ແລ້ວ ພວກເຂົາໄດ້ສ້າງໂທດກຳອັນໂຫດ ຮ້າຍ ແລະ ບໍ່ມີມື້ຈະຫລົງລືມໄດ້ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ດ້ວຍການເຂັ່ນຂ້າປະ ຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກແລ້ວຖີ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນເສຍຊີວິດ, ເອົາປືນຍິງກວາດໃສ່ຜູ້ຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ແມ່ນໍ້າຂອງຍາມນັ້ນກາຍເປັນສີແດງດ້ວຍເລືຶອດ ແລະ ຊາກສົບ, ປະຊາຊົນຜູ້ບໍລິສຸດ, ລວມທັງແມ່ຍິງ

ແລະ ເດັກນ້ອຍຫລາຍກ່ວາ 3.000 ຄົນຖືກຂ້າຕາຍ, ຂະນະທີ່ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກ ທໍາລາຍເປັນຈໍານວນຫລວງຫລາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່ ແລະ ລູກຖືກພັດພາກຈາກກັນ, ລູກກາຍເປັນກໍາພ້າ-ກຳພອຍ ຢ່າງໜ້າເວດທະນາທີ່ສຸດ.ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນທີ່ພວກລ່າເມືອງຂຶ້ນຝລັ່ງກໍ່ຂຶ້ນ, ວັນທີ 21 ມີນາປີ 1946 ຈິ່ງໄດ້ກາຍເປັນ “ ວັນຄຽດແຄ້ນ ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານ, ຫລັງຈາກນັ້ນຈິ່ງປ່ຽນ
ມາເປັນ “ ວັນຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະ ເທດຊາດ ” ຈົນເຖີງປັດຈຸບັນນີ້. ວິລະກໍາອັນໂຫດ ຮ້າຍປ່າເຖື່ອນທີ່ພວກລ່າເມືອງຂຶ້ນຝລັ່ງໄດ້ສ້າງໄວ້ຢູ່ເມືອງ

ທ່າແຂກ, ແຂວງຄຳມ່ວນ ເຖີງວ່າຜ່ານມາໄດ້ 75 ປີ ຫລື 7 ທົດສະວັດເຄີ່ງແລ້ວກໍຕາມ ແຕ່ປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວເມືອງ
ທ່າແຂກ ຍັງຈົດຈໍາໄດ້ເປັນຢ່າງດີ ແລະ ບໍ່ມີວັນທີ່ຈະຫລົງລືມໄດ້.ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວບັນດາເຜົ່າຕໍ່ພວກ
ລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານ ມັນຍັງເປັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ແລະ ເປັນຕາຍຮ່ວມກັນລະຫວ່າງສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫລື້ອມໃສຂອງນໍ້າໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາ

ການກໍາລັງປະກອບອາວຸດຂອງພວກເຮົາ, ພ້ອມນີ້ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພາ ນຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່າ
ນັ້ນ, ເພີ່ນຍັງເປັນນັກຮົບປະຕິວັດທີ່ກ້າ ແກ່ນ, ເປັນຜູ້ບັນຊາ ການທະຫານທີ່ມີຄວາມຊໍານິຊໍານານໃນການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫລະຊີວິດ
ເພື່ອປະເທດຊາດຢ່າງອົງອາດກ້າຫານ, ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ.ນອກຈາກນີ້ ບັ້ນຮົບປ້ອງກັນຕົວເມືອງທ່າ
ແຂກ ໄດ້ກາຍເປັນສະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິ ປະໄຕຂອງຊາດລາວເຮົາກ້າວໄປສູ້ການປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສປປ ລາວ ໃນວັນ 2 ທັນວາ ປີ 1975.

ທີ່ມາ:Lao National Radio