ໂຄວິດ ລະບາດ ເຮັດໃຫ້ເງິນກີບອ່ອນຄ່າກະທົບຕໍ່ຜູ້ບໍລິໂພກ ແລະ ທຸລະກິດພາຍໃນ

0
255

ວິກິດໂຄວິດ – 19 ໄດ້ສົ່ງຜົນກະທົບເຮັດໃຫ້ມູນຄ່າເງິນກີບ ເມື່ອທຽບກັບໂດລາອາເມຣິກາ ແລະ ໄທບາດ ມີມູນຄ່າໜ້ອຍລົງ ( Kip depreciation ) ກະທົບໂດຍກົງຕໍ່ຜູ້ບໍລິໂພກ ໂດຍສະເພາະການປັບລາຄາສິນຄ້າຂອງຜູ້ຜະລິດ ແລະ ຜູ້ຄ້າຂາຍພາຍໃນປະເທດ ເພາະສິນຄ້າສ່ວນໃຫຍ່ ຫຼື ເກືອບທັງໝົດແມ່ນຕ້ອງອາໄສວັດຖຸດິບນຳເຂົ້າຈາກຕ່າງປະເທດ.ອີງຕາມບົດຄົ້ນຄວ້າໂດຍຫຍໍ້ດ້ານນະໂຍບາຍໃນຫົວຂໍ້ເງິນກີບອ່ອນຄ່າກະທົບຕໍ່ຜູ້ບໍລິໂພກແລະທຸລະກິດພາຍໃນປະເທດໃນໄລຍະການລະບາດຂອງພະຍາດໂຄວິດ–19

ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ວ່າ:ຜົນກະທົບຂອງໂຄວິດ – 19 ຕໍ່ເສດຖະກິດ ສປປ ລາວ ແມ່ນບໍ່ຕ່າງກັບປະເທດກໍາລັງພັດທະນາອື່ນໆ ໂດຍສະເພາະການສົ່ງອອກ, ການລົງທຶນຕ່າງປະເທດ ແລະ ຂະແໜງບໍລິການຕິດພັນກັບການທ່ອງທ່ຽວທີ່ເປັນແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ສຳຄັນ ກາຍເປັນອຳມະພາດເຮັດໃຫ້ທຸລະກິດບໍລິການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆຫຼາຍແຫ່ງຢຸດ

ຊົ່ວຄາວ.ສຳລັບປະເທດເຮົາມູນຄ່າສົ່ງອອກປີ 2019 ແລະ 2020 ທຽບໃສ່ປີ 2018 ( ກ່ອນໂຄວິດ ) ຫຼຸດລົງ 2,27% ແລະ 7,68% ຕາມລໍາດັບ.ການລົງທຶນຕ່າງປະເທດ ( FDI ) ເຂົ້າມາລາວ ຫຼັງປີ 2018 ກໍມີທ່າອ່ຽງຫຼຸດລົງ ໂດຍຄາດຄະເນວ່າໃນປີ 2019 FDI ໃໝ່ເຂົ້າປະເທດຈະຫຼຸດລົງ 5% ແລະ ຫຼາຍບໍລິສັດຕ່າງປະເທດທີ່ດໍາເນີນການຢູ່ກໍມີແຜນບໍ່ຂະຫຍາຍກໍາລັງການຜະລິດໃນໄລຍະຜ່ານມາ, ຈໍານວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວແມ່ນເກືອບບໍ່ມີຍ້ອນມາດຕະການປິດປະເທດ ເພື່ອຕ້ານກັບການ

ລະບາດຂອງໂຄວິດ, ຈາກຂໍ້ມູນຂອງກົມສົ່ງເສີມການທ່ອງທ່ຽວສະແດງໃຫ້ເຫັນວ່ານັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ ຫຼຸດລົງເຖິງ 60% ໃນໄລຍະ 6 ເດືອນຕົ້ນປີ 2020.ຈາກສະພາບທີ່ເກີດຂຶ້ນໄດ້ສົ່ງຜົນກະທົບເຮັດໃຫ້ມູນຄ່າເງິນກີບ ເມື່ອທຽບກັບໂດລາອາເມຣິກາ ແລະ ໄທບາດ ມີມູນຄ່າໜ້ອຍລົງ ( Kip depreciation ), ຜົນທີ່ເງິນກີບມີມູນຄ່າໜ້ອຍລົງໃນອັດຕາແລກປ່ຽນກັບສອງສະກຸນເງິນຫຼັກທີ່ໃຊ້ໃນການຄ້າຕ່າງປະເທດ ໄດ້ເຮັດໃຫ້ທຸລະກິດພາຍໃນປະເທດຕ້ອງປັບຖານຕົ້ນທຶນການຜະລິດ ແລະ

ລາຄາຂາຍໃໝ່ໃນໄລຍະຜ່ານມາ ເຊິ່ງຈາກການລາຍງານດັດຊະນີລາຄາການຊົມໃຊ້ ແລະ ເງິນເຟີ້ຂອງປະເທດໃນທ້າຍປີ 2020 ( ເດືອນທັນວາ )ພົບລາຄາສິນຄ້າທຸກໝວດໃນປີ 2020 ທຽບປີ 2019 ເພີ່ມຂຶ້ນທັງໝົດ ເຊັ່ນ: ສະບຽງອາຫານ ເພີ່ມຂຶ້ນ 4,71%, ໝວດເຄື່ອງນຸ່ງຫົ່ມ ເພີ່ມຂຶ້ນ 4,17%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,84% ແລະ ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 4,93%, ໝວດຂົນສົ່ງ ເພີ່ມຂຶ້ນ 1,30% ແລະ ໝວດວັດຖຸມີຄ່າ ເພີ່ມຂຶ້ນ 10%.ໃນສະພາບການອ່ອນຄ່າຂອງເງິນກີບ (

ເງິນເຟີ້ ) ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກ ໂດຍສະເພາະການປັບລາຄາສິນຄ້າຂອງຜູ້ຜະລິດ ແລະ ຜູ້ຄ້າຂາຍພາຍໃນປະເທດ ເພາະສິນຄ້າສ່ວນໃຫຍ່ ຫຼື ເກືອບທັງໝົດແມ່ນຕ້ອງອາໄສວັດຖຸດິບນຳເຂົ້າຈາກຕ່າງປະເທດ.ດັ່ງນັ້ນ, ບົດສຶກສານີ້ຈຶ່ງຍົກໃຫ້ເຫັນບາງທັດສະນະດ້ານວິຊາການເພື່ອປະກອບສ່ວນສະເໜີແນະວິທີການແກ້ໄຂໃນສະພາບເງິນກີບອ່ອນຄ່າຈາກວິກິດຂອງໂຄວິດ – 19 ທີ່ຍັງລະບາດໜັກຢູ່ຫຼາຍປະເທດໃນໂລກປັດຈຸບັນ.ປັດໄຈເຮັດໃຫ້ເງິນກີບອ່ອນຄ່າການຂຶ້ນ – ລົງມູນຄ່າຂອງເງິນກີບ ທຽບກັບເງິນ

ສະກຸນຫຼັກໃນລະບົບການຄ້າຕ່າງປະເທດ ແມ່ນບໍ່ຕ່າງກັບເງິນຕາຂອງປະເທດອື່ນໆໃນໂລກ; ອີງຕາມສະພາບການຄ້າຂອງປະເທດທີ່ຕິດພັນກັບປະເທດໃກ້ຄຽງເປັນຫຼັກ ຈຶ່ງເຮັດໃຫ້ເງິນກີບຜູກຕິດກັບສອງສະກຸນເງິນຕ່າງປະເທດ ຄື: ໂດລາສະຫະລັດ ແລະ ໄທບາດ.ດັ່ງນັ້ນ, ການປ່ຽນແປງຂອງສອງສະກຸນເງິນຕ່າງປະເທດດັ່ງກ່າວ ຈະເກີດໃຫ້ມີການປັບປ່ຽນດ້ານອັດຕາແລກປ່ຽນຂອງເງິນກີບຫຼາຍກວ່າສະກຸນເງິນຕ່າງປະເທດອື່ນໃນໄລຍະຜ່ານມາ ຕົວຢ່າງ: ປີ 1997 ທີ່ປະເທດໄທ ເກີດວິກິດການທາງເສດຖະກິດ ອັດຕາ

ແລກປ່ຽນຂອງເງິນກີບອ່ອນຄ່າສະເລ່ຍທຽບກັບໄທບາດ 13,04% ແລະ ໃນປີ 2009 ທີ່ປະເທດອາເມຣິກາ ເກີດວິກິດທາງການເງິນໄດ້ເຮັດໃຫ້ເງິນກີບແຂງຄ່າທຽບກັບໂດລາອາເມຣິກາ 2,7%.ນອກນັ້ນ, ຍັງມີປັດໄຈພາຍນອກອື່ນໆກະທົບ ເຊັ່ນ: ການປ່ຽນແປງຂອງລາຄານ້ຳມັນໂລກ, ສົງຄາມການຄ້າລະຫວ່າງປະເທດເສດຖະກິດໃຫຍ່ຂອງໂລກ, ການລະບາດຂອງເຊື້ອພະຍາດ…, ປັດໄຈພາຍໃນທີ່ເຫັນໄດ້ແຈ້ງແມ່ນການປ່ຽນແປງດ້ານມູນຄ່າການສົ່ງອອກ, ການລົງທຶນຕ່າງປະເທດ, ການທ່ອງທ່ຽວ, ຄັງເງິນຕາສໍາຮອງຂອງປະເທດ, ການປ່ຽນແປງຂອງສະພາບອາກາດ ແລະ ໄພທຳມະຊາດໂດຍບໍ່ສາມາດຄວບຄຸມໄດ້.