ສຳນັກຂ່າວ ຊິນຮວາ ຂອງທາງການ ຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້ ໜ່ວຍງານ ຄວາມປອດໄພ ດ້ານອາຫານ ເຂດບໍລິຫານ ພິດເສດຮົງກົງ (HKSAR) ຂອງ ຈີນ ປະກາດ ຢຸດຕິ ການນຳເຂົ້າ ສັດປິກ ແລະ ຜະລິດຕະພັນ ທີ່ກ່ຽວຂ້ອງ ຈາກສ.ເກົາຫລີ, ເຢຍລະມັນ ແລະ ໂປໂລຍ. ຍ້ອນວ່າ 3 ປະເທດດັ່ງກ່າວນີ້ ກວດພົບການແຜ່
ລະບາດ ຂອງພະຍາດ ໄຂ້ຫວັດສັດປິກ. ກ່ອນໜ້ານີ້ ອົງການ ສຸຂະພາບ ສັດໂລກ(OIE) ປະກາດເຕືອນ ກ່ຽວກັບ ການແຜ່ ລະບາດ ຂອງພະຍາດ ໄຂ້ຫວັດສັດປິກ ສາຍພັນ ເອສ 5 ເອັນ8 H5N8 ຊື່ງເປັນຊະນິດທ່ີກໍ່ພະຍາດ ຢ່າງຮ້າຍແຮງ ໃນເມືອງຢອງຈູ ແຂວງຢອງຊັງເໜືອ ຂອງສ.ເກົາຫລີ ແລະ ໃນເຂດ ເມຣຄິດ-ໂອເດີຣລັນ ລັດບຣັນ
ເດີນປວກຣ ຂອງເຢຍລະມັນ. ນອກຈາກນີ້ ໜ່ວຍງານ ກວດສອບ ຈາກສັດຕະວະແພດ ທົ່ວໄປຂອງ ໂປໂລຍ ຍັງແຈ້ງເຕືອນ ກ່ຽວກັບການ ແຜ່ລະບາດ ຂອງພະຍາດ ໄຂ້ຫວັດສັດປີກ ຊະນິດ ທ່ີກໍ່ພະຍາດຂຶ້ນ ຢ່າງຮ້າຍແຮງ ໃນເຂດ ເຊຍໂລໂນໂກຣສກີ ໃນພາກພື້ນ ລູບູສເກຍຂອງ ໂປໂລຍ ອີກດ້ວຍ. ສະນັ້ນ ຈຶ່ງສັ່ງ ຢຸດຕິ ການນຳເຂົ້າ ຊິ້ນ
ສັດປີກ ແລະ ຜະລິດຕະພັນ ທີ່ກ່ຽວຂ້ອງ ລວມທັງ ໄຂ່ຂອງສັດປີກ ຈາກພື້ນທ່ີດັ່ງກ່າວ ໂດຍມີຜົນ ບັງຄັບໃຊ້ ຢ່າງຮີບດ່ວນ ເພື່ອປົກປ້ອງ ສຸຂະພາບ ຂອງປະຊາຊົນ ໃນເຂດ ຮົງກົງ(ຈີນ)