ປາຂ່າ ຫຼື ໂລມານໍ້າຈືດ ຈະບໍ່ສູນພັນຈາກແມ່ນໍ້າຂອງ ຖ້າພວກເຮົາຊ່ວຍກັນປົກປ້ອງຄຸ້ມຄອງ

0
126

ປາຂ່າ ຫຼື ໂລມານໍ້າຈືດ ໄດ້ລອຍມາຫານັກທ່ອງທ່ຽວ ທີ່ເຂດວັງສະຫງວນ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ.ຖືວ່າເປັນສັນຍານທີ່ດີ ທີ່ໄດ້ເຫັນປ່າຂ່າ ແລະ ຕ້ອງໄດ້ພ້ອມໃຈກັນຢ່າງຈິງຂັງໃນການປົກປັກຮັກສາ ແລະ ໃຫ້ແຜ່ພັນຫຼາຍໆ ເພາະ ມັນຈະຊ່ວຍໃນການສົ່ງເສີມການທ່ອງທ່ຽວ. ປາຂ່າ (The Irrawaddy Dolphin) ແມ່ນ

ສັດລ້ຽງລູກດ້ວຍນໍ້ານົມ, ເປັນສັດຫາຍາກ ແລະ ໃກ້ສູນພັນ.ແມ່ນ້ຳຂອງເປັນແມ່ນ້ຳທີ່ເປັນທີ່ຢູ່ອາໄສຂອງສັດຫຼາຍຊະນິດ ໜຶ່ງໃນນັ້ນແມ່ນ ປາຂ່າ ຫຼື ໂລມາອີຣະວະດີ ເຊິ່ງເປັນໂລມານ້ຳຈືດ ມີລັກສະນະຄ້າຍຄືໂລມາທົ່ວໄປ. ປາຂ່າມີຫົວທີ່ມົນກົມຄືກັບບາດພະ, ລຳໂຕສີຂີ້ເຖົ່າເຂັ້ມ, ຕາມີຂະໜາດນ້ອຍ, ປາກຢູ່ດ້ານລຸ່ມ ແລະ ສັ້ນ, ຄີຂ້າງລຳໂຕ

ແຜ່ກວ້າງເປັນຮູບສາມຫຼ່ຽມ ສ່ວນຄີເທິງຫຼັງມີຂະໜາດນ້ອຍ ແລະ ບາງ, ຂະໜາດໂຕຍາວປະມານ 180-275 ຊັງຕີແມັດ. ສາຍພັນນີ້ສາມາດພົບເຫັນໄດ້ພຽງບໍ່ເທົ່າໃດແຫ່ງໃນທົ່ວໂລກຄື: ທະເລສາບຊິລິກາ ປະເທດອິນເດຍ, ທະເລສາບສົງຂາ ແລະ ປາກແມ່ນ້ຳບາງປະກົງ ປະເທດໄທ, ແມ່ນ້ຳມະຫາຄາມ ປະເທດອິນໂດເນເຊຍ ແລະ ທ້າຍສຸດ

ແມ່ນແມ່ນ້ຳຂອງໃນເຂດຊາຍແດນລາວ-ກຳປູເຈຍ ເຊິ່ງເປັນເຂດທີ່ປາຂ່າໄດ້ຮັບການຄຸກຄາມຢ່າງໜັກຈາກມະນຸດ ແລະ ເຫຼືອຈຳນວນໜ້ອຍທີ່ສຸດ ແລະ ຫາເບິ່ງໄດ້ຍາກແລ້ວ.ໃນເຂດແມ່ນ້ຳຂອງຕາມຊາຍແດນລາວ-ກຳປູເຈຍ, ຕາມການສຳຫຼວດຂອງກອງທຶນສັດປ່າໂລກພົບວ່າ ຈຳນວນປາຂ່າທີ່ເຫຼືອຢູ່ໃນທຳມະຊາດແມ່ນມີຢູ່ປະມານ 78-91

ໂຕ ເທົ່ານັ້ນ ເຊິ່ງຖືວ່າເປັນຈຳນວນທີ່ໜ້ອຍຫຼາຍ. ອີກໜຶ່ງຂ່າວຮ້າຍກໍຄືຢູ່ເຂດໜ້ານ້ຳຂອງປະເທດລາວ ແມ່ນເກືອບຈະບໍ່ພົບເຫັນປາຂ່າແລ້ວ ຫຼ້າສຸດມີການພົບເຫັນພຽງແຕ່ 3 ໂຕເທົ່ານັ້ນ ແລະ ສະຖານະການແບບນີ້ອາດຖືໄດ້ວ່າເປັນການສູນພັນ ເນື່ອງຈາກວ່າມີຈຳນວນປະຊາກອນປາຂ່າຕ່ຳກວ່າເກນທີ່ຈະຮັບປະກັນການສືບພັນ ແລະ ຢູ່ລອດຕໍ່ໄປ

ໄດ້. ສະຖານະການດັ່ງກ່າວຖືວ່າເປັນສິ່ງທີ່ໂຫດຮ້າຍ ແລະ ໜ້າເສຍດາຍຫຼາຍສຳລັບປະເທດລາວເຮົາທີ່ຕ້ອງມາສູນເສຍສາຍພັນທີ່ເປັນເອກະລັກອັນໜຶ່ງຂອງແມ່ນ້ຳຂອງເຂດໃຕ້.ເຫດຜົນທີ່ປາຂ່າຖືກຮຸກຮານຈົນຈຳນວນປະຊາກອນຫຼຸດໜ້ອຍຖອຍລົງອັນໜຶ່ງແມ່ນຍ້ອນການໃຊ້ມອງ ຫຼື ຕາໜ່າງຈັບປາຂອງຊາວປະມົງທ້ອງຖິ່ນ. ການໃຊ້ມອງຈັບປາເຮັດໃຫ້ປາຂ່າຖືກຈັບໂດຍບໍ່ຕັ້ງໃຈ ແລະ ຈົມນ້ຳຕາຍ ເນື່ອງຈາກປາຂ່າສາມາດຢູ່ໃຕ້ຜິວນ້ຳໄດ້ພຽງແຕ່ 70 ຫາ 150 ວິນາທີເທົ່ານັ້ນ.