ທ່ານ ກາລິໂຕ ກົວເວດ ປະທານຄະນະຄວບຄຸມ ແລະ ປ້ອງກັນການແຜ່ລະບາດໂຄວິດ-19 ຂອງຟີລິບປິນ ເປີດເຜີຍວ່າ: ລັດຖະບານຟີລິບປິນຈະລົງນາມໃນຂໍ້ຕົກລົງສັ່ງຊື້ວັກຊີນຕ້ານໄວຣັສໂຄວິດ-19 ຈາກບໍລິສັດ AstraZeneca ຈຳນວນ 2 ລ້ານໂດສ.ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງຈາກ AstraZeneca ເປີດເຜີຍວ່າ: ວັກຊີນທີ່ບໍລິສັດ
ພັດທະນາຮ່ວມກັບມະຫາວິທະຍາໄລອ໊ອກຟອດ ມີປະສິດທິພາບ 90% ໃນການປ້ອງກັນໄວຣັສໂຄວິດ-19 ໂດຍ AstraZeneca ປະກາດວ່າ: ຈະຍຶດໝັ້ນໃນຄຳສັນຍາທີ່ຈະບໍ່ສະແຫວງຫາກຳໄລ ລວມທັງຄວາມມຸ່ງໝັ້ນທີ່ຈະໃຫ້ການເຂົ້າເຖິງວັກຊີນເປັນໄປໃນວົງກວ້າງ ແລະ ເທົ່າທຽມກັນ.ທ່ານ ກົວເວດ ກ່າວອີກວ່າ: ຟີລິບປິນມີແຜນຈະຊື້ວັກຊີນ
ເຖິງ 50 ລ້ານໂດສ ຈາກບໍລິສັດ ຊີໂນແວກ ໄບໂອເທັກ ເຊິ່ງເປັນບໍລິສັດການຢາຊັ້ນນຳຂອງຈີນ. ພ້ອມກ່າວວ່າ: ຟີລິບປິນອາດຈະເຮັດຂໍ້ຕົກລົງຊື້ວັກຊີນຈາກຜູ້ຜະລິດອື່ນໆອີກ ຖ້າບໍລິສັດຜູ້ຜະລິດວັກຊີນບໍ່ສະແຫວງຫາກຳໄລ ແລະ ຫລຸດລາຄາລົງ.ທັງນີ້, ທ່ານ ກົວເວດ ກ່າວວ່າ: ລັດຖະບານຟີລິບປິນຕັ້ງເປົ້າຈະສັກວັກຊີນຕ້ານໂຄວິດ-19 ໃຫ້
ປະຊາຊົນຈຳນວນ 30 ລ້ານຄົນຕໍ່ປີ ເພື່ອໃຫ້ບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນປະມານ 70% ຂອງຈຳນວນປະຊາກອນພາຍໃນປະເທດ.ຕົ້ນເດືອນຜ່ານມາ, ທ່ານ ກົວເວດ ໃຫ້ສຳພາດຕໍ່ ABS-CBN ວ່າ: ລັດຖະບານຟີລິບປິນຄາດວ່າຈະເລີ່ມສັກວັກຊີນໃຫ້ປະຊາຊົນໄດ້ພາຍໃນເດືອນພຶດສະພາປີໜ້າ.