ຂ່າວກ່ອນໜ້ານີ້:ເຫດຂ້າຕົວຕາຍຢູ່ເຮືອນນາຍຈ້າງໂດຍການຈູດເຜົາຕົນເອງທັງເປັນຕາຍຢູ່ເຮືອນນາຍຈ້າງເລີຍ ຊ່ວງແລງ ຂອງວັນທີ 1/8/2020 ເກີດເຫດຂ້າ
ເຜົາທັງເປັນຢູ່ຄາລືຫາດບ້ານຫຼັງໃຫຍ່ ຢູ່ຮ່ອງແກ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເຮືອນຄາລືຫາດຫຼັງນີ້ກຳລັງປຸກສ້າງໃໝ່ ຕາມການລາຍງານຂອງ
ຜູ້ຢູ່ໃກ້ສິດວ່າ ຜູ້ຕາຍແມ່ນເປັນຊ່າງຊາວຫວຽດນາມ ຫຼື ເອີ້ນວ່າກຳມະກອນ ທີ່ເຮັດວຽກກໍ່ສ້າງຢູ່ເຮືອນຫຼັງນີ້ ເຊິ່ງຜູ້ຕາຍໄດ້ທຽວຂໍເບີກເງິນນຳເຈົ້າຂອງເຮືອນຫຼາຍເທື່ອ ແຕ່ບໍ່ໄດ້ຕາມໃຈປະສົງ ແລະ ມັກເວົ້າຂູ່ເຈົ້າຂອງເຮືອນວ່າ ຖ້າບໍ່ໃຫ້ເບີກເງິນຈະຈູດຕົນເອງຕາຍຢູ່ເຮືອນຫຼັງນີ້ໃຫ້ເປັນອາຖັນ ແຕ່ບໍ່ຄາດຄິດເລີຍວ່າ
ມື້ນີ້ຈະເປັນຈິງ ຢ່າງໃດກໍຕາມ ຄະດີນີ້ຢູ່ໃນຂັ້ນຕອນສືບສວນຂອງເຈົ້າໜ້າທີ່ ບາງຄົນເວົ້າວ່າອາດເປັນການຂ້າອຳພາງສົບກໍ່ເປັນໄດ້. (ນີ້ແມ່ນຂໍ້ມູນເບື້ອງຕົ້ນ ລາຍລະອຽດແທ້ຍັງບໍ່ທັນສະຫຼຸບຊັດເຈນເທື່ອ) ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເຄາະຮ້າຍຕອນນີ້ສົບຜູ້ຕາຍໄດ້ນຳໄປເຜົາຢູ່ວັດຫວຽດ
ຄລິບກ່ອນຈະຈູດເຜົາຕົນເອງ:ກ່ອນຈະຈູດເຜົາຕົນເອງຢູ່ຄາລືຫາດນັ້ນຜູ້ກ່ຽວໄດ້ຖ່າຍຄລິບ ລະບາຍຄວາມນ້ອຍໃຈ, ຄວາມເສຍໃຈຕໍ່ກັບເຈົ້າຂອງຄາລືຫາດ ຊື່ງຈະເປັນແນວໃດລອງຟັງນຳກັນເລີຍ
ຊົມຄລິບ
ຂໍໃຫ້ເຈົ້າພັກຜ່ອນສະບາຍເຈົ້າທຳຖືກຕ້ອງແລ້ວ…
Posted by Sangkhane Phachanthavong on Tuesday, August 4, 2020