ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນວ ປະກາດອະໄພຍະໂທດ 26 ຄົນ ທີ່ປະພຶດຕົນດີ

0
57

ວັນທີ 27 ມັງກອນ 2023, ຢູ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດພິທີປະກາດອະໄພຍະໂທດປ່ອຍຕົວນັກໂທດ 26 ຄົນ, ຍິງ 6 ຄົນ ແລະ ຫລຸດຜ່ອນໂທດ 75 ຄົນ, ຍິງ 18 ຄົນ ທີ່ມີການປະພຶດຕົນດີ, ປະຕິບັດລະບຽບວິໄນເຂັ້ມງວດ, ມີຄວາມດຸໝັ່ນຂະຫຍັນພຽນໃນການປະຕິບັດວຽກງານຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ນະຄອນຫລວງວຽງຈັນ ປະຈຳປີ 2022.

ໃນພິທີ ທ່ານ ພັທ ໂອລໍາ ທາດມະນີ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນວ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 206/ປປທ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍການອະໄພຍະໂທດປ່ອຍຕົວນັກໂທດ ໂດຍໄດ້ຄົ້ນຄວ້າ ແລະ ຕົກລົງຜູ້ທີ່ມີເງື່ອນໄຂໃຫ້ອະໄພຍະໂທດ ໃນຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນວ ປະຈຳປີ 2022 ມີ 26 ຄົນ, ຍິງ 6 ຄົນ ແລະ ຜູ້ໄດ້ຮັບການຫຼຸດຜ່ອນໂທດ 75 ຄົນ , ຍິງ 18 ຄົນ.

ທ່ານ ຄໍາສຸກ ແສງມີໄຊ ຫົວໜ້າອົງການໄອຍະການ ປະຊາຊົນ ນວ ກ່າວວ່າ: ພາຍຫລັງໄດ້ຮັບການປ່ອຍຕົວກັບຄືນສູ່ຄອບຄົວ ແລະ ສັງຄົມໃຫ້ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນພົນລະເມືອງດີ, ປະກອບສ່ວນເຂົ້າໃນການພັດທະນາຄອບຄົວຂອງຕົນໃຫ້ກາຍເປັນຄອບຄົວທີ່ດີມີຄຸນນະພາບ ແລະ ປະກອບສ່ວນພັນທະຂອງຕົນເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການແກ້ໄຂບັນຫາຢາເສບຕິດ.