ຄົນເກີດວັນອາທິດ:ການງານຕ້ອງແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ຢ່າງວ່ອງໄວ ການເງິນຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ມີໂຊກທາງດ້ານການເງິນ ຄວາມຮັກລະວັງເກີດເລື່ອງຫຶງຫວງເຮັດໃຫ້ຮູ້ສຶກຫງຸດຫງິດໃນຈິດໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນຈັນ:ການງານການເລີ່ມຕົ້ນທຸລະກິດໃໝ່ໃນຊ່ວງນີ້ອາດມີຄວາມຮູ້ສຶກກັງວົນໃຈ ແຕ່ກໍສາມາດສ້າງຄວາມສຳເລັດໄດ້ດີ ການເງິນຈະໄດ້ເງິນເຂົ້າມາເຮັດໃຫ້ຮູ້ສຶກພຶງພໍໃຈຄວາມຮັກບໍ່ໄດ້ຮັບຄວາມຊັດເຈນໃນເລື່ອງຂອງຄວາມຮັກ ແລະ ຢ່າໄປປຶກສາກັບຄົນທີ່ບໍ່ຫວັງດີເພາະຈະໄດ້ຮັບຄຳແນະນຳທີ່ຜິດໆ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 1
ຄົນເກີດວັນອັງຄານ:ການງານເລັ່ງຮີບໃນເລື່ອງຂອງການເຮັດທຸລະກຳທາງດ້ານການເງິນໃນການທີ່ຈະລົງທຶນເພີ່ມ ການເງິນຈະໄດ້ຂອງຖືກໃຈ ມີຄວາມສຸກ ໄດ້ຂອງມີຄ່າເຂົ້າມາເພີ່ມຂຶ້ນ ຄວາມຮັກຈະພົບຮັກກັບຄົນທີ່ມີເກນອາຍຸຫຼາຍກວ່າ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ0
ຄົນເກີດວັນພຸດ:ການງານມີລູກນ້ອງ ຫຼື ທີມງານທີ່ດີຊ່ວຍກັນສ້າງຜົນງານ ແລະ ຊ່ວຍກັນແກ້ບັນຫາສະເພາະໜ້າໄດ້ດີ ການເງິນໂຊກດີຄອບຄົວ ແລະ ບໍລິວານຈະອຸປະຖຳທາງດ້ານການເງິນກໍເປັນໄປໄດ້ ຄວາມຮັກຈະພົບຮັກຈາກການເດີນທາງໄປພົບຄົນທີ່ມີເກນອາຍຸຫຼາຍກວ່າ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 4
ຄົນເກີດວັນພະຫັດ:ການງານລະວັງຮຸ້ນສ່ວນທີ່ໄວ້ໃຈບໍ່ໄດ້ ລະວັງຈະຖືກໂກງ ການເງິນມີໂຊກແບບບໍ່ຄາດຝັນເຂົ້າມາເຮັດໃຫ້ດີໃຈຫຼາຍຂຶ້ນໃນໄລຍະນີ້ ຄວາມຮັກຢູ່ໃນເກນທີ່ດີດ້ານຄວາມສຳພັນດ້ານຄວາມຮັກ ມີຄວາມສຸກ ເຄື່ອງມຸງຄຸນ ຫິນນໍາໂຊກສີຂາວ ສີມຸງຄຸນ ສີສົ້ມ ເລກນຳໂຊກ3
ຄົນເກີດວັນສຸກ:ການງານ ຈະໄດ້ຮັບການຊ່ວຍເຫຼືອອຸປະຖຳທາງດ້ານການງານຈາກຄົນສະໜິດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາເປັນໂຊກດີເປັນຢ່າງຫຼາຍ ຄວາມຮັກຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນເສົາ:ການງານເດີນທາງຕິດຕໍ່ງານເລື້ອຍຂຶ້ນ ປະສົບຄວາມສຳເລັດດ້ານທຸລະກິດ ການເງິນລາຍຈ່າຍຍັງມີຫຼາຍແບບຫຼີກລ້ຽງບໍ່ໄດ້ເລີຍໃນໄລຍະນີ້ ຄວາມຮັກໄລຍະນີ້ມຸ່ງເນັ້ນດ້ານການງານຫຼາຍກວ່າທີ່ຈະໃຫ້ຄວາມສຳຄັນດ້ານຄວາມຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ7