ວັນທີ 28 ພະຈິກ 2022 ຜ່ານມານີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:
ເຫັນດີໃຫ້ສະເໜີສະພາແຫ່ງຊາດຮັບຮອງແຜນບັນຈຸລັດຖະກອນໃຫມ່ ປີ 2023 ຈໍານວນ 800 ຄົນ ຕາມການສະເໜີຂອງກະຊວງພາຍໃນ, ແຕ່ການຈັດສັນລັດຖະກອນດັ່ງກ່າວ ແມ່ນບຸລິມະສິດໃຫ້ພະນັກງານຕາມສັນຍາ ແລະ ອາສາສະມັກ ທີ່ຕົກຄ້າງມາຫຼາຍປີ ເຊັ່ນ: ຄູ ແລະ ແພດອາສາສະໝັກ ຢູ່ເຂດຫ່າງໄກສອກຫຼີກທຸລະກັນດານ.
ພ້ອມກັນນັ້ນກໍເຫັນດີ ໃຫ້ສະເໜີສະພາແຫ່ງຊາດ ເພື່ອຮັບຮອງເອົາການປະຕິບັດນະໂຍບາຍອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບໍານານ ຈໍານວນ 150.000 ກີບ/ຄົນ/ເດືອນ ເປັນການທົດລອງໃນປີ 2023.
ເຫັນດີໃຫ້ຢຸດການຮັບພະນັກງານຕາມສັນຍາ ແລະ ອາສາສະໝັກເຮັດວຽກໃໝ່ ໃນທຸກຂົງເຂດວຽກງານຂອງລັດ ນັບແຕ່ມື້ເຊັນແຈ້ງການ ສະບັບນີ້ເປັນຕົ້ນໄປ.
ເຫັນດີໃຫ້ຫັນການເຝິກຈ່າຍເງິນເດືອນຜ່ານລະບົບທະນາຄານ (ATM) ສໍາລັບພະນັກງານທີ່ເຮັດວຽກ ບໍລິຫານ ແລະ ຊ່ວຍຫນູນ (ບໍ່ແມ່ນກໍາລັງສູ້ຮົບ) ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ການ ເບີກຈ່າຍເງິນເດືອນໄວຂຶ້ນ.