ເມືອງນາຊາຍທອງ ປະກາດຮັບແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ເພື່ອໄປ ເຮັດວຽກຕາມລະດູການ

0
73

ເມືອງນາຊາຍທອງ! ປະກາດຮັບແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການ ເລກທີ 0003 ລົງວັນທີ 3 ມັງກອນ 2023 ວ່າ: ເມືອງເມຍຢາງ ໄດ້ສະແດງເຈດຈຳນົງໃນການນຳໃຊ້ ແຮງງານເມືອງ ນາຊາຍທອງ ນະຄອນຫລວງ ວຽງຈັນ ຈຳນວນ 100 ຄົນ, ຍິງ 100

ຄົນ ເພື່ອໄປ ເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວໃນເດືອນ ມັງກອນ ແລະ ກຸມພາ 2023. ສະນັ້ນ, ເພື່ອ ເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ຫ້ອງການ ກະຊວງ ຮສສ ແຈ້ງມາຍັງທ່ານເພື່ອປະກາດຮັບ ສະໝັກ ແລະ ຂຶ້ນທະບຽນ ແຮງງານຈຳນວນ 120 ຄົນ, ຍິງ 120 ຄົນ ໃນໄລຍະວັນທີ 4-5 ມັງກອນ 2023

ພາຍຫລັງຂຶ້ນທະບຽນສຳເລັດແລ້ວ, ກົມ ການຈັດຫາງານ ພ້ອມດ້ວຍຄະນະຈະດຳເນີນການ ສຳພາດຄັດເລືອກເອົາແຮງງານຜູ້ທີ່ຄົບຕາມເງື່ອນໄຂ ຂອງນາຍຈ້າງ ປະເທດ ສ.ເກົາຫລີ ຈຳນວນ 100 ຄົນ, ຍິງ 100 ຄົນ ໃນລະຫວ່າງວັນທີ 6-7 ມັງກອນ 2023.

ສະນັ້ນ ເພື່ອເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກເອົາແຮງງານມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກຳນົດໄວ້, ຫ້ອງການ ກະຊວງ ຮສສ ຂໍແຈ້ງມາຍັງທ່ານ ເພື່ອ ແຈ້ງການຫາຫ້ອງການ ຮສສ ເມືອງ ນາຊາຍທອງ ເພື່ອແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆພາຍໃນ

ເມືອງ ນາ ຊາຍທອງ ເພື່ອເຂົ້າຮ່ວມການສະໝັກ, ຂຶ້ນທະບຽນ ແລະ ສຳພາກຄັດເລືອກ ໃນວັນເວລາທີ່ໄດ້ລະບຸໄວ້ ຂ້າງເທິງນັ້ນ. ສຳລັບແບບຟອມການສະໝັກກົມ ການຈັດຫາງານຈະກະກຽມໄປແຈກຈ່າຍໃນມື້ ລົງທະບຽນ ແລະ ຂໍໃຫ້ພະແນກ ຮສສ ນະຄອນຫລວງວຽງຈັນ, ຫ້ອງການ ຮສສ ເມືອງ ນາ ຊາຍທອງ ແລະ ການປົກຄອງຂັ້ນບ້ານ

ໃຫ້ຄວາມ ຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍໜ້າເຂົ້າມາມີ ສ່ວນຮ່ວມໃນຂະບວນການຄັດເລືອກແຮງງານຄັ້ງນີ້ ຢ່າງເດັດຂາດ. ສຳລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

ສ່ວນເງື່ອນໄຂການສະໝັກແມ່ນເປັນພົນເມືອງລາວ ແລະ ອາໄສຢູ່ເມືອງ ນາຊາຍທອງຢ່າງຫນ້ອຍ 1 ປີ; ເປັນເພດຍິງ ອາຍຸ 25-50 ປີ; (ບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 1 ປີ); ລວງສູງ 150 ເຊັນຕິ ແມັດຂຶ້ນໄປ; ໄດ້ຮັບວັກຊີນຄົບໂດສ 2 ເຂັມຂຶ້ນໄປ; ມີສຸຂະພາບແຂງແຮງ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ,

ພະຍາດຕິດຕໍ່ (ວັນນະໂລກ, ໂຄວິດ-19, ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງ ເພດສຳພັນ (ຊີຟີລິສ, ຜູ້ທີ່ໃຊ້ຢາເສບຕິດ; ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫລີ ຫລື ບໍ່ຖືກ ຈຳກັດການເດີນທາງອອກນອກປະເທດ; ຈົບ ການສຶກສາຂັ້ນປະຖົມສຶກສາຂຶ້ນໄປສາມາດອ່ານ, ຂຽນ ພາສາລາວໄດ້; ສາມາດຊຳລະຄ່າໃຊ້ຈ່າຍຕ່າງໆ ດ້ວຍຕົນເອງ; ຕ້ອງມີໂທລະສັບສະມາດໂຟນ ເພື່ອ ໃຊ້ລົງທະບຽນຢູ່ ສ.ເກົາຫລີ.

ສຳລັບເອກະສານປະກອບໃນເວລາລົງທະບຽນ ໃຫ້ ແຮງງານຖືເອກະສານເປັນມາພ້ອມຄື: ຮູບຂະໜາດ 3×4 ພື້ນຂາວ ຈຳນວນ 1 ໃບ;ຮູບຂະໜາດ 3.5×4.5 ພື້ນຂາວ ຈຳນວນ 1 ໃບ; ກອບປີ້ ສຳມະໂນຄົວ 1 ສະບັບ; ກອບປີ້ບັດປະຈຳຕົວ 1 ສະບັບ; ກອບປີ້ພາດ ສປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການ ພາຍຫລັງທີ່ໄດ້ຮັບການຄັດເລືອກ); 6. ໃບຢັ້ງຢືນ ທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່.

ໝາຍເຫດ: ເນື່ອງຈາກເວລາໃນການຮັບສະໝັກ, ສຳພາດ ແລະ ຄັດເລືອກສັ້ນ, ແຮງງານຜູ້ທີ່ຄົບ ເງື່ອນໄຂ ແລະ ມີພາດສປອດຈະໄດ້ຮັບ ການພິຈາລະນາພິເສດ; ເວລາ ເປີດຮັບສະໝັກ ຕອນເຊົ້າ 08:00–11:30 ຕອນບ່າຍ 13:30–16:00; ສະຖານທີ່ສະໂມສອນ ຫ້ອງການປົກຄອງເມືອງ ນາ ຊາຍທອງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ