ລີວີວທ້າຍປີ 2022 ຈາກໂພສ Carery Careryຕອນເອົາກະໃຫ້ຄົນອື່ນຮູ້ ຕອນປະກະໃຫ້ຄົນອື່ນຮູ້ນໍາ ຄືເພີ່ນວ່າ….ອະເຂົ້າເລື່ອງເລີຍ..…ຕອນນີ້ເຮົາ2ຄົນໄດ້ຕົກລົງແຍກກັນຢູ່ເປັນທາງການແລ້ວຕ່າງຄົນຕ່າງບໍ່ມີໃຜຜິດແລະກໍບໍ່ມີໃຜຖືກ (ເຈົ້າບໍ່ປ່ຽນຂ້ອຍກະບໍ່ປ່ຽນ )ແລ້ວຊິທົນທຸກຕໍ່ໄປເຮັດຫຍັງທີ່ຜ່ານມາຕ່າງຝ່າຍຕ່າງເຄີຍໃຫ້ໂອກາດກັນແຕ່ມັນກະຍັງວົນວຽນກັບມາເປັນຄືເກົ່າ
ໃນເມື່ອຢູ່ນໍາກັນບໍ່ມີຄວາມສຸກກະແຍກຍ້າຍໄປໃຊ້ຊີວິດໃຜມັນຕ່າງຝ່າຍຕ່າງບໍ່ຕ້ອງເສຍເວລາເປີດໂອກາດສີ່ງໃຫມ່ໆເຂົ້າມາ
ສ່ວນລູກໃຫຍ່ມາລາວຫາກເຂົ້າໃຈດອກ (ມັນບໍ່ແມ່ນຍຸກຫີນຄືແຕ່ກ່ອນ..ນີ້ມັນສະໃຫມໃຫມ່ແລ້ວ) ເຮັດຫນ້າທີ່ພໍ່ແມ່ໃຫ້ດີທີ່ສຸດກະພໍທີ່ໂພສລົງຂ້ອຍຕັດສິນໃຈ ແລະ ທົບທວນທຸກຢ່າງດີແລ້ວແລະກະບໍ່ອາຍໃຜຊິວ່າເອົາຜົວບໍ່ທັນຮອດໃສກະປະ (ເຊີນໂລດເດີ້ ຂ້ອຍບໍ່ແຄຣ໌ ອັນນັ້ນປັນຫາຂອງເຈົ້າທີ່ຄິດກັບຊີວິດຂ້ອຍ )ເຈັບມື້ນີ້ດີກ່ວາທົນເຈັບໄປຕະຫລອດຊີວິດ
ເຈັບຄົນດຽວຕອນນີ້ດີກ່ວາລູກໃຫຍ່ມາຊິໃຫ້ລູກເຫັນສະພາບພໍ່ກັບແມ່ຜິດກັນຄືນອິດສະຫລະໃຫ້ກັນຮັກສຸດໃຈແຕ່ໄປໄດ້ສໍ່ານີ້ Single mom 5 ປີສໍ່າ 5 ມື້ເນາະໂຊກດີປີໃຫມ່ເດີ້ທຸກຄົນ