ແຂວງໄຊຍະບູລີ ກຳນົດເອົາວັນທີ 18-20 ກຸມພາ 2023 ເປັນມື້ຈັດງານມະຫະກໍາບຸນຊ້າງ ຄັ້ງທີ XVI ປະຈໍາປີ 2023 ຢ່າງເປັນທາງການ ໂດຍຈະຈັດຂຶ້ນຢູ່ເມືອງໄຊຍະບູລີ ເຊີ່ງຈະມີຊ້າງເຂົ້າຮ່ວມງານທັງໝົດ ຈໍານວນ 75 ໂຕ.
ທ່ານ ເພັດພິໄຊ ສູນວິໄລ, ຮອງເຈົ້າແຂວງໄຊຍະບູລີ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 3 ມັງກອນນີ້ ວ່າ: ໄຊຍະບູລີ ເປັນແຂວງທີ່ຍັງມີປະຊາກອນຊ້າງຫລາຍກວ່າໝູ່ໃນບັນດາແຂວງໃນ ສປປ ລາວ, ດັ່ງນັ້ນ ເພື່ອເປັນການອະນຸ ລັກຮັກສາຊ້າງບໍ່ໃຫ້ສູນພັນ, ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະ ວິຖີ
ການ ດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າພາຍໃນ ແຂວງໄຊຍະບູລີ ທີ່ມີມາແຕ່ດົນນານໃຫ້ຍືນຍົງຄົງຕົວຕະຫລອດໄປ ຈິ່ງໄດ້ຈັດງານມະຫະກໍາບຸນຊ້າງຂຶ້ນໃນແຕ່ລະປີ.
ສໍາລັບການຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ແມ່ນເປັນ ຄັ້ງທີ XVI ເຊີ່ງຈະຈັດເປັນງານຍິ່ງໃຫຍ່ທີ່ມີຫລາກຫລາຍກິດຈະກໍາ ໂດຍເລີ່ມຈາກການຈັດງານຕະຫລາດນັດວາງສະແດງຂາຍສິນຄ້າກະສິກໍາ, ຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ ແລະ ສິນຄ້າອື່ນໆ ທັງຈາກພາຍໃນແຂວງໄຊຍະບູລີ, ບັນດາແຂວງ ແລະ ສິນຄ້າຈາກປະເທດໃກ້ຄຽງ ເຊີ່ງ
ຈະເລີ່ມແຕ່ວັນທີ 13 ກຸມພາເປັນຕົ້ນໄປ, ສ່ວນວັນທີ 15-16 ກຸມພາ ແມ່ນເປັນການຊ້ອມໃຫຍ່, ວັນທີ 17 ແມ່ນມື້ໃສ່ບາດເພື່ອອຸທິດສ່ວນກຸສົນແກ່ຊ້າງ, ຈາກນັ້ນ ວັນທີ 18-20 ກຸມພາ ແມ່ນມື້ຈັດງານມະຫະກໍາບຸນຊ້າງຢ່າງເປັນທາງການ.ຮອງເຈົ້າແຂວງໄຊຍະບູລີ ກ່າວຕື່ມວ່າ: ສໍາລັບກິດຈະກໍາສໍາຄັນທີ່ສຸດຂອງງານຄັ້ງນີ້ ແມ່ນເນັ້ນໃສ່
ຫລາຍກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ເປັນຕົ້ນ: ການສະແດງຂອງຊ້າງຄໍາຮູ້, ການບາສີສູ່ຂວັນຊ້າງ, ການໃຫ້ອາຫາຊ້າງ ແລະ ການບໍລິການຂີ່ຊ້າງຊົມຕົວເມືອງ. ນອກຈາກນີ້ ຈະມີການສະແດງສິລະປະວັນນະຄະດີຂອງມວນຊົນ ແລະ ຈາກ 8 ເຜົ່າພາຍໃນແຂວງໃນແຕ່ລະຄືນ, ລວມເຖີງຈະມີການໂດດຈ້ອງຂອງກອງພັນທະຫານອາກາດ, ໃນແຕ່ລະວັນຈະມີການທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່
ສວຍງາມຂອງ ແຂວງໄຊຍະບູລີ ແລະ ກິດຈະກໍາອື່ນໆ ເຊີ່ງ ປັດຈຸບັນ ທຸກຂະແໜງການທີ່ກ່ຽວຂ້ອງຂອງແຂວງພວມສຸມໃສ່ຫ້າງຫາກະກຽມວຽກງານຂອງຕົນຢ່າງຕໍ່ເນື່ອງ ເພື່ອ
ເຮັດໃຫ່້ການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ປະສົບຜົນສໍາເລັດດ້ວຍດີ, ທັງສ້າງຄວາມເບີກບານມ່ວນຊື່ນ ແລະ ຄວາມເພີ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງເຂົ້າໄປທ່ອງທ່ຽວພາຍໃນງານຄັ້ງນີ້.