ໜຶ່ງໂຄງການສຳຄັນຂອງປະເທດ! ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ500 ກິໂລໂວນ ໄປຊາຍແດນ ກຳປູເຈຍ

    0
    118

    ໄຟຟ້າຖືເປັນທ່າແຮງສຳຄັນໃນການສ້າງລາຍຮັບເຂົ້າປະເທດຢ່າງຫຼວງຫຼາຍໃນແຕ່ລະປີ ແລະບັນດາປະເທດອ້ອມຂ້າງຄືຕະຫຼາດຫຼັກຂອງພວກເຮົາ, ປີນີ້ 2023 ຖືເປັນຂ່າວໃຫຍ່ທີ່ ສປປ ລາວ ເຮົາໄດ້ສຳເລັດໜຶ່ງໂຄງການສຳຄັນ ແລະໄເປີດນຳໃຊ້ແລ້ວນັ້ນກໍ່ຄືໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນຈາກລາວໄປກຳປູເຈຍ.

    ໃນຕອນບ່າຍວັນທີ 3 ມັງກອນ 2023 ທີ່ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ ເມືອງໂຂງ ແຂວງຈຳປາສັກ ໄປຫາຊາຍແດນ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ລັດວິສາຫະກິດໄຟຟ້າລາວ, ການນໍາແຂວງຈຳປາສັກ ແລະ ແຂວງອັດຕະປື ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


    ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນມີຄຳເຫັນກ່າວເປີດໂຄງການດັ່ງກ່າວຢ່າງເປັນທາງການ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ລັດວິສາຫະກິດໄຟຟ້າລາວ, ຄະນະຮັບ ຜິດຊອບຊີ້ນໍາໂຄງການ, ບໍລິສັດຜູ້ພັດທະນາໂຄງການ ພ້ອມດ້ວຍພະນັກງານ-ວິຊາການ, ກໍາມະກອນ ຕະຫຼອດຮອດອົງ ການປົກຄອງທ້ອງຖິ່ນ ທີ່ໄດ້ສຸມສະຕິປັນຍາ, ເຫືີ່ອແຮງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການ ແລະ ປະຕິບັດບັນດາວຽກງານທີ່ຕິດພັນ ເຊິ່ງເຮັດໃຫ້ໂຄງການ ສໍາເລັດຕາມເວລາທີ່ກຳນົດໄວ້.

    ພ້ອມກັນນນີ້ ຍັງໄດ້ຍົກໃຫ້ເຫັນ ສະພາບການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງຂະແໜງພະລັງງານ ຂອງ ສປປ ລາວ ໂດຍສະເພາະ ຄວາມສາມາດໃນການສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ ໃນແຕ່ລະໄລຍະ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນນີ້ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງປະເທດເຮົາ ກໍຄື ການພັດທະນາບັນດາທ້ອງຖິ່ນ ທີ່ກ່ຽວຂ້ອງ.


    ໃນໂອກາດດຽວກັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ກໍໄດ້ຂຶ້ນມີຄຳເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມພະຍາຍາມ ແລະ ຜົນສຳເລັດທີ່ພົ້ນເດັ່ນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຂອງລັດວິສາຫະກິດ ໄຟຟ້າລາວ ໂດຍສະເພາະ ການດຶງດູດການລົງທຶນ, ການສະໜອງໄຟ ຟ້າໃຫ້ປະຊາຊົນ ໄດ້ຊົມໃຊ້ ແລະ ອື່ນໆ; ໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບປະຫວັດຄວາມເປັນມາໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ໄປຊາຍແດນກຳປູເຈຍ ເຫັນວ່າ: ໂຄງການສາຍສົ່ງໄຟຟ້າ ແລະ ສະຖານີ 500 ກິໂລໂວນ ດັ່ງກ່າວນີ້ ແມ່ນໂຄງການທໍາອິດຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສຳປະທານ (ຜູ້ຮ່ວມພັດທະນາເປັນຜູ້ກໍ່ສ້າງ ແລະ ດໍາເນີນງານ ຫຼື ຮູບແບບ BOT) ໂດຍເປັນການລົງທຶນ ຂອງບໍລິສັດ Yunnan Energy Investment (HK) Co.,Limited, ມີມູນຄ່າການລົງທຶນທັງໝົດ 150 ລ້ານກວ່າໂດລາ.

    ສາຍສົ່ງດັ່ງກ່າວ ມີຄວາມຍາວ 200 ກວ່າກິໂລແມັດ ໂດຍຜ່ານພື້ນທີ່ເມືອງໂຂງ, ເມືອງອຸທຸມພອນ ຂອງແຂວງຈຳປາສັກ ແລະ ເມືອງສະໜາມໄຊ, ເມືອງພູວົງ ຂອງແຂວງອັດຕະປື, ເຊິ່ງເປັນໂຄງການພັດທະນາສາຍສົ່ງແຫ່ງຊາດ ທີ່ມີລັກສະນະຄົບວົງຈອນ, ນໍາໃຊ້ເຕັກນິກທີ່ທັນສະໄໝ, ເປັນຜົນສໍາເລັດທີ່ສໍາຄັນ ແລະ ມີລັກສະນະຍຸດທະສາດ ທີ່ຕິດພັນຢ່າງສະໜິດແໜ້ນ ກັບການສົ່ງອອກພະລັງງານໄຟຟ້າ ໄປຍັງບັນດາປະເທດໃກ້ຄຽງ. ຈາກຜົນສຳເລັດດັ່ງກ່າວນັ້ນ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງອອກກະແສໄຟຟ້າ ອອກໄປຈໍາໜ່າຍຢູ່ຕ່າງປະເທດ ເວົ້າສະເພາະ ກໍ່ຄື ຣາຊະອານາຈັກກໍາປູເຈຍ ທັນຕາມກຳນົດເວລາທີ່ໄດ້ກໍານົດໄວ້ ຊຶ່ງແມ່ນໜຶ່ງຍຸດທະສາດທີ່ສໍາຄັນ ຂອງການພັດທະນາອຸດສາຫະກໍາພະລັງງານຢູ່ປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ເພີ່ມຂຶ້ນ.


    ໃນຕອນທ້າຍຂອງພິທີ, ບັນດາທ່ານການນຳ ທີ່ເຂົ້າຮ່ວມພິທີຄັ້ງນີ້ ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປີດໂຄງການ ຢ່າງເປັນທາງການ, ພ້ອມທັັງ ຕີຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ໂຄງການດັ່ງກ່າວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.