ບໍ່ໜ້າເລີຍ ຄິດສັ້ນເກີນໄປ ຄຽດໃຫ້ອາຈານ ເລີຍຈູດໂຮງຮຽນ ເສຍຫາຍເກືອບ 800 ລ້ານ

    0
    112

    ຄຽດໃຫ້ອາຈານ ເລີຍຈູດໂຮງຮຽນ ເສຍຫາຍເກືອບ 800 ລ້ານເຈົ້າຫນ້າທີ່ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ຈັບພວກ ຈູດໂຮງຮຽນ ມຕ ເລກ 3 ສຸນັນທາ ບ້ານທ່າເມືອງ, ຍ້ອນຜູ້ກ່ຽວ 1 ໃນ 3 ແຄ້ນໃຫ້ອາຈານທີ່ຖືກເອີ້ນໄປສຶກສາອົບຮົມ ຍ້ອນສູບຢາໄຟຟ້າ ແລະ ຕິດຢາເສບຕິດ..

    ເຈົ້າຫນ້າທີ່ເປີດເຜີຍວ່າ: ວັນທີ 14 ທັນວາ 2022 ເວລາ 24:00 ໂມງ ໂຮງຮຽນມັດ ມຕ ເລກ 3 ຢູ່ບ້ານ ທ່າເມືອງ ນະຄອນໄກສອນ ຖືກໄຟໄຫມ້ ເສຍຫາຍທັງຫມົດ ມູນຄ່າ 786.480.000 ກີບ ຜ່ານການກວດກາຂອງເຈົ້າໜ້າທີ່ຮູ້ໄດ້ວ່າ: ເກີດຈາກຄົນຈູດ ເພາະມີຮ່ອງຮອຍງັດແງະ ຈາກນັ້ນໄດ້ກຳນົດເປົ້າໝາຍ.

    ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12:00 ໂມງ ສາມາດກັກຕົວຜູ້ກໍ່ເຫດໄດ້ ທ້າວ ສາຍຄຳ ຫລື ໄກ່ ບ້ານທ່າເມືອງ, ທ້າວ ບີ້ ບ້ານດົງດຳດວນ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ບ້ານໂນນສະຫວາດ ນະຄອນ ໄກສອນ.

    ພວກກ່ຽວສາລະພາບວ່າ: ໄດ້ພາກັນປີນຂື້ນກຳແພງຮົ້ວແລ້ວງັດໜ່ວຍກະແຈເຂົ້າຫ້ອງການ, ຈາກນັ້ນ, ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າທີ່ອາຈານຢຶດໄວ້ຂອງນັກຮຽນໃນຄັ້ງຜ່ານມາ ພົບເຫັນຈຳນວນ 11 ອັນ, ຫລັງຈາກເອົາແລ້ວຈັບເອົາເນວລ້າງມືແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕເອົາກັບໄຟຈູດແລ້ວເອົາຕົວຫຼົບໜີ.

    ເຊິ່ງ ແຮງຈູງໃຈຍ້ອນທ້າວ ສາຍຄຳ ຫຼື ໄກ່ ເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວໄດ້ຖືກຄູ-ອາຈານເອີ້ນຂື້ນຫ້ອງການ ແລະ ພ້ອມທັງສຶກສາອົບຮົມຫຼາຍຄັ້ງຍ້ອນຜູ້ກ່ຽວເຮັດຜິດລະບຽບຂອງໂຮງຮຽນ ແລະ ຕິດຢາເສບຕິດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.