2022 ລາວ ຕິດອັນທີ 3 ທີ່ມີນັກທ່ອງທ່ຽວ ເດີນທາງ ໄປທ່ອງທ່ຽວປະເທດໄທ ຫຼາຍທີ່ສຸດ 789,351 ຄົນ

0
65

ອັບເດດ 2022 ລາວ ຕິດອັນທີ 3 ທີ່ມີນັກທ່ອງທ່ຽວ ເດີນທາງ ໄປທ່ອງທ່ຽວປະເທດໄທ ຫຼາຍທີ່ສຸດ ເຊິ່ງມີຈຳນວນ 789,351 ຄົນ ຫຼັງຈາກເລັ່ງການຟື້ນໂຕໃນເຄິ່ງປີຫຼັງ ການທ່ອງທ່ຽວໄທ’ ສືບຕໍ່ເກັບກຳ ແລະ ມີໂຕເລກນັກທ່ອງທ່ຽວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຄາດວ່າ ຈົບປີ 2022 ຈະມີນັກທ່ອງທ່ຽວຕ່າງປະເທດສະສົມຕະຫຼອດປີຫຼາຍກວ່າ 11 ລ້ານຄົນ ສ້າງລາຍຮັບໄດ້ປະມານ 700 ຕື້ບາດ.

ຕັ້ງແຕ່ຕົ້ນປີ ‘ນັກ​ທ່ອງ​ທ່ຽວ​ອິນ​ເດຍ’ ກາຍ​ເປັນ​ນັກ​ທ່ອງ​ທ່ຽວ​ໄທ​ທີ່​ນິ​ຍົມ​ທີ່​ສຸດ​ແທນ​ຈີນ ແຕ່ເມື່ອເຂົ້າສູ່ເຄິ່ງປີຫຼັງ ‘ນັກທ່ອງທ່ຽວມາເລເຊຍ’ ແລະ ປະເທດອື່ນໆ ໃນ​ອາ​ຊຽນ ມີການ​ຟື້ນ​ຕົວຢ່າງຕໍ່ເນື່ອງ ແລະ ທ້າຍທີ່ສຸດ ‘ມາເລເຊຍ’ ຖືກຈັດເປັນອັນດັບ 1 ຂອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວປະເທດໄທຫຼາຍທີ່ສຸດໃນປີນີ້.

ຮອງ​ລົງ​ມາ​ແມ່ນ​ອິນ​ເດຍ​ເກືອບ 1 ​ລ້ານ​ຄົນ, ຮອງ​ລົງ​ມາ​ແມ່ນ​ປະ​ເທດ​ອາ​ຊຽນ, ລາວ, ກຳ​ປູ​ເຈຍ​ ແລະ​ ສິງ​ກະ​ໂປ ນຳມາເປັນອັນດັບທີ 3-5, ​ສ. ເກົາຫຼີ ​ເປັນ​ອັນ​ດັບ​ທີ 6 ແລະ​ ອັນ​ດັບ​ທີ 7 ເປັນ​ນັກ​ທ່ອງ​ທ່ຽວ​ຈາກຫວຽດ​ນາມ.

ໃນຂະນະທີ່ຝັ່ງຕາເວັນຕົກມີ ສະຫະລັດອາເມຣິກາ, ສະຫະລາຊະອານາຈັກ ແລະ ຣັດເຊຍ ອັນດັບ 8-10 ມີປະມານ 3-4 ແສນຄົນ, ຂະນະທີ່ ແຊ້ມເກົ່າ ‘ຈີນ’ ເຄີຍເປັນຕະຫຼາດສຳຄັນຂອງໄທ ປີ​ນີ້​ຢູ່​ອັນ​ດັບ​ທີ 14, ​ແຕ່​ຫຼາຍ​ຄົນ​ເຊື່ອ​ວ່າ​ປີ 2023 ຈະ​ເປັນ​ປີ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຕະຫຼາດ​ຈີນ.

ທີ່ມາຈາກ: TODAY Review