ຄົນເກີດວັນອາທິດ:ການງານຜົນງານທີ່ວຽກງານຂອງທ່ານທີ່ເຮັດຢູ່ ຈະໂດດເດັ່ນຈົນໄດ້ຮັບການຍ້ອງຍໍຊົມເຊີຍ ການເງິນຈະໄດ້ຮັບເງິນຈາກການສ່ຽງໂຊກ ຄວາມຮັກມີເຫດທີ່ອາດຈະເຮັດໃຫ້ທ່ານຕ້ອງໄດ້ຫ່າງຈາກຄົນທີ່ທ່ານຮັກ ເຄື່ອງມຸງຄຸນສາຍຄໍຄຳ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນຈັນ:ການງານດວງຮ້າຍຜ່ານໄປດວງແຫ່ງໂຊກກ້າວເຂົ້າມາ ຄິດຫຍັງເຮັດຫຍັງກໍຈະປະສົບສຳເລັດ ການເງິນມີໂອກາດທີ່ຈະໄດ້ໃຊ້ເງິນເກັບໄປກັບການຈ່າຍຄ່າດູແລສຸຂະພາບ ຄວາມຮັກຈະໄດ້ພົບຄົນສອງສີ ເປັນບຸກຄົນທີ່ມີໜ້າມີຕາໃນສັງຄົມ ເຄື່ອງມຸງຄຸນ ຕ່າງຫູເພັດສີຟ້າ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານບໍ່ມີອຸປະສັກ ເຮັດຫຍັງຄິດຫຍັງຈັບຫຍັງກໍດີ ກໍໄດ້ກຳໄລໄປໝົດ ການເງິນແບ່ງເງິນທີ່ໄດ້ມາເປັນເງິນເກັບ ມີໂອກາດຈະໄດ້ໃຊ້ເງິນກັບຄ່າການເດີນທາງໄກ ຄວາມຮັກ ອາດຈະມີປາກສຽງກັນກັບຄົນຮັກ ແຕ່ກໍຍັງຮັກກັນດີ ເຄື່ອງມຸງຄຸນ ຫິນນຳໂຊກສີຂຽວ ສີມຸງຄຸນສີນ້ຳຕານ ເລກນຳໂຊກ4
ຄົນເກີດວັນພຸດ:ການງານຖ້າທ່າມີຄວາມຄິດ ຫຼື ຢາກກຳລັງດຳເນີນທຸລະກິດຢູ່ ຈະໄດ້ຮັບຜົນກຳໄລທີ່ດີ ການເງິນຄ່າໃຊ້ຈ່າຍໃນຊ່ວງອາດຫຼາຍເປັນພິເສດ ຕ້ອງບໍລິຫານເງິນໃຫ້ດີ ຄວາມຮັກການເດີນທາງຈະເຮັດໃຫ້ທ່ານໄດ້ພົບກັບຄູ່ຄອງທີ່ແທ້ຈິງ ເຄື່ອງມຸງຄຸນຄຳ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນພະຫັດ:ການງານການປຶກສາຫາລືກັນກັບການເພື່ອນຮ່ວມງານຈະເຮັດໃຫ້ຜົນງານອອກມາດີ ແລະ ບໍ່ມີບັນຫາ ການເງິນຈະໄດ້ຮັບເງິນກ້ອນຈາກຜູ້ໃຫຍ່ທີ່ອຸປະຖຳຊ່ວຍເຫຼືອເຮົາຢູ່ ຄວາມຮັກຈະໄດ້ພົບກັບຮັກກັບຄົນຜິວຂາວ ແລະ ເປັນຄົນຕ່າງປະເທດ ເຄື່ອງມຸງຄຸນຫິນນຳໂຊກສີເຫຼືອງ ສີມຸງຄຸນສີຟ້າ ເລກນຳໂຊກ5
ຄົນເກີດວັນສຸກ:ການງານ ລະວັງເລື່ອງບັນຫາສຸຂະພາບຈາກ ຈາກທີ່ເຮັດວຽກໜັກເກີນໄປ ການເງິນລະວັງການມີຄົນມາຂໍຢືມເງິນ ເພາະທ່ານອາດຈະບໍ່ໄດ້ຄືນ ຄວາມຮັກຈະໄດ້ພົບຮັກທີ່ດີ ແລະ ຈິງໃຈ ເຄື່ອງມຸງຄຸນສາຍຄໍໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ2
ຄົນເກີດວັນເສົາ:ການງານອາດຈະມີບັນຫາທີ່ທ່ານແກ້ໄຂດ້ວຍຕົວຄົນດຽວໄດ້ ລອງປຶກສາຄົນທີ່ຢູ່ຮ່ວມງານ ຫຼື ໝູ່ຄູ່ ເພື່ອຫາທາງອອກທີ່ດີ ການເງິນລາຍຈ່າຍມີຫຼາຍ ຕ້ອງບໍລິຫານໃຫ້ດີໆ ເພາະອາດຈະເຮັດໃຫ້ທ່ານໝົດໂຕແບບບໍ່ທັນຕັ້ງໂຕໄດ້ ຄວາມຮັກລະວັງການຜິດຖຽງກັນໃນເລື່ອງບໍ່ເປັນເລື່ອງ ເພາະຈະອາດຈະສັ່ນຄອນຄວາມສຳພັນຂອງທ່ານໄດ້ ເຄື່ອງມຸງຄຸນ ເງີນ ສີມຸງຄຸນສີຂາວ ເລກນຳໂຊກ9