ໃນວັນທີ 23 ທັນວາ 2022, ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີ ຫລາຍບັນຫາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XI ຕໍ່ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດວ່າ:
ບັນຫາທີໜຶ່ງ: ການປູກຈິດສຳນຶກໃຫ້ເລິກເຊິ່ງແກ່ພະນັກງານ, ນັກທຸລະກິດ ປະຊາຊົນໃຫ້ມັນທົ່ວເຖິງ ເພາະວ່າ ປັດຈຸບັນເຫັນປະຊາຊົນ, ນັກທູລະກິດ ບໍ່ທັນມີສະຕິໃນການແກ້ໄຂບັນຫາການສໍ້ລາດບັງຫລວງໄດ້ຢ່າງເຕັມທີ່ ເປັນຕົ້ນແມ່ນ ພະນັກງານໄປຂໍບິນເປົ່ານຳພະນັກງານມາຂຽນເອງແລ້ວໄປສະເໜີເອົາເງິນ ນີ້ກໍເປັນສາເຫດໜຶ່ງ ທີ່ເຮັດໃຫ້ມີການສໍ້ລາດບັງຫລວງເພີ່ມຂຶ້ນ
ບັນຫາທີສອງ ແມ່ນ ຖ້າຊີວິດການເປັນຢູ່ຂອງພະນັກງານມີຢູ່ມີກິນກໍຈະມີການສໍ້ລາດບັງຫລວງຫລຸດໜ້ອຍຖອຍລົງບັນຫາທີສາມ ແມ່ນ ປັດຈຸບັນພວກເຮົາກວດເຫັນແລ້ວຈຳນວນງົບປະມານວ່າພາກສ່ວນໃດລະເມີດ ພວກເຮົາຮັບຮູ້ ແຕ່ການແກ້ໄຂດັ່ງກ່າວຍັງບໍ່ທັນເຂັ້ມງວດ ຢາກໃຫ້ທັງສອງອົງການ ລວມທັງລັດຖະບານຕ້ອງສືບຕໍ່ເດັດດ່ຽວໃນການແກ້ໄຂບັນຫາດັ່ງກ່າວ
ບັນຫາທີສີ່ ແມ່ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ທັງສອງອົງການນີ້ ລວມທັງຂອດງົບປະມານ ຍົກສູງພາລະບົດບາດສິດ ແລະ ໜ້າທີ່ໃຫ້ທັງສອງອົງການນີ້ຕື່ມ, ບັນດາຫົວໜ່ວຍການກໍ່ສ້າງ ເປັນຕົ້ນແມ່ນຂົວທາງ, ເຄຫະສະຖານ ຊົນລະປະທານ ແລະ ການກໍ່ສ້າງອື່ນໆໃຫ້ກຳນົດແຜນຢ່າງລະອຽດແລ້ວຂຶ້ນຜ່ານສະພາເພື່ອເປັນລາຄາກາງໃຫ້ສັງຄົມໄດ້ຮັບຮູ້.