ທ່ານ ບຸນປະເສີດ ສີກຸນລະບຸດ ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ໃນວັນທີ 23 ທັນວາ 2022 ຜ່ານມານີ້ວ່າ: ເພື່ອຮັບ ປະກັນໃຫ້ການຈັດຕັ້ງປະຕິບັດແຜນການໃນປີ 2023, ກົມສ່ວຍສາອາກອນ ຈະປັບປຸງກົນໄກການຄຸ້ມຄອງ
ລາຍຮັບສ່ວຍສາອາກອນ ແລະ ການແບ່ງຂັ້ນຄຸ້ມຄອງລາຍຮັບ ເປັນຕົ້ນແມ່ນ ການຄຸ້ມຄອງຖານລາຍຮັບທີ່ມີແລ້ວ ມອບເຂົ້າງົບປະມານໃຫ້ຖຶກຕ້ອງ ແລະ ຄົບຖ້ວນ ພ້ອມທັງສຸມໃສ່ເກັບກຳຂໍ້ມູນ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ໂດຍສະເພາະ ຫົວໜ່ວຍທຸລະກິດທີ່ສາມາດສ້າງລາຍຮັບໃຫຍ່ ແລະ ບໍ່ໄດ້ຮັບຜົນຈາກສະພາບເສດຖະກິດ ໂດຍ
ເນັ້ນໃສ່ຂະແໜງບໍ່ແຮ່, ໄຟຟ້າ, ຫົວໜ່ວຍຍຸດທະສາດຂອງປະເທດ ແລະ ເຂດເສດຖະກິດພິເສດ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ໃຫ້ມີປະສິດທິພາບສູງ; ໄປຄຽງຄູ່ກັບຄົ້ນຄວ້າຄັດເລືອກ ແລະ ໂອນຫົວໜ່ວຍທຸລະກິດທີ່ຂື້ນກັບການຄຸ້ມຄອງຂອງສູນກາງ ແຕ່ມີທີ່ຕັ້ງ ແລະ ເຄື່ອນໄຫວທຸລະກິດຢູ່ທ້ອງຖິ່ນ ໃຫ້ບັນດາແຂວງຄຸ້ມຄອງຈັດເກັບ
ລາຍຮັບ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ; ເອົາໃຈໃສ່ແນະນຳໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ບັນດາເມືອງ, ເທດສະບານ ແລະ ນະຄອນ ເຂົ້າໃຈໃນການຈັດຕັ້ງປະຕິບັດການອອກເລກປະຈໍາຕົວຜູ້ເສຍອາກອນ ຜ່ານລະບົບ PTIN ເພື່ອແຈ້ງເສຍອາກອນລາຍໄດ້ ຕາມ
ກົດໝາຍ ແລະ ລະບຽບການກຳນົດ ໂດຍເລີ່ມຈາກພະນັກງານສ່ວຍສາອາກອນກ່ອນ ເພື່ອເປັນແບບຢ່າງ ພ້ອມນັ້ນ ສ່ວຍສາອາ ກອນທຸກຂັ້ນ ຕ້ອງໂຄສະນາເຜີຍແຜ່ໃຫ້ສັງຄົມຮັບ ຮູ້ຢ່າງທົ່ວເຖິງ ແລະ ສຸມໃສ່ ວຽກງານການໂຄສະ ນາເຜີຍແຜ່ ແລະ ການຊຸກຍູ້ໃຫ້ຜູ້ເສຍອາກອນ ແຈ້ງມອບດ້ວຍຕົນເອງ ໃຫ້ເພີ້ມຂຶ້ນຂອງຫົວ ໜ່ວຍທັງໝົດ
ທີ່ຢູ່ໃນລະບົບ TaxRIS, ພ້ອມທັງ ສ້າງສູນບໍລິການຜູ້ເສຍອາກອນ ແລະ ການໃຫ້ບໍລິການໃຫ້ຄໍາປຶກສາແກ່ຜູ້ເສຍອາກອນ ໃຫ້ໄດ້ມາດຕະຖານ ເພື່ອປັບປຸງວິທີການບໍລິການຜູ້ເສຍອາກອນດ້ວຍຫຼາກຫຼາຍຮູບແບບ ໃຫ້ມີປະສິດ ທິພາບ, ໂປ່ງໃສ ແລະ ວ່ອງໄວເພື່ອປູກຈິດສໍານຶກໃຫ້ຜູ້ເສຍອາກອນ ຮັບຮູ້ ແລະ ເຂົ້າໃຈພັນທະຂອງຕົນ ໃນການປະຕິບັດ ໃຫ້ສອດຄ່ອງກັບລະບຽບກົດໝາຍ.
ທັງນີ້, ກໍ່ເພື່ອຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ, ພ້ອມກັນຮ່ວມມືແລະ ປະສານສົມທົບກັບຂະແໜງການອື່ນໆ ເປັນການກະຕຸກຊຸກຍູ້ ແລະ ມີສ່ວນຮ່ວມ ປະຕິບັດແຜນການ ປີ 2023 ໃຫ້ໄດ້ຕາມລະດັບຄາດໝາຍ, ໂດຍສະເພາະການວາງແຜນການໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ ຫຼື ລື່ນ
ແຜນການ ທີ່ໄດ້ວາງໄວ້, ຊຶ່ງໃນປີ 2023 ສະເພາະລາຍຮັບ ຈະຕ້ອງເກັບໃຫ້ໄດ້ 24.422 ຕື້ກີບ, ໃນນັ້ນ ລາຍຮັບອາກອນ ປະມານ 17.337 ຕື້ກີບ, ລາຍຮັບຊັບສິນ ປະມານ 4.315 ຕື້ກີບ ແລະ ລາຍຮັບຂອງປະຕິຮູບລັດວິສາຫະກິດ ຈໍານວນ 2.770 ຕື້ກີບ ເພື່ອສູ້ຊົນປະຕິບັດແຜນດັ່ງກ່າວຢ່າງມີຈຸດສຸມ.