ອົງການໄອຍະການປະຊາຊົນສູງສຸດ ໄດ້ຮັບ ລົດຈັກ 25 ຄັນ ຈາກບໍລິສັດ ຮົວຢິນກໍ່ສ້າງເຄຫາ ຈຳກັດ
ຂປລ. ພິທີ ມອບ-ຮັບ ພາຫະນະ ປະເພດລົດຈັກ ຈຳນວນ 25 ຄັນ ມູນຄ່າ 250 ລ້ານກີບ ໃນວັນທີ 23 ທັນວາ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ), ກ່າວມອບໂດຍ ທ່ານ ຈ່າງຮົວຢິນ ປະທານ ບໍລິສັດຮົວຢິນກໍ່ສ້າງເຄຫາຈຳກັດ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ມາຍັງບໍລິສັດ ຮົວຢິນ ກໍ່ສ້າງເຄຫາຈຳກັດ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານໄອຍະການປະຊາຊົນ ກໍຄື ການພັດທະນາ, ຍົກລະດັບພຶ້ນຖານໂຄງລາງຂອງອົງການໄອຍະການປະຊາຊົນ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ສະມາຊິກພັກອົງການໄອຍະ
ການປະຊາຊົນສູງສຸດ ຄັ້ງທີ V, ແຜນພັດທະນາ 5 ປີ (2021-2025) ຂອງອົງການໄອຍະການປະຊົນສູງສຸດ ແລະ ພາຫະນາທີ່ໄດ້ຮັບໃນຄັ້ງນີ້ ແມ່ນຈະໄດ້ແຈກຍາຍໃຫ້ກັບບັນດາອົງການໄອຍະການປະຊາຊົນທ້ອງ ຖິ່ນໃນຂອບເຂດທົ່ວປະເທດ ນຳໃຊ້ເຂົ້າໃນວຽກງານ.
ຂ່າວ: ອອປສ