ຊາວບ້ານນາແຈ່ນປຸກພະລັງi່ວມແຮງກັນຄົນລະແຮງເພື່ອສ້າງຂົວໄມ້ຂ້າມນ້ຳມັດ

    0
    67

    ການຢູ່ຮ່ວມກັນຮັກແພງສາມັກຄີກັນຄືພະລັງທີ່ຍິ່ງໃຫຍ່ ເຮັດໃຫ້ວຽກໃຫຍ່ກາຍເປັນວຽກນ້ອຍ ຖ້າຫາກທຸກຄົນຊ່ວຍກັນຄືກັບຊາວບ້ານນາແຈ່ນແຫ່ງນີ້ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການໄປ-ມາ ກໍ່ຊັກຊວນກັນອອກແຮງງານລວມໝູ່ສ້າງຂົວໄມ້ຂ້າມນ້ຳ ແຮງຂ້ອຍເສີມແຮງເຈົ້າສຸດທ້າຍກໍ່ໄດ້ຂົວໄຕ່.


    ວັນທີ 21 ທັນວາ 2022 ນີ້ ປະຊາຊົນບ້ານນາແຈ່ນເມືອງໂພນທອງ ແຂວງຫຼວງພະບາງ, ໄດ້ອອກແຮງງານລວມ ສ້າງຂົວໄມ້ຂາມນ້ຳມັດ ນໍາພາໂດຍທ່ານ ບຸນມີ ພົມມາ ນາຍບ້ານນາແຈ່ນ.

    ການອອກມແຮງງານໃນຄັ້ງນີ້ ເປັນການສ້າງຂະບວນການຕ້ອນຮັບ ບັ້ນດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກເມືອງ ແລະຕ້ອນຮັບການລົງກໍ່ສາງຮາກຖານການເມືອງ ທັງເປັນການກະກຽມສະເຫຼີມສະຫຼອງ ບຸນປີໃໝ່ສາກົນທີ່ຈະມາເຖິງໃນມໍ່ໆນີ້ ອັນສຳຄັນແມ່ນສ້າງສິ່ງອຳນວຍຄວາມສະດວກໃຫ້ປະຊາຊົນພາຍໃນບ້ານ.

    ເຊີ່ງການສ້າງຂົວໄມ້ຂ້າມນ້ຳມັດ ເພື່ອເຮັດໃຫ້ການໄປມາຫາສູ້ກັນຂອງປະຊາຊົນ ມີຄວາມສະດວກ ໂດຍມີແຮງານເຂົ້າຮ່ວມທັງຫມົດ 68 ຄົນ, ຍິງ 16 ຄົນ, ຂົວໄມ້ທີ່ກໍ່ສ້າງມີຄວາມຍາວ 35 ແມັດ,ກວ້າງ 2 ແມັດ ໃຊ້ເວລາໃນການກໍ່ສ້າງ 1 ວັນກໍ່ສຳເລັດ.

    ຂ່າວ: ສົມພົງ ໄຊບຸນແພງ ຫ້ອງການ ຖວທ ເມືອງໂພນທອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.