ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ມອບລົດຈັກທີ່ຖືກຄົນຮ້າຍລັກໄປ 4 ຄັນ ຄືນໃຫ້ເຈົ້າຂອງເດີມ

0
55

ປກສ ແຂວງອຸດົມໄຊ ມອບລົດຈັກ 4 ຄັນ ຄືນເຈົ້າຂອງເດີມ ວັນທີ 13 ທັນວາ 2022, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ໄດ້ມອບລົດຈັກ HONDA WAVE ຈໍານວນ 4 ຄັນ ຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍ ພັຕ ບຸນເມກ ສຸດາຈັນ ຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງອຸດົມໄຊ, ມີພາກສ່ວນທີ່ກ່ຽວຂ້ອງ

ແລະ ເຈົ້າຂອງລົດ ເຂົ້າຮ່ວມ.ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ:ໃນທ້າຍເດືອນພະຈິກ ຜ່ານມາ, ພະແນກສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ມີ

ລົດຈັກເສຍຈຳນວນຫຼາຍຄັນ. ສະນັ້ນ, ຄະນະຫ້ອງຕໍາຫຼວດ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງເກັບກຳຂໍ້ມູນ ແລະ ຄັດຈ້ອນຂຶ້ນບັນຊີເປົ້າໝາຍຕິດຕາມ ຈົນສາມາດຈັບເປົ້າໝາຍຊື້-ຂາຍຊັບຜິດກົດໝາຍ (ລົດຈັກ) ໄດ້ 3 ຄົນ ແລະ ຕິດຕາມເກັບກູ້ລົດຈັກຄືນມາໄດ້ ຈໍານວນ 4 ຄັນ.

ຜ່ານການສອບສວນຈຶ່ງໄດ້ຮູ້ວ່າ: ລົດຈັກຈຳນວນດັ່ງກ່າວ ແມ່ນພວກກ່ຽວໄດ້ຮັບຊື້ນຳກຸ່ມຄົນທີ່ເຄື່ອນໄຫວລັກລົດຈັກ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ພວມສືບຕໍ່ສອບສວນຂະຫຍາຍຜົນ ເພື່ອຕິດຕາມຜູ້ທີ່ຖືກຊັດທອດມາດຳເນີນຄະດີ.

ຕໍ່ກັບສະພາບປະກົດການດັ່ງ ກ່າວ, ຈຶ່ງຮຽກຮ້ອງມາຍັງຜູ້ປະກອບ ການທຸກພາກສ່ວນ, ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຈົ່ງພ້ອມ ກັນຍົກສູງສະຕິລະວັງຕົວ ບໍ່ໃຫ້ຖື ເບົາເອົາງ່າຍ, ເປັນເຈົ້າການປົກປັກ ຮັກສາຊັບສິນຂອງຕົນເອງໃຫ້ມີ ຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງແກ່ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບຄື ດັ່ງກໍລະນີນີ້ ຕື່ມອີກ.