ໃນວັນທີ 3 ກັນຍາ 2022, ເວລາ 2 ໂມງເຊົ້າໄດ້ມີຄົນຮ້າຍ 2 ຄົນ ໃຊ້ປືນສັ້ນເຂົ້າມາປຸ້ນເອົາຊັບຂອງ ນາງ ທອງວິເສດ ຢູ່ໜ້າຮ້ານຂາຍໝູຢໍ່ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີລົດຈັກ 1 ຄັນ, ເງິນ 4.900.000 ກີບ, ໂທລະສັບມືຖື 1 ໜ່ວຍ. ພາຍຫຼັງເກີດເຫດ ຈຶ່ງໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຊ່ວຍຕິດຕາມຕົວຄົນຮ້າຍມາດຳເນີນຄະດີ.
ຕໍ່ກັບບັນຫາດັ່ງກ່າວ, ພັທ ສຸລິວັນ ແກ້ວມະນີວົງ ຮອງກອງບັນຊາການ ປກສ ເມືອງໄຊທານີ ເປີດເຜີຍໃນວັງທີ 16 ທັນວາ 2022 ວ່າ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ເອົາໃຈໃສ່ຕິດຕາມຄົ້ນຫາ ຈົນມາຮອດວັນທີ 21 ຕຸລາ 2022, ທາງເຈົ້າໜ້າທີ່ ຈຶ່ງສາມາດກັກຕົວ ທ້າວ ພັກສະນະ ຫຼື ນະ ອາຍຸ 22 ປີ ປະຊາຊົນ ບ້ານໂພນໄຮ່ຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຜ່ານການສືບສວນ-ສອບສວນ, ທ້າວ ນະ ຮັບສາລະພາບວ່າ ໄດ້ຮ່ວມກັບໝູ່ລົງມືປຸ້ນຊັບຂອງຜູ້ເສຍຫາຍແທ້ ພາຍຫຼັງໄດ້ຊັບມາ ກໍແບ່ງກັນຄົນລະເຄິ່ງ, ສ່ວນລົດຈັກ ແມ່ນມອບໃຫ້ໝູ່ນຳເອົາໄປຂາຍໄດ້ເງິນມາປັນກັນໃຊ້ຈ່າຍ. ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ໄດ້ສືບຕໍ່ຊອກຫາເອົາຜູ້ຮ່ວມຂະບວນການມາລົງໂທດຕາມຂັ້ນຕອນຂອງກົດໝາຍ.
ພັທ ສຸລິວັນ ແກ້ວມະນີວົງ ກ່າວຕື່ມວ່າ: ສະພາບການລັກຊັບ ແລະ ການຊື້-ຂາຍຊັບຜິດກົດໝາຍໃນປັດຈຸບັນ ໄດ້ເກີດຂຶ້້ນຢ່າງຕໍ່ເນື່ອງ; ເຊິ່ງເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ສືບຕໍ່ແກ້ໄຂ ແລະ ມ້າງກຸ່ມລັກຊັບ, ຊື້-ຂາຍຊັບຜິດກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບ. ໃນວັນທີ 19 ຕຸລາ 2022, ສາມາດກັກຕົວຜູ້ຕ້ອງຫາໄດ້ 2
ຄົນ ຄື: ທ້າວ ບ໋ອບບີ້ ອາຍຸ 19 ປີ ປະຊາຊົນ ບ້ານໜອງປາໄນ ເມືອງ ສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ແລະ ທ້າວ ຕ້ອງ ອາຍຸ 22 ປີ ປະຊາຊົນ ບ້ານທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພວກກ່ຽວໄດ້ຮັບສາລະພາບວ່າ ໄດ້ຮ່ວມກັບພັກພວກເຄື່ອນໄຫວເລາະລັກລົດຈັກທົ່ວນະຄອນຫຼວງວຽງຈັນທັງໝົດ 11 ຄັນ. ຈາກນັ້ນ, ຈຶ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ສາມາດກັກຕົວຜູ້ຊື້ຊັບຜິດກົດໝາຍໄດ້ຕື່ມອີກ 9 ຄົນ ຄື:
1. ທ້າວ ສຸກັນຍາ ອາຍຸ 23 ປີ ບ້ານໜອງບົວ ເມືອງສາລະວັນ ແຂວງສາລະວັນ ພັກເຊົາຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ; 2. ທ້າວ ບ໋ອບບີ້ ອາຍຸ 15 ປີ ປະຊາຊົນບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
3. ທ້າວ ທົດສະກັນ ອາຍຸ 15 ປີ ປະຊາຊົນບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ; 4. ທ້າວ ຂັນ ອາຍຸ 50 ປີ ອາຊີບ ຄ້າຂາຍບ້ານໂນນສະອາດ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ;
5. ທ້າວ ບຸນຈັນ ອາຍຸ 38 ປີ ປະຊາຊົນບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ;6. ທ້າວ ຫັດສະດີ ອາຍຸ 18 ປີ ປະຊາຊົນບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນ ຫຼວງ;
7. ທ້າວ ລີໂອ ອາຍຸ 21 ປີ ປະຊາຊົນບ້ານນາແຫ່ນ ເມືອງກາສີ ແຂວງວຽງຈັນ;8. ທ້າວ ລາຍ ແຊເຕີນ ອາຍຸ 25 ປີ ປະຊາຊົນ ບ້ານໂຮມພັນ ເມືອງວຽງໄຊ ແຂວງຫົວພັນ ພັກເຊົາຢູ່ບ້ານນາທອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ;
9. ທ້າວ ຕີໃຫຍ່ ອາຍຸ 18 ປີ ປະຊາຊົນ ບ້ານໄຊສະຫ່ວາງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພັກເຊົາຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ສາມາດເກັບກູ້ລົດຄືນມາໄດ້ທັງໝົດ 4 ຄັນ ຍັງ 7 ຄັນເຈົ້າໜ້າທີ່ໄດ້ສືບຕໍ່ເກັບກູ້.
ຕໍ່ກັບການແຈ້ງເສຍຫາຍ, ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດເກັບກູ້ຂອງກາງຄະດີ ລົດຈັກໄດ້ 7 ຄັນ ແລະ ຍັງ 10 ຄັນ; ສ່ວນລົດຈັກ ທີ່ເກັບກູ້ຄືນມາໄດ້ ເຈົ້າໜ້າທີ່ໄດ້ປະສານຫາຜູ້ເສຍຫາຍເພື່ອມອບຄືນໃຫ້ເຈົ້າຂອງເດີມ; ກ່ຽວກັບຜູ້ຖືກຫາດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ດຳເນີນຄະດີຕາມຂັ້ນຕອນຂອງກົດ ໝາຍ, ສືບສວບ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ສະຫຼຸບສຳ ນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ເພື່ອສົ່ງຟ້ອງໃຫ້ສານຕັດສິນລົງໂທດພວກກ່ຽວຕາມກົດໝາຍ.