ພ້ອມເຊຍກັນແລ້ວບໍ່? ທີມ​ຊາດ​ລາວ ພົບ ທີມ​ຊາດ​ຫວຽດ​ນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16

0
51

Michael Weiss ຄູ​ຝຶກ​ຊາວ​ເຢຍ​ລະ​ມັນ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຖະ​ແຫລງ​ຂ່າວ​ກ່ອນ​ເກມ ທີມ​ຊາດ​ລາວ ພົບ ທີມ​ຊາດ​ຫວຽດ​ນາມ
ຕາຕະລາງ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022. ທີມຊາດລາວຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023

ວັນທີ 21 ທັນວາ 2022 ເວລາ 19:30 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ສາ​ມາດ​ຕິດ​ຕາມ​ການ​ຖ່າຍ​ທອດ​ສົດ​ຜ່ານ​ທາງ​ອອນ FPT PLAY.

ສຳລັບບັດເຂົ້າຊົມ ນັດທີ່ ທີມຊາດລາວ ແຂ່ງຂັນຢູ່ບ້ານມີ: ບັດເຂົ້າຊົມ ປະຕູທາງເຂົ້າ A ແລະ C ລາຄາ 50.000 ກີບ ບັດເຂົ້າຊົມ ປະຕູທາງເຂົ້າ B ແລະ D ລາຄາ

30.000 ກີບ ແມ່ນສາມາດຊື້ໄດ້ຢູ່ທີ່ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ແລະ ໃນມື້ທີ່ແຂ່ງຂັນເຊິ່ງມີຂາຍຢູ່ທີ່ຫນ້າສະຫນາມກິລາແຫ່ງຊາດຫລັກ 16. ສອບຖາມຂໍ້ມູນເພີ້ມ: ສະຫະພັນບານເຕະແຫ່ງຊາດລາວ ເບີໂທ: 02058886600, 02029805676, 02054649559 ແລະ 55414619