ຄົນເກີດວັນອາທິດ:ການງານຈະມີການລົງທຶນກ້ອນໃຫຍ່ເພື່ອສ້າງທຸລະກິດ ການເງິນຈະມີຄົນທີ່ຫ່າງຫາຍໄປດົນເຂົ້າມາຂໍຢືມເງິນ ຄວາມຮັກຈະໄດ້ພົບຮັກກັບຄົນໄກໂຕໃນທີ່ເຮັດວຽກ ເຄື່ອງມຸງຄຸນຄຳ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນຈັນ:ການງານການເລີ່ມຕົ້ນເຮັດທຸລະກິດໃໝ່ຈະປະສົບຜົນສຳເລັດຫຼາຍ ການເງິນໄດ້ຮັບຊັບກ້ອນໃຫຍ່ຈາກການລົງທຶນ ຄວາມຮັກຄວາມສຳພັນກັບຄົນຮັກພັດທະນາໄປໃນທິດທາງທີ່ດີ ເຄື່ອງມຸງຄຸນ ແຫວນເພັດ ສີມຸງຄຸນສີຂາວ ເລກນຳໂຊກ8
ຄົນເກີດວັນອັງຄານ:ການງານຖ້າມີຄວາມສົນໃຈໃນການເຮັດວຽກດ້ານການຂົນສົ່ງມີໂອກາດທີ່ຈະໄດ້ຮັບຜົນກຳໄລທີ່ດີ ການເງິນທ່ານຈຳເປັນຕ້ອງເບີກເງິນເກັບອອກມາໃຊ້ຈ່າຍ
ຄວາມຮັກເປັນຊ່ວງເວລາທີ່ດີໃນການເລີ່ມຕົ້ນກັບການສ້າງຄວາມສຳພັນໃໝ່ໆ ເຄື່ອງມຸງຄຸນ ສາຍຄໍຄຳ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພຸດ:ການງານການເຮັດວຽກດ້ານການຂົນສົ່ງມີໂອກາດທີ່ຈະໄດ້ຮັບຜົນກຳໄລທີ່ດີ ການເງິນຈະໄດ້ຮັບເງິນກ້ອນໃຫຍ່ແບບບໍ່ທັນຕັ້ງໂຕ ຄວາມຮັກເກີດຄວາມຄວາມສຳພັນທີ່ເຫີນຫ່າງ ເຄື່ອງມຸງຄຸນຫີນນໍາໂຊກສີຂຽວ ສີມຸງຄຸນສີຟ້າ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານມີໂອກາດທີ່ຈະຖືກໂຍກຍ້າຍຕຳແໜ່ງງານແບບກະທັນຫັນ ການເງິນມີໂອກາດທີ່ຈະໄດ້ຮັບເງິນຈາກການສ່ຽງໂຊກ ຄວາມຮັກອາດເກີດບັນຫາຄວາມເຂົ້າໃຈຜິດກັນກັບຄົນຮັກ ເຄື່ອງມຸງຄຸນແຫວນເພັດສີແດງ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນສຸກ:ການງານຈຸດແຂງທີ່ທ່ານມີຈະຊ່ວຍໃຫ້ຜ່ານບັນຫາໃນໜ້າວຽກງານໄປໄດ້ ການເງິນອາດຈະມີການໄດ້ຈ່າຍເງິນກ້ອນໃຫຍ່ໃຫ້ແກ່ຄ່າເດີນທາງໄກ ຄວາມຮັກຈະໄດ້ພົບກັບຄົນທີ່ອາຍຸນ້ອຍ ເຂົ້າມາສ້າງສາຍພົບພັນ ເຄື່ອງມຸງຄຸນແຫວນຄຳ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນເສົາ:ການງານຜົນງານຈາກການເຮັດວຽກມີຄວາມໂດດເດັ່ນ ຈົນອາດເຮັດໃຫ້ເພື່ອນຮ່ວມງານບາງຄົນອິດສາໄດ້ ການເງິນມີລາຍໄດ້ເພີ່ມຂື້ນຈາກການຄ້າຂາຍ ຄວາມຮັກຈະມີບຸກຄົນທີ່ອາຍຸນ້ອຍ ເຂົ້າມາຈີບທ່ານໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ3