ນັກຮຽນທຸກຍາກອານາຖາ ຢູ່ເມືອງພູວົງ ໄດ້ຮັບລົດຖີບ ແລະ ອຸປະກອນການຮຽນ ຈາກອົງການກາແດງແຂວງອັດຕະປື

0
65

ອົງການກາແດງແຂວງ ອັດຕະປື ໄດ້ມອບລົດຖີບ ຈໍານວນ 69 ຄັນ, ພ້ອມອຸປະກອນການຮຽນ 69 ຊຸດ ໃຫ້ນ້ອງນັກຮຽນທີ່ມີຖານະທຸກຍາກອານາຖາ ຢູ່ເມືອງພູວົງ ໃນວັນທີ 13 ທັນວາ 2022 ໂດຍໄດ້ຮັບການຊ່ວຍເຫລືອຈາກ ສະພາກາແດງແຂວງກອນຕູມ ສສ ຫວຽດນາມ ລວມມູນຄ່າທັງໝົດ 120 ລ້ານກວ່າກີບ, ຕາງໜ້າມອບໂດຍ

ທ່ານນາງ ດາວວັງ ນາມສີນາ ຮອງຫົວໜ້າອົງການກາແດງ ແຂວງອັດຕະປື ແລະ ຮັບໂດຍ ທ່ານ ຄໍາຊຽງ ພີມມະຈັນ ຮອງເຈົ້າເມືອງພູວົງ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ໂອກາດນີ້, ທ່ານ ຄຳຊຽງ ພີມມະຈັນ ໄດ້ຕາງໜ້າຄະນະພັກອໍານາດການປົກຄອງເມືອງພູວົງ ສະແດງຄວາມຂອບໃຈມາຍັງອົງການກາແດງ ແຂວງອັດຕະປື

ລວມ”ທັງ ສະພາກາແດງແຂວງກອນຕູມ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອເມືອງພູວົງ ກໍຄື ການຊ່ວຍເຫລືອນ້ອງນັກຮຽນທີ່ທຸກຍາກອານາຖາພາຍໃນເມືອງ, ພ້ອມທັງຢັ້ງຢືນວ່າ ຈະນໍາເອົາລົດຖີບ ແລະ ອຸປະກອນການຮຽນທີ່ໄດ້ຮັບທັງໝົດຄັ້ງນີ້ ນໍາໄປມອບຕໍ່ໃຫ້ນ້ອງນັກຮຽນຢູ່ໂຮງຮຽນແຫ່ງຕ່າງໆພາຍໃນເມືອງ ຕາມເປົ້າໝາຍ ໃຫ້ສໍາເລັດໂດຍໄວ້.

ຂ່າວ: ຕ່າຍທອງ