ຄົນເກີດວັນອາທິດ:ການງານທຸລະກິດ ແລະ ການງານຈະຜິດພາດເກີດຄວາມເສຍຫາຍ ການເງິນຈະເສຍເງິນເປັນຈຳນວນຫລາຍອອກໄປ ຄວາມຮັກຈະພົບຄົນອາຍຸນ້ອຍກວ່າ ສະຫລຽວສະຫລາດ ຊ່າງເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ2
ຄົນເກີດວັນຈັນ:ການງານລະວັງເກີດການຜິດພາດເອກະສານດ້ານການງານທາງທຸລະກິດຂອງທ່ານເອງ ການເງິນຜູ້ໃຫຍ່ໃຫ້ການອຸປະຖຳ ທາງດ້ານການເງິນ ແລະ ຄວາມຄິດເຫັນ ຄວາມຮັກພົບຄົນໃຈຮ້ອນ ລັກສະນະຜິວສອງສີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານໃຊ້ສັນຊາດຕະຍານຕັດສິນໃຈເລີ່ມເຮັດທຸລະກິດຈະເກີດຄວາມສຳເລັດ ການເງິນຈະໄດ້ເງິນເຂົ້າມາຢ່າງວ່ອງໄວໃນຊ່ວງນີ້ ຄວາມຮັກຈະພົບຄົົນທີ່ມີສະເໜ່ມີຕຳແໜ່ງຫນ້າທີ່ການງານທີ່ດີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ0
ຄົນເກີດວັນພຸດ:ການງານອາດພົບການປ່ຽນແປງຍົກຍ້າຍວຽກງານໂດຍບໍ່ທັນຕັ້ງໂຕ ການເງິນມີເລື່ອງເສຍເງິນທີ່ເກັບມາໃຊ້ຈ່າຍແບບບໍ່ໄດ້ຄິດຫາຜົນຕາມມາ ຄວາມຮັກຈະພົບຄົນອາລົມດີ ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານເຮັດທຸລະກິດປະສົບຄວາມສຳເລັດ ການເງິນທ່ານຈຳເປັນຕ້ອງເບີກເງິນເກັບອອກມາໃຊ້ຈ່າຍ ຄວາມຮັກເກີດຄວາມຄວາມສຳພັນທີ່ເຫີນຫ່າງ
ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນສຸກ:ການງານການລົງທຶນທາງທຸລະກິດເກີດຄວາມຜິດພາດຈໍານວນຫຼາຍ ການເງິນ ຈະໄດ້ໂຊກຈາກການເດີນທາງ ຄວາມຮັກສົມຫວັງດ້ານຄວາມຮັກ ຄົນຮັກຕາມໃຈທ່ານທຸກຢ່າງ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນເສົາ:ການງານຈະມີຄົນຢາກໃຫ້ທ່ານໄປຮ່ວມວຽກງານນໍາ ເພາະທ່ານເປັນຄົນເກັ່ງມີຄວາມສາມາດ ການເງິນມີລາຍໄດ້ພິເສດເຂົ້າມາເພີ່ມຂຶ້ນ ໃນຊ່ວງນີ້ ຄວາມຮັກຈະສົມຫວັງໃນເລື່ອງຄວາມຮັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8