ຂ່າວດີ ໂຄງການຜ່າຕັດປີ່ນປົວສົບແຫວ່ງ-ເພດານໂຫວ່ ຈະໄດ້ຮັບການຜ່າຕັດ ແບບບໍ່ໄດ້ເສຍຄ່າໃຊ້ຈ່າຍ

0
51

ຂ່າວດີ ໂຄງການຜ່າຕັດປີ່ນປົວສົບແຫວ່ງ-ເພດານໂຫວ່ ຈະໄດ້ຮັບການຜ່າຕັດ ແບບບໍ່ໄດ້ເສຍຄ່າໃຊ້ຈ່າຍ ຂ່າວດີ ! ການກັບມາອີກຄັ້ງ ໃນຮອບ 2 ປີ ຂອງໂຄງການຜ່າຕັດປີ່ນປົວສົບແຫວ່ງ-ເພດານໂຫວ່ ແລະ ຄວາມຜິດປົກກະຕິ ຂອງໃບຫນ້າ ໂດຍ ການຮ່ວມມືກັນ ລະຫວ່າງທີມງານແພດ ຈາກປະເທດເນເທີແລນ ແລະ ທີມງານແພດລາວ ຂອງໂຮງຫມໍມະໂຫສົດ. ໂດຍງານ ຈະຈັດຂື້ນໃນ ວັນທີ່ 11/01/2023 – 27/01/2023. ຄົນເຈັບທີ່ມາ

ກວດ ແລະ ຖືກຄັດເລືອກ ຈະໄດ້ຮັບການຜ່າຕັດ ແບບບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ດັ້ງນັ້ນຈື່ງຂໍເຊີນຊວນພໍ່ແມ່ພີ່ນ້ອງ ທີ່ມີລູກຫລານທີ່ມີບັນຫາດັ່ງກ່າວ ມາຮັບການປີ່ນປົວ ທີ່ ໂຮງຫມໍ ມະໂຫສົດ ນະຄອນຫລວງວຽງຈັນ. ທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ 030 9604893 ຫຼືສົ່ງຂໍ້ຄວາມ ໄປຖາມ ປະໄວ້ທີ່ເຟສບຸກເພຈ ສົບແຫວ່ງເພດານໂຫວ່ ປະເທດລາວ