ຂ່າວດີ ກົມການຈັດຫາງານລົງຮັບສະໝັກແຮງງານ ເພື່ອໄປເຮັດວຽກທີ່ເມືອງ ຊັງຈອງ ປະເທດເກົາຫຼີ ບໍ່ຜ່ານນາຍໜ້າ ບໍ່ມີຄ່າໃຊ້ຈ່າຍສະໝັກ

0
53

ວັນທີ 14 ທັນວາ 2022 ນີ້ ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງໃຫ້ຊາບວ່າ: ເມືອງ ຊັງຈອງ, ສ. ເກົາຫຼີ ໄດ້ສະແດງເຈດຈໍານົງໃນການນໍາໃຊ້ແຮງງານ ເມືອງຄໍາ, ແຂວງ ຊຽງຂວາງຈໍານວນ 61 ຄົນ (ຍິງ 52 ຄົນ, ຊາຍ 7 ຄົນ ແລະ 1 ຄູ່ຜົວ-ເມຍ) ເພື່ອໄປເຮັດວຽກຕາມລະດູການຢູ່ເມືອງດັ່ງກ່າວໃນເດືອນ

ມັງກອນ (ຈໍານວນ 33 ຄົນ ຍິງ 29 ຄົນ ) ເດືອນມີນາ (ຈໍານວນ 4 ຄົນ, ຍິງ 2 ຄົນ+1 ຄູ່ຜົວ-ເມຍ) ແລະ ເດືອນພຶດສະພາ ຂອງປີ 2023 (ຈໍານວນ 24 ຄົນ, ຍິງ 21 ຄົນ).

ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີ ຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ກົມການຈັດຫາງານ ພ້ອມດ້ວຍຄະນະຈະດໍາເນີນການຮັບສະໝັກ ແລະ ຄັດເລືອກເອົາແຮງງານຢູ່ເມືອງຄໍາຕາມກໍານົດການດັ່ງນີ້:

ວັນທີ 21/12/2022 ເວລາ 8:00ໂມງ – 16:00ໂມງ (ໝົດມື້) ວັນທີ 22/12/2022 ເວລາ 8:00ໂມງ – 12:00ໂມງ (ເຄິ່ງມື້)

ສະນັ້ນ ເພື່ອເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກເອົາແຮງງານມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ຫ້ອງການກະຊວງ

ຮສສ ຂໍແຈ້ງມາຍັງທ່ານ ເພື່ອແຈ້ງການຫາຫ້ອງການ ຮສສ ເມືອງ ຄໍາ ເພື່ອແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆ ພາຍໃນເມືອງດັ່ງກ່າວ ເພື່ອເຂົ້າຮ່ວມການຄັດເລືອກໃນວັນເວລາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ.

ສຳລັບແບບຟອມການສະໝັກກົມການຈັດຫາງານຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ຂໍໃຫ້ພະແນກ ຮສສ ແຂວງ ຊຽງຂວາງ, ຫ້ອງການ ຮສສ ເມືອງຄໍາ ແລະ ການປົກຄອງຂັ້ນບ້ານ ໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍໜ້າ ເຂົ້າມາມີສ່ວນຮ່ວມໃນຂະບວນການຄັດ ເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສໍາລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

ເງື່ອນໄຂການສະໝັກ:ເປັນພົນເມືອງລາວ ແລະ ອາໄສຢູ່ເມືອງຄໍາ, ແຂວງ ຊຽງຂວາງ ຢ່າງຫນ້ອຍ 1 ປີ;ບໍ່ຈໍາກັດເພດ, ມີອາຍຸ 25-50 ປີ; (ສໍາລັບເພດຍິງ ຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 2 ປີ);

ມີສຸຂະພາບແຂງແຮງ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ້, ພະຍາດຕິດຕໍ່ທາງເພດສໍາພັນ ແລະ ວັນນະໂລກ;ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈໍາກັດການເດີນທາງອອກນອກປະເທດ;

ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນ ພາສາລາວໄດ້; ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ;ຕ້ອງມີໂທລະສັບ ສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.

ເອກະສານປະກອບ: ໃນເວລາລົງທະບຽນ ໃຫ້ແຮງງານຖືເອກະສານເປັນມາພ້ອມ ດັ່ງນີ້:ຮູບຂະຫນາດ 3 x 4 ພື້ນຂາວ ຈໍານວນ 1 ໃບ;ຮູບຂະຫນາດ 3.5 x 4.5 ພື້ນຂາວ ຈໍານວນ 1ໃບ;

ກອບປີ້ ສໍາມະໂນຄົວ 1 ສະບັບ;ກອບປີ້ບັດປະຈໍາຕົວ 1 ສະບັບ;ກອບປີ້ພາດສປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການ ພາຍຫຼັງທີ່ໄດ້ຮັບການຄັດເລືອກ);

ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່;ກອບປີ້ບັນຊີທະນາຄານການຄ້າ(ບັນຊີເງິນກີບ ຕ້ອງເປັນບັນຊີຂອງຜູ້ສະໝັກເອງ);ໃບແຈ້ງໂທດ (ຖ້າບໍ່ມີໃຫ້ໄປດໍາເນີນການ ພາຍຫຼັງທີ່ໄດ້ຮັບການຄັດເລືອກ).

ຫມາຍເຫດ: ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລະ ຄັດເລືອກ ສັ້ນ, ແຮງງານຜູ້ທີ່ຄົບເງື່ອນໄຂ ແລະ ມີພາດສປອດ ຈະໄດ້ຮັບການພິຈາລະນາພິເສດ;
ເວລາ ເປີດຮັບສະໝັກ ຕອນເຊົ້າ 08:00 – 12:00 ຕອນບ່າຍ 13:30 – 16:00 ໂມງ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.