ໄດ້ມາເປັນທີ່ຮຽບຮ້ອຍສໍາລັບ 4 ທີມສຸດທ້າຍໃນການແຂ່ງຂັນບານເຕະຊາຍ ປະຈໍາງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບ ຫຼັງຮອບ 8 ທີມສຸດທ້າຍໄດ້ສໍາເລັດຢ່າງເປັນທາງການເມື່ອວັນທີ 17 ທັນວາ 2022.
ຜົນຮອບ 8 ທີມສຸດທ້າຍຈະໄປແຂ່ງຂັນໃນວັນທີ 17 ທັນວາ 2022 ດັ່ງນີ້:ເວລາ 13:00 ໂມງແຂວງວຽງຈັນ ອັນດັບ 1 ສາຍ ກ ພົບກັບ ແຂວງຈໍາປາສັກ ອັນດັບທີ 2 ຂອງສາຍ ຄ ທີ່ສະໜາມໄຊຊະນະ ເປັນ ແຂວງວຽງຈັນ ດວນຈຸດໂທດເອົາຊະນະໄປ 5-4 ຫຼັງສະເໝີກັນ 1-1 ເວລາ 15:15 ໂມງແຂວງເຊກອງ ອັນດັບ 1 ສາຍ ຂ ພົບກັບ ແຂວງຫົວພັນ ອັນດັບ 2 ສາຍ ງ ທີ່ສະໜາມໄຊຊະນະ ເປັນ ເຊກອງ ບຽດເອົາຊະນະໄປ 2-1
-ເວລາ 13:00 ໂມງ ຄໍາມ່ວນ ແຊັມເກົ່າ ອັນດັບ 1 ສາຍ ຄ ພົບກັບ ນະຄອນຫຼວງວຽງຈັນ ອັນດັບ 2 ສາຍ ກ ທີ່ສະໜາມໄຫຫີນ ເປັນ ນະຄອນຫຼວງວຽງຈັນ ເອົາຊະນະໄປ 2-0
-ເວລາ 15:15 ໂມງສາລະວັນ ອັນດັບ 1 ສາຍ ງ ພົບກັບ ແຂວງຊຽງຂວາງ ອັນດັບ 2 ສາຍ ຂ ທີ່ສະໜາມໄຫຫີນ ເປັນ ແຂວງຊຽງຂວາງ ເອົາຊະນະໄປ 1-0.
ໂດຍຮອບ 4 ທີມສຸດທ້າຍຈະໄປແຂ່ງຂັນໃນວັນທີ 19 ທັນວາ 2022 ທີ່ສະໜາມໄຫຫີນທັງ 2 ຄູ່ຄື: ເວລາ 13:30 ແຂວງວຽງຈັນ ພົບ ເຊກອງ ເວລາ 15:45 ໂມງ ນະຄອນຫຼວງວຽງຈັນ ພົບ ຊຽງຂວາງ
ຮູບ-ຂ່າວຈາກ: Larh Creators ລາຍງານຈາກແຂວງຊຽງຂວາງ