ເກີດເຫດດິນເຈື່ອນທັບຈຸດກາງເຕັ້ນ ເສຍຊີວິດ 16 ຄົນ ສູນຫາຍອີກຫລາຍສິບຄົນ

0
55

ສຳນັກຂ່າວຕ່າງປະະເທດລາຍງານວ່າ: ວັນທີ 16 ທັນວາ 2022 ນີ້ ເກີດເຫດດິນເຈື່ອນບໍລິເວນຈຸດກາງເຕັ້ນ ທີ່ນະຄອນຫລວງກົວລາລຳເປີ ເຮັດໃຫ້ມີຜູ້ຖືກຝັງຢູ່ກອງດິນ 17 ຄົນ ແລະ ຢືນຢັນພົບຜູ້ເສຍຊີວິດແລ້ວ 16 ຄົນ ຂະນະທີ່ກູ້ໄພສາມາດຊ່ວຍເຫລືອນັກທ່ອງທ່ຽວອອກມາໄດ້ 23 ຄົນ, ມີຜູ້ບາດເຈັບ 3 ຄົນ.

ຜູ້ອຳນວນການສຳນັກງານດັບເພີງ ແລະ ກູ້ໄພລະບຸວ່າ: ຂະນະເກີດເຫດມີນັກທ່ອງທ່ຽວມາກາງເຕັ້ນພັກ ຢູ່ 94 ຄົນ ແລະ ເຈົ້າໜ້າທີ່ໄດ້ເດີນທາງມາຈຸດເກີດເຫດ ຫລັງໄດ້ຮັບແຈ້ງເຫດ ເຄິ່ງຊົ່ວໂມງ ໂດຍດິນທີ່ເຈື່ອນລົງມາຈາກພູສູງປະມານ 30 ແມັດ.