ກິລາໝາກຂ່າງທີມຍິງ ຈຳປາສັກ ເອົາຊະນະ ເຈົ້າພາບຊຽງຂວາງ 3-2 ຄວ້າຫຼຽນຄໍາໄປຄອງ

    0
    67

    ການແຂ່ງຂັນກິລາໝາກຂ່າງປະເພດທີມຍິງ ຮອບຊີງຫຼຽນຄຳ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 16 ທັນວາ 2022 ທີ່ສະໜາມກິລາໝາກຂ່າງໄຫຫີນ ເມືອງແປກ ແຂວງຊຽງຂວາງ ລະຫວ່າງ ແຂວງຈຳປາສັກ ພົບກັບ ແຂວງຊຽງຂວາງ ເຈົ້າພາບ.

    ນັກກິລາເສື້ອແດງແຂວງຈຳປາສັກ

    ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາໝາກຂ່າງແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ບຽດເອົາຊະນະ ເຈົ້າພາບ ແຂວງຊຽງຂວາງ ໄປໄດ້ແບບຫວຸດຫວິດ 3-2 ເຊັດ ດ້ວຍຄະແນນ 60-10, 70-20, 30-45, 35-40 ແລະ 55-20 ຄວ້າຫຼຽນຄຳ ທຳອິດໃນປະເພດກິລາໝາກຂ່າງ ໃຫ້ກັບທັບນັກກິລາແຂວງຈຳປາສັກ ໄດ້ສຳເລັດ. ຂະນະທີ່ແຂວງຊຽງຂວາງ ເຈົ້າພາບ ໄດ້ພຽງຫຼຽນເງິນ. ສ່ວນຫຼຽນທອງ ຕົກເປັນຂອງນັກກິລາຈາກແຂວງຫຼວງນ້ຳທາ. ສຳລັບປະເພດທີມຊາຍ ຫຼຽນຄຳ ຕົກເປັນຂອງນັກກິລາຈາກແຂວງຜົ້ງສາລີ, ຫຼຽນເງິນ ແຂວງຊຽງຂວາງ ເຈົ້າພາບ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ.

    ເສື້ອຟ້າ ແຂວງຊຽງຂວາງ

    ສຳລັບການແຂ່ງຂັນກິລາໝາກຂ່າງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 14-20 ທັນວາ 2022 ມີການຊີງໄຊທັງໝົດ 27 ຫຼຽນ ໃນນີ້, ມີ 9 ຫຼຽນຄຳ, 9 ຫຼຽນເງິນ ແລະ 9 ຫຼຽນທອງ. ຊຶ່ງມີ 10 ພາກສ່ວນເຂົ້າຮ່ວມ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ເຈົ້າພາບ.

    ຈຳປາສັກ ຄວ້າຫລຽນຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.