ເປັນອີກໜຶ່ງເຫດການທີ່ໜ້າຍິນດີ ແລະ ສົນໃຈທີ່ສຸດສໍາລັບ 2 ອ້າຍນ້ອງກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຜູ້ເປັນອ້າຍ ແລະ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ ) ຜູ້ເປັນນ້ອງ ຫຼ້າສຸດໄດ້ເດີນທາງໄປປະເທດສະເປນ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການລະດັບນາໆຊາດ TAR Asia Qualifiers ລະຫວ່າງວັນທີ 17-18 ທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ໂດຍໄດ້ຮັບໂອກາດຈາກສະໂມສອນ Futboys ສະໂມສອນດັງໃນໄທ ດືງຕົວໄປຮ່ວມທີມອີກຄັ້ງໃນລາຍການດັ່ງກ່າວ ເຊິ່ງທີມແຊັມລາຍການນີ້ຈະໄດ້ສິດໄປແຂ່ງຂັນທີ່ປະເທດສະເປນ
ພໍ່ຂອງ 2 ອ້າຍນ້ອງ ວິໄລກຸນ ໄດ້ເປີດເຜີນຕໍ່ Larh Creators ທີມຂ່າວເສດຖະກິດ-ການຄ້າຂອງພວກເຮົາວ່າ: ຖືເປັນໂອກາດຄັ້ງໃຫຍ່ຂອງລູກໆທັງສອງຄົນ ທີ່ໄດ້ໂອກາດຈາກ Futboys ສະໂມສອນດັງໃນປະເທດໄທ ເຂົ້າຮ່ວມລາຍການດັ່ງກ່າວ ເຊິ່ງເປັນລາຍການໃຫຍ່ທີ່ທາງ ລາລີກາ ສະເປນ ຈັດຂຶ້ນໃນລາຍການລະດັບເຍົາວະຊົນ ເຊິ່ງມີສະໂມສອນຊັ້ນນໍາ 32 ທີມທີ່ມີດີກຣີແຊ້ມຈາກຫຼາຍປະເທດເຂົ້າຮ່ວມໃນຮຸ່ນອາຍຸບໍ່ເກີນ 10 ປີ ໂດຍສະເພາະແມ່ນຍີ່ປຸ່ນ ໂດຍ ເອກກະລາດ ຜູ້ເປັນອ້າຍແມ່ນຈະໄດ້ລົງແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 10 ປີໃນລາຍການດັ່ງກ່າວ ໃນຖານະຕົວຫຼັກຂອງທີມ, ສ່ວນ ບຽວເກດ ຜູ້ເປັນນ້ອງອາຍຸພຽງ 7 ປີແມ່ນໄປຮ່ວມຝຶກຊ້ອມກັບຮຸ່ນອ້າຍ ເຊິ່ງການຝຶກຊ້ອມກໍ່ສ້າງຜົນງານໂດດເດັ່ນ ຕ້ອງລຸ້ນເບິ່ງວ່າຈະໄດ້ລົງແຂ່ງຂັນກັບຮຸ່ນອ້າຍໃນລາຍການໃຫຍ່ໆນີ້ບໍ່. ແນ່ນອນກໍຕ້ອງຂໍຂອບໃຈທາງ Futboys ສະໂມສອນດັງໃນໄທ ທີ່ໃຫ້ໂອກາດເດັກນ້ອຍລາວ ໄປຮ່ວມທີມ ແລະ ຫາປະສົບການກັບລາຍການໃຫຍ່່ໆແບບນີ້.
ກ່ອນໜ້ານີ້ 2 ນັກເຕະເຍົາວະຊົນລາວ ໄທເກີ ຫລື ເອກະລາດ ວິໄລກຸນ ຜູ້ເປັນອ້າຍຍິງໄປ 14 ປະຕູ (ແຮັດທຣິກໄດ້ 3 ນັດ ) ພາ Futboys ສະໂມສອນດັງໃນໄທ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 10 ຄວ້າແຊັມເຮັດໃຫ້ Futboys ສະໂມສອນດັງໃນໄທ ໄດ້ສິດເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ໂດຍ ໄທເກີ ຖືກດຶງຈາກສະໂມສອນ W.I.G NAGA ສະໂມສອນຈາກລາວ ໄປຫຼິ້ນໃຫ້ກັບທີມດັ່ງກ່າວ, ສ່ວນ ນ້ອງບຽວເກດ ຫຼື ອານຸສັກ ວິໄລກຸນ ຜູ້ເປັນນ້ອງຊາຍ ຍິງໄປ 26 ປະຕູ ( ເຮັດແຮັກທຣິກເກືອບທຸກນັດ ) ພາ SoutherBoy – W.I.G ( ປະສົມປະສານລະຫວ່າງ Fuyboys ທີມໄທ ກັບ W.I.G naga ທີມລາວ ) ຊະນະລວດແຕ່ຮອບຄັດເລືອກຈົນຮອດນັດຊີງ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 7 ປີໄປຄອງ.
ສໍາລັບ ໄທເກີ ປັດຈຸບັນອາຍຸພຽງ 10 ປີຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່ອນໜ້ານີ້ສ້າງຜົນງານຢ່າງໂດດເດັ່ນພາ W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ຄວ້າອັນດັບ 3 ໃນລາຍການແຊ້ມຊົນແຊ້ມ ລາຍການໃຫຍ່ທີ່ປະເທດໄທ ໃນເດືອນຕຸລາທີ່ຜ່ານມາ ແລະ ພາ Fuyboys ທີມຈາກໄທຄວ້າອັນດັບ 2 ໃນລາຍການທີ່ໄທ ເມື່ອເດືອນພະຈິກ ທີ່ຜ່ານມາ.
ສ່ວນ ບຽວເກດ ຜູ້ເປັນນ້ອງຊາຍ ອາຍຸພຽງ 7 ປີຜົນງານທີ່ຜ່ານມາເຄີຍພາ ມາສດ້າ ຈີບີ ເອັຟຊີ ສະໂມສອນເຍົາວະຊົນລາວ ຄວ້າແຊັມລາຍການ LaLiga Youth Tournament ທີ່ມາເລເຊຍ ໃນເດືອນກໍລະກົດ 2022 ພ້ອມກັບລາງວັນດາວຍິງສູງສຸດ ແລະ ກ່ອນໜ້ານີ້ກໍພາທີມຄວ້າແຊັມລາຍການແຊັມຊົນແຊັມ ໃນຮຸ່ນອາຍຸບໍ່ເກີນ 8 ປີທີ່ປະເທດໄທ ພ້ອມກັບລາງວັນດາວຍິງສູງສຸດ ແລະ ລາງວັນນັກເຕະດີເດັ່ນ ເມື່ອເດືອນຕຸລາ ທີ່ຜ່ານມາ.