ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ໝົດໄປ ຈາກສັງຄົມເຮົາເທື່ອ ແລະ ມັນຍັງສາມາດເຮັດໃຫ້ເຮົາເຈັບປ່ວຍຮຸນແຮງໄດ້ ແລະ ຈະເຮັດໃຫ້ເກີດການ ແຜ່ລະບາດ ຮອບໃໝ່ໄດ້ ຊຶ່ງເຫັນໄດ້ວ່າໄລຍະຫຼາຍວັນມານີ້ ການຕິດເຊື້ອສືບຕໍ່ມີຈຳນວນເພີ່ມຂື້ນ ເປັນສອງຕົວເລກ ແລະ ຫຼາຍແຂວງ ກໍ່ມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ອີກຄັ້ງ,
ໃນໄລຍະງານມະຫາກຳກິລາແຫ່ງຊາດ ແມ່ນຢາກໃຫ້ເອົາໃຈໃສ່ປະຕິບັດ ມາດຕະການ ປ້ອງກັນພະຍາດດັ່ງກ່າວ ໃສ່ຜ້າອັດປາກ-ດັງ, ອັດປາກ-ດັງ ເວລາໄອ ແລະ ຈາມ, ລ້າງມືໃສ່ສະບູ ຫຼື ເຈວແອວກໍຮໍ ເປັນປະຈຳ, ພະຍາຍາມຮັກສາໄລຍະຫ່າງຈາກຄົນອື່ນປະມານ 1 ແມັດ.
ໃນວັນທີ 15 ທັນວາ 2022 ນີ້ ໄດ້ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມໃໝ່ເຖິງ 43 ຄົນ ຊຶ່ງຈຳນວນຜູ້ຕິດເຊື້ອເພີ່ມໃໝ່ແມ່ນຕິດເຊື້ອພາຍໃນທັງໝົດ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ແຂວງ ອຸດົມໄຊ 7 ຄົນ, ແຂວງ ຫຼວງພະບາງ 7 ຄົນ, ແຂວງ ຫົວພັນ 2 ຄົນ, ແຂວງ ຫຼວງນ້ຳທາ 1 ຄົນ, ແຂວງ ວຽງຈັນ 3 ຄົນ,
ແຂວງ ບໍລິຄຳໄຊ 1 ຄົນ, ແຂວງ ຄຳມ່ວນ 1 ຄົນ, ແຂວງ ສະຫວັນນະເຂດ 2 ຄົນ, ແຂວງ ຈຳປາສັກ 4 ຄົນ ແລະ ແຂວງ ອັດຕະປື 5 ຄົນ.ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 217.332 ຄົນ, ເສຍຊີວິດສະສົມ 665 ຄົນ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ