ອະດີດນັກທຸລະກິດໜຸ່ມຕິດຄຸກ 20 ປີ ຫຼັງສໍ້ໂກງເງິນກອງທຶນໂຄວິດ ໄປຊື້ລົດຊຸບເປີຄາຣ

0
78

ອະດີດນັກທຸລະກິດໜຸ່ມອະນາຄົດໄກ ເຊິ່ງມັກອວດການດຳລົງຊີວິດສຸດຫລູຖືກຈັບໄດ້ວ່າ ສໍ້ໂກງເງິນກອງທຶນເພື່ອຊ່ວຍເຫລືອປະຊາຊົນທີ່ມີບັນຫາເນື່ອງຈາກສະຖານະການພະຍາດລະບາດ ແລະ ຕ້ອງຮັບໂທດຕິດຄຸກບໍ່ຕໍ່າກວ່າ 20 ປີ.

ວັນທີ 12 ທັນວາ, ຄະນະໄອຍະການໄມອາມີຕັດສິນໃຫ້ທ້າວ ວາເລສກີ ບາໂຣຊີ ມີຄວາມຜິດຕາມຂໍ້ຫາຫລອກລວງຊັບຜ່ານລະບົບອອນລາຍ, ຟອກເງິນ ແລະ ຂີ້ລັກອັດຕະລັກ ແລະ ຂໍ້ມູນສ່ວນບຸກຄົນເພື່ອສໍ້ໂກງຊັບ, ລາວຈະຕ້ອງຮັບໂທດຕິດຄຸກ 20 ປີ ໂດຍໂທດຂອງລາວຈະໄດ້ຮັບການກຳນົດຢ່າງແນ່ນອນຈາກຜູ້ພິພາກສາ ຣອດນີ ສະມິດ ແຫ່ງສານລັດຖະບານກາງປະຈຳເຂດຟອດ ລໍເດີເດລ ໃນວັນທີ 23 ກຸມພາປີໜ້າ.

ບາໂຣຊີ ອາຍຸ 28 ປີ ມີພາບພົດເປັນນັກທຸລະກິດໜຸ່ມລຸ້ນໃໝ່ໄຟແຮງ ທີ່ສ້າງຕົວຈາກຊີວິດເດີມໃນຖານະຜູ້ອົບພະຍົບຈາກໄຮຕິ, ລາວມັກອວດພາບຊີວິດອັນຫລູຫລາຂອງລາວຜ່ານສື່ໂຊຊຽວມີເດຍ ເຊັ່ນການໂດຍສານເຮືອບິນເຈັດສ່ວນຕົວ ຫລື ພາບທີ່ລາວຂັບລົດຊຸບເປີຄາຣແລມໂບກິນີ, ບັນຊີອິນສະຕາແກມຂອງລາວມີຜູ້ຕິດຕາມເປັນຈຳນວນຫລາຍ 110.000 ຄົນ.

ບາໂຣຊີ ສ້າງເລື່ອງລາວຊີວິດຂອງລາວ ໂດຍອ້າງວ່າ: ລາວໄຕ້ເຕົ້າຈາມການເປັນພະນັກງານລະດັບຕໍ່າໃນຫ້າງວໍມາດ ຈົນຮອດຕຳແໜ່ງຮອງປະທານເຂດຂອງບໍລິສັດທີ່ປຶກສາບັນຫາເຄດິດທາງການເງິນສ່ວນບຸກຄົນ ເຊິ່ງສ້າງຍອດລາຍໄດ້ເຂົ້າບໍລິສັດໄດ້ເປັນຈຳນວນເຖິງ 3,6 ລ້ານໂດລາສະຫະລັດ.

ແຕ່ເຈົ້າໜ້າທີ່ລັດຖະບານກາງຊີ້ວ່າ: ໃນຄວາມເປັນຈິງແລ້ວ ຄວາມຮັ່ງມີຂອງ ບາໂຣຊີ ມາຈາກການສໍ້ໂກງພາສີຂອງປະຊາຊົນ ດ້ວຍການສ້າງຫລັກຖານຫລອກລວງເອົາເງິນກູ້ຈຳນວນ 2,1 ລ້ານໂດລາ ຈາກໂຄງການໃຫ້ສິນເຊື່ອເພື່ອຄຸ້ມຄອງທຸລະກິດ (Paycheck Protection Program: PPP) ສຳລັບທຸລະກິດທີ່ປະສົບບັນຫາສະພາບຄ່ອງເນື່ອງຈາກສະຖານະການພະຍາດໂຄວິດ-19 ລະບາດ.

ລາວສ້າງຫລັກຖານຄ່າໃຊ້ຈ່າຍ, ຕົວເລກກຳໄລສຸດທິ ແລະ ບັນຊີເງິນເດືອນພະນັກງານ ລວມທັງປອມແປງເອກະສານພາສີຂອງບໍລິສັດ VBarosySolutions ເຊິ່ງລາວເປັນປະທານບໍລິຫານ ເພື່ອຂໍກູ້ຢືມເງິນຫລາຍເທື່ອ. ຈາກນັ້ນໄດ້ນຳເອົາເງິນໄປຊື້ເຄື່ອງຫລູຫລາຕ່າງໆເຊັ່ນ: ລົດແລມໂບກິນີ ລຸ້ນ Huracan EVO, ໂມງໂຣເລັກ ແລະ ເສື້ອຜ້າຍີ່ຫໍ້ຫລູ ຄືຫລຸຍ ວິກຕອງ, ກຸດຊີ ແລະ ຊາເນລ.

ໂຄງການ PPP ຜ່ານການເຫັນພ້ອມຈາກລັດຖະສະພາອາເມລິກາແຕ່ປີ 2020 ໂຄງການນີ້ຍິນຍອມໃຫ້ຍົກເລີກໜີເງິນກູ້ໄດ້ ຖ້າຄຸນສົມບັດຂອງຜູ້ກູ້ກົງກັບເງື່ອນໄຂຂອງໜ່ວຍງານເບິ່ງແຍງທຸລະກິດຂະໜາດນ້ອຍ (Small Business Administration: SMA) ໂດຍເປັນສ່ວນໜຶ່ງຂອງການໃຊ້ງົບປະມານຕາມກົດໝາຍ CARES Act ເຊິ່ງເນັ້ນການໃຫ້ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກສະຖານະການພະຍາດລະບາດ.

ບາໂຣຊີ ເປັນໜຶ່ງໃນຜູ້ຖືກສົງໄສຫລາຍຄົນທີ່ສໍ້ໂກງງົບປະມານລັດຖະບານຜ່ານຊ່ອງທາງຈາກໂຄງການ PPP ການໃຊ້ເງິນກູ້ຢືມຈາກໂຄງການໄປຊື້ລົດແລມໂບກິນີສຸດຫລູຄັນລະ 318.000 ໂດລາສະຫະລັດ ຖືວ່າຜິດກົດໝາຍ ເຊັ່ນດຽວກັບພະນັກງານການແພດຄົນໜຶ່ງທີ່ກູ້ຢືມເງິນຈາກໂຄງການປະມານ 474.000 ໂດລາສະຫະລັດ ໂດຍອ້າງຫລັກຖານຫລອກລວງທາງທຸລະກິດ ແລ້ວເອົາເງິນໄປຊື້ລົດເບັນ ແລະ ຈ່າຍຄ່າລ້ຽງລູກ ລວມທັງຄູ່ສາມີພັນລະຍາຈາກໄມອາມີຕອນເໜືອທີ່ແອບອ້າງວ່າເປັນກະສິກອນ ເພື່ອໃຫ້ເຂົ້າເງື່ອນໄຂກູ້ຢືມເງິນຈຳນວນ 1 ລ້ານໂດລາສະຫະລັດ ຈາກໂຄງການ.