ປີ 2022 ລາວ ໄດ້ຮັບທຶນການສຶກສາຈາກ SCG Sharing the Dream ທັງໝົດ 230 ທຶນ ຕໍ່ເນື່ອງເປັນປີທີ 11

0
63

ວັນທີ 14 ທັນວາ 2022 ນີ້ ທີ່ນະຄອນຫລວງວຽງຈັນ, ບໍລິສັດ​ ເອັດສຊີຈີ ​ອີນເຕີເນຊັນແນລ ​ລາວ​ ຈຳກັດ  ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຈັດງານມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 11, ໂດຍການເຂົ້າຮ່ວມ

ຂອງ ທ່ານ ປອ ສຸລິອຸດົງ ສຸນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ​ ບຸນທັນ​ ແສງມະນີ​ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ແລະ ອຸປະທູດສະຖານເອກອັກຄະລະຖະທູດໄທປະຈຳລາວ ພ້ອມຄູ-ອານຈານ 9 ຕົວເມືອງເຂົ້າຮ່ວມ.

ການມອບທຶນການສຶກສາ “SCG Sharing the Dream” ໃນປີນີ້ແມ່ນມີນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫລວງວຽງຈັນ ແລະ ແຂວງ ຄຳມ່ວນ, ແຂວງລະ 110 ທຶນ ແລະ ໄດ້ມອບທຶນການສຶກສາໃຫ້ນັກສຶກສາລະດັບມະຫາວິທະຍາໄລ ອີກ 10 ທຶນ, ລວມທັງໝົດ 230 ທຶນ, ເພື່ອເປັນການສະໜັບສະໜູນຊາວໜຸ່ມທີ່ເປັນຄົນດີ,

ມີຄວາມກະຕັນຍູຮູ້ບຸນຄຸນ, ເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ, ໃຫ້ພວກເຂົາໄດ້​ມີ​ໂອ​ກາດ​ສຶກສາຮ່ຳ​ຮຽນ​ຕໍ່​ ​ແລະ ​ນຳ​ເອົາ​ຄວາມ​ຮູ້​ມາ​ພັດທະນາ​ປະ​ເທດຊາດ ເພື່ອ​ຂັບ​ເຄື່ອນ​ສັງ​ຄົມ​ໄປສູ່ອະນາຄົດທີ່ຍືນຍົງ. ນອກຈາກນີ້ ຍັງເປັນການຫລຸດຜ່ອນຄວາມບໍ່ສະເໝີພາບທາງດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ

ເອັດສຊີຈີ. ເຊິ່ງໃນແຕ່ລະປີ, ໂຄງການ “SCG Sharing the Dream” ໄດ້ໃຫ້ທຶນການສຶກສາແກ່ນັກຮຽນຢ່າງໜ້ອຍ 5.000 ຄົນໃນທົ່ວອາຊຽນເປັນຕົ້ນແມ່ນ ປະເທດຟີລິບປິນ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມເປັນສ່ວນໜຶ່ງຂອງການພັດທະນາປະເທດທີ່ ເອັດສຊີຈີ ໄດ້ເຂົ້າໄປດຳເນີນທຸລະກິດ, ໂດຍ

ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2011 ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່, ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຕໍ່ຄອບຄົວ ແລະ ຊຸມຊົນ ແຕ່ຂາດທຶນຮອນໃນການຮໍ່າຮຽນໃຫ້​ມີ​ໂອ​ກາດ​ໃນ​ການ​ສຶກ​ສາ​ຈົນ​ຈົບ, ນອກຈາກການສະໜັບສະໜູນທາງດ້ານການເງິນ ແລະ ອຸປະກອນການຮຽນແລ້ວ, ເອັດສຊີຈີ ຍັງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ພັດທະນາ​ທ່າ​ແຮງ ​ແລະ ​ເສີມ​ຂະຫຍາຍ​ຄຸນສົມບັດ​ສິນ​ລະທຳ​ໃຫ້​ແກ່ຊາວ​ໜຸ່ມຕະຫລອດໂຄງການອີກດ້ວຍ.

ໂອກາດນີ້, ທ່ານ ສຸລິອຸດົງ ສຸນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: ໃນການໄດ້ຮັບທຶນການສຶກສາດັ່ງກ່າວທີ່ເປັນໂອກາດອັນດີນີ້ ກໍຂໍໃຫ້ນ້ອງນັກຮຽນທັງໝົດທີ່ໄດ້ຮັບທຶນສືບຕໍ່ເປັນຄົນດີ, ມີຄວາມດຸໝັ່ນ ພາກພຽນ ຕັ້ງໜ້າໃສ່ການຮໍ່າຮຽນ ແລະ ຊ່ວຍເຫລືອວຽກງານຄອບຄົວ, ສັງຄົມສືບຕໍ່ຮຽນໃຫ້ເກັ່ງ

ເສັງຈົບຊັ້ນໃຫ້ໄດ້ຄະແນນດີ, ສົມກັບຄວາມຕັ້ງໃຈທີ່ເພີ່ນໄດ້ຊຸກຍູ້ຊ່ວຍເຫລືອ. ພ້ອມນີ້ຂໍສະແດງຄວາມຂອບໃຈຕໍ່ກັບໂຄງການໂດຍສະເພາະ ກຸ່ມບໍລິສັດ SCG ປະເທດໄທ ທີ່ໃຫ້ການສະໜັບສະໜູນ ຊຸກຍູ້ຊ່ວຍເຫລືອນ້ອງນັກຮຽນຂອງພວກເຮົາໃນຫລາຍປີຜ່ານມາ ແລະ ຫວັງວ່າໂຄງການຈະສືບຕໍ່ໄປ ພ້ອມທັງຂະຫຍາຍກວ້າງຂວາງອອກໄປໃນຂອບເຂດທົ່ວປະເທດຕື່ມອີກ.

ທ່ານ​ ທີລະວັດ ພູນການຈະນະໂຣດ, Country Director Laos, SCG Cement-Build Material Co., Ltd ໄດ້ກ່າວວ່າ: “SCG Sharing the Dream” ແມ່ນໜຶ່ງໃນໂຄງການຂອງ ເອັດສຊີຈີ ເພື່ອພັດທະນາທ່າແຮງຂອງຊາວໜຸ່ມ ໃນບັນດາປະເທດອາຊຽນ, ເຊິ່ງ​ເອັດສຊີຈີ ຖືວ່າເປັນວິທີໃນການດຳເນີນທຸລະກິດທີ່ພວກເຂົາໄດ້

ປະຕິບັດມາຕະຫລອດ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ, ​ເພື່ອ​ຊຸກຍູ້​​ນັກ​ຮຽນ, ນັກສຶກສາ​ໃຫ້ມີ​ທຶນຮອນໃຊ້ຈ່າຍ​ສະໜັບສະໜູນ​ການ​ສຶກສາ​ຂອງ​ຕົນ​ເອງຕາມຄວາມຝັນທີ່ໄດ້ຕັ້ງໃຈໄວ້ ພ້ອມ​ກັບ​ການ​ຊຸກຍູ້​ໃຫ້​ພວກເຂົາ​ຄິດ​ດີ, ​ເຮັດ​ດີ, ມີ​ຄວາມ​ກະຕັນຍູ​ຮູ້ບຸນຄຸນຕໍ່​ຄອບຄົວ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຫລຸດຜ່ອນ

ຄວາມບໍ່ສະເໝີພາບໃນໂອກາດດ້ານການສຶກສາຕາມແນວທາງ ESG 4Plus ຂອງ ເອັດສຊີຈີ ຄື: 1. ເປົ້າໝາຍ Net Zero, 2. GO Green, 3. Lean ຄວາມບໍ່ສະເໝີພາບ, 4. ເນັ້ນໃສ່ການຮ່ວມມືບົນພື້ນຖານຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ. ເຊິ່ງເປັນໝາກຫົວໃຈໃນການດຳເນີນທຸລະກິດຂອງ ເອັດສຊີຈີ ເພື່ອ​ມອບໂລກ​ທີ່​​ໜ້າຢູ່ອາໄສ ແລະ ຍືນຍົງສໍາລັບຄົນລຸ້ນຕໍ່ໄປ ​ເຊິ່ງ​ຈະ​ກາຍ​ເປັນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ.