ອະນຸມັດເອກະຊົນ ເຊົ່າ-ສຳປະທານທີ່ດິນ ຕັ້ງໂຮງງານແປຮູບຫີນຊີລິຄອນ 30 ປີ

0
64

ວັນທີ 8 ທັນວາ 2022  ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ  ເຊັນສັນຍາໂຄງການເຊົ່າ-ສຳປະທານທີດິນລັດ ເພື່ອສ້າງຕັ້ງໂຮງງານແປຮູບຫີນຊີລິຄອນ ຢູ່ເຂດບ້ານນໍ້າແດງ ເມືອງ ຫຼວງນໍ້າທາ ແຂວງຫຼວງນໍ້າທາ. ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ນັນທະວົງ ນັນທະລາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນຕາມການອະນຸມັດ  ເຈົ້າແຂວງຫລວງນໍ້າທາ

ການສ້າງຕັ້ງໂຮງງານແປຮູບຫີນຊີລິຄອນ ຢູ່ເຂດບ້ານນໍ້າແດງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ເຊິ່ງຕາງໜ້າອົງການປົກຄອງແຂວງໂດຍ ພະແນກແຜນການ ແລະ

ການລົງທຶນ ກັບ ບໍລິສັດ ເອກະຊົນ ທີ່ຕັ້ງຂອງໂຄງການດັ່ງກ່າວແມ່ນນອນຢູ່ເຂດ 2, ຄາດຄະເນມູນຄ່າການລົງທຶນທັງໝົດຂອງໂຄງການດັ່ງກ່າວແມ່ນ 50.000.000 ໂດລາສາຫະລັດ, ເປັນການລົງທຶນພາຍໃນ 100%, ເຊິ່ງມີອາຍຸສໍາປະທານ 30 ປີ (ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ).


ອະນຸມັດເອກະຊົນ ເຊົ່າ-ສຳປະທານທີ່ດິນ ຕັ້ງໂຮງງານແປຮູບຫີນຊີລິຄອນ 30 ປີ