ທະນາຄານແຫ່ງ ສປປ ລາວ ຈະເລີ່ມຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ຜູ້ຖືຄອງພັນທະບັດ ແຕ່ວັນທີ 16 ທັນວາ ເປັນຕົ້ນໄປ

0
97

ວັນທີ 14 ທັນວາ 2022 ນີ້ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການໃຫ້ຊາບຊາບວ່າ ວັນທີ 15 ມິຖຸນາ 2022 ທຫລ ໄດ້ມີການອອກຈໍາໜ່າຍພັນທະບັດ ທຫລ ງວດທີ 1 ວົງເງິນ 5.000 ຕື້ກີບ ອັດຕາດອກ ເບ້ຍ 20% ຕໍ່ປີ ອາຍຸ 6 ເດືອນ ສູ່ມວນຊົນເພື່ອແນໃສ່ຄຸ້ມຄອງປະລິມານເງິນໃນຂອດຈໍລະຈອນ ໃຫ້ດຸ່ນດ່ຽງກັບລະບົບເສດຖະກິດ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານເງິນຕາ ແຫ່ງຊາດ.

ມາຮອດກາງເດືອນທັນວາ ປີ 2022 ພັນທະບັດ ທຫລ ບ້ວງດັ່ງກ່າວກໍຈະຄົບກໍານົດອາຍຸ ໄຖ່ຖອນໃຫ້ແກ່ຜູ້ຖືຄອງພັນທະບັດ. ສະນັ້ນ, ທຫລ ຈຶ່ງຂໍແຈ້ງມາຍັງຜູ້ຖືຄອງພັນທະບັດຊາບວ່າ ທຫລ ຈະໄດ້ມີການຈັດຕັ້ງປະຕິບັດການຊໍາລະຕົ້ນທຶນ ແລະ ດອກເບ້ຍພັນທະບັດທີ່ຈະຄົບກໍານົດອາຍຸໄຖ່ ຖອນໃຫ້ແກ່ຜູ້ຖືຄອງພັນທະບັດທີ່ໄດ້ຊື້ຜ່ານ

ທະນາຄານທຸລະກິດຕົວແທນ ຕາມໄລຍະເວລາຄົບກໍານົດ ທີ່ໄດ້ລະບຸໃນໃບພັນທະບັດຂອງຕົນເອງ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 16 ທັນວາ 2022ເປັນຕົ້ນໄປ ໂດຍຮູບແບບການຈັດຕັ້ງປະຕິບັດມີດັ່ງນີ້:

1) ໃນການຈັດຕັ້ງປະຕິບັດການຊໍາລະຕົ້ນທຶນ ແລະ ດອກເບ້ຍພັນທະບັດ ທີ່ຄົບກໍານົດໄຖ່ຖອນໃຫ້ກັບຜູ້ຖືຄອງ ແມ່ນຈະອີງໃສ່ວັນຄົບກໍານົດຂອງໃບພັນທະບັດ ຊຶ່ງຜູ້ຖືພັນທະບັດ ແຕ່ລະຄົນຈະບໍ່ຄືກັນ;

2) ການໄຖ່ຖອນພັນທະບັດ ປະກອບມີ 2 ຮູບແບບ ຄື: 1. ກໍລະນີຜູ້ຖືຄອງພັນທະບັດ ຊື້ ພັນທະບັດໃນຮູບແບບເງິນສົດ ແມ່ນຕ້ອງນໍາເອົາໃບພັນທະບັດເຂົ້າໄປແຈ້ງຕໍ່ທະນາຄານທຸລະກິດຕົວແທນເພື່ອໄຖ່ຖອນ ຊຶ່ງຈະມີການເກັບຄືນ ແລະ ດໍາເນີນການລຶບລ້າງໃບພັນທະບັດດັ່ງກ່າວ ແລະ 2. ກໍລະນີຜູ້ຖືຄອງພັນທະບັດ ຊື້ພັນທະບັດໃນ

ຮູບແບບເງິນໂອນ ຈາກບັນຊີທີ່ເປີດໄວ້ກັບທະນາຄານຕົວແທນ, ທະນາຄານຕົວແທນຈະໂອນຊໍາລະຕົ້ນທຶນ ແລະ ດອກເບ້ຍເຂົ້າບັນຊີດັ່ງກ່າວໂດຍອັດຕະໂນມັດ ແລະ ໃບພັນທະບັດແມ່ນຈະຖືກລຶບລ້າງໂດຍທັນທີ;

3) ທະນາຄານທຸລະກິດທີ່ເປັນຕົວແທນ ຈະຄິດໄລ່ຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ຜູ້ຖືຄອງ ພັນທະບັດ ຕາມຈໍານວນເງິນທີ່ຄົບກໍານົດອາຍຸໄຖ່ຖອນ ຫາກລູກຄ້າຖືຄອງພັນທະບັດ ເກີນຈໍານວນມື້ທີ່ຄົບກໍານົດ ແມ່ນຈະບໍ່ມີການຄິດໄລ່ດອກເບ້ຍໃຫ້ໃນສ່ວນທີ່ເກີນກໍານົດນັ້ນ;

4) ໃນກໍລະນີມື້ຄົບກໍານົດໄຖ່ຖອນກົງກັບວັນພັກລັດຖະການ ທະນາຄານຕົວແທນຈະຍ້າຍ ໄປຊໍາລະໃນວັນລັດຖະການທີ່ໃກ້ຄຽງທີ່ສຸດ ຕົວຢ່າງ: ຫາກມື້ຄົບກໍານົດໄຖ່ຖອນກົງກັບ ວັນເສົາ ແມ່ນຈະຍ້າຍໄປຊໍາລະໃຫ້ຜູ້ຖືຄອງພັນທະບັດກ່ອນ 1 ວັນ ຄື ວັນສຸກ ຫຼື ຫາກມື້ ຄົບກໍານົດໄຖ່ຖອນກົງກັບວັນອາທິດ ແມ່ນຈະຍ້າຍໄປຊໍາລະໃຫ້ຜູ້ຖືຄອງພັນທະບັດຫຼັງ 1 ວັນ ຄື ວັນຈັນ;

5) ກໍລະນີລູກຄ້າສົນໃຈຊື້ພັນທະບັດ ທຫລ ແມ່ນໃຫ້ຕິດຕາມແຈ້ງຂ່າວກ່ຽວກັບການອອກ ພັນທະບັດ ທຫລ ງວດຕໍ່ໄປ.ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ຮັບຮູ້ຕາມແຈ້ງການນີ້ດ້ວຍ.