ສປປ ລາວ ອາດຈະໄດ້ໃຊ້ບັດປະກັນສັງຄົມໄດ້ທຸກໂຮງໝໍໂດຍບໍ່ມີຂັ້ນຕອນ ທີ່ຫຍຸ້ງຍາກໃນອະນາຄົດເພື່ອອໍານວຍຄວາມສະດວກໃຫ້ຄົນເຈັບ ຊຶ່ງ ເລື່ອງດັ່ງກ່າວຍັງຢູ່ໃນຂັ້ນຕອນສະເໜີລັດຖະບານເພື່ອປັບປຸງ.
ສປປ ລາວໄດ້ນໍາໃຊ້ບັດປະກັນສັງຄົມທີ່ທັນສະໄໝແລ້ວ ແຕ່ໃນຕົວຈິງຍັງບໍ່ທັນ ສະໄໝເພາະ ຍັງບໍ່ສາມາດນໍາໃຊ້ໄດ້ທຸກໂຮງໝໍ ເຖີງແມ່ນຈະມີການກໍານົດໄວ້ວ່າ ຖ້າໃນກໍລະນີເຈັບ ເປັນ ສຸກເສີນແມ່ນສາມາດໄປນໍາໃຊ້ໄດ້ຢູ່ທຸກໆໂຮງໝໍ ແລ້ວປະກອບເອກະສານເພື່ອຂໍເງິນ ຄ່າບໍ ລິການນໍາໂຮງໝໍທີ່ຕົນເອງເປັນຄູ່ສັນຍາ ຄືນກໍຕາມ, ແຕ່ການປະກອບ
ເອກະສານດັ່ງກ່າວນັ້ນ ແມ່ນມີຂັ້ນຕອນທີ່ຍັງຫຍຸ້ງຍາກລໍາບາກຫຼາຍ ແລະ ໃຊ້ເວລາດົນ”, ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງທີ 1, ນະຄອນຫຼວງວຽງຈັນ ກ່າວ ເມື່ອມໍ່ໆມານີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.
ກ່ຽວກັບເລື່ອງດັ່ງກ່າວ, ທ່ານ ທະນົງສິດ ໄດ້ສະເໜີລັດຖະບານວ່າ: ຖ້າເປັນໄປໄດ້ລັດຖະບານຄວນປັບປຸງບັດປະກັນສັງຄົມຄືນໃຫ້ໃຊ້ໄດ້ຄືບັດ ATM ທີ່ສາມາດໃຊ້ໄດ້ທຸກທະນາຄານ ເພື່ອຄວາມສະດວກສະບາຍໃຫ້ຄົນເຈັບ ຫຼື ສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດເພື່ອບໍ່ໃຫ້ມີຂັ້ນຕອນທີ່ຫຍຸ້ງຍາກ.