ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 13 ທັນວາ 2022 ການງານ ການເງິນ ຄວາມຮັກ

0
62

ຄົນເກີດວັນອາທິດ:ການ​ງານຈະ​ພົບ​ຫຸ້ນ​ສ່ວນ​ທີ່​ດີ​ສາມາດ​ຊ່ວຍ​ງານ​ທາງ​ທຸລະກິດ​ໄດ້​ໃນ​ຊ່ວງ​ນີ້ ການ​ເງິນຄົນ​ທີ່ທ່ານໄວ້ໃຈ​ຈະ​ເຂົ້າ​ມາ​ຊ່ວຍ​ເຫລືອ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກເຖິງ​ແມ່ນ​ຈະ​ພົບ​​ໃຜ​ແລ້ວ​ກໍ​ຕາມ ແຕ່​ກໍ​ຍັງ​ຕ້ອງ​ປັບ​ຕົວ​ເຂົ້າ​ຫາ​ກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​  0

ຄົນເກີດວັນຈັນ:ການ​ງານເຮັດ​ທຸລະກິດ​ດ້ານ​ເປັນ​ທີ່​ປຶກ​ສາ ຫລື​ ວຽກງານ​ດ້ານ​ທະ​ນາຍ​ຄວາມ​ແລະ ​ກົດຫມາຍຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​​ ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ​ປະ​ສົບ​ຄວາມ​ສຳ​ເລັດ ຄວາມ​ຮັກການເດີນທາງ​ຕິດ​ຕໍ່​ງານ​ຈະ​ເຮັດ​ພົບ​ຄົນ​ຜິວ​ສອງ​ສີ​ທີ່​ມີ​ສະເໜ່​ ເຄື່ອງມຸງຄຸນ​   ເງິນ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​6

ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ການ​ຂົນ​ສົ່ງຈະ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບຜົນ​ສຳ​ເລັດ ການ​ເງິນ​ຈະ​ໄດ້​ເງິນ​ຈາກ​ຜູ້ໃຫຍ່​ເຂົ້າ​ມາ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​4

ຄົນເກີດວັນພຸດ:ການ​ງານການ​ລົງ​ນາມ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​​ຊ້າ ການ​ເງິນ​​ຈະ​ໄດ້​ເງິນ​ເຂົ້າ​ມາ​ຫລາຍ​ເປັນ​ເງິນ​ພິເສດ ຄວາມ​ຮັກຄວາມ​ສຳພັນ​ບໍ່​ລົງ​ຕົວ​ເພາະ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​​ຕ່າງຫູຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​9

ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະ​ກິດການ​ຄ້າ​ອ​ະສັງ​ຫາ​​ໃນ​ຊ່ວງ​ນີ້​ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລທີ່​ເພີ່ມ​ຂຶ້ນ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ​ແລະ ​ມີ​ຖານະ​ດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ມີ​ໂອ​ກາດ​ພັດທະນາ​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​7

ຄົນເກີດວັນສຸກ:ການ​ງານ​ມີ​ໂອ​ກາດ​ຈະ​ໄດ້​ປ່ຽນວຽກ​ໃໝ່​ແບບບໍ່ທັນຕັ້ງໂຕ ການ​ເງິນລາຍ​ຈ່າຍ​ຫລາຍ​ເປັນ​ພິເສດ​ໃນ​ຊ່ວງ​ນີ້ ລະ​ວັງ​ຈະ​ໝຸນ​ເງິນ​ບໍ່​ທັນ​ໃຊ້​ຈ່າຍ ຄວາມ​ຮັກຄົນ​ຜິວ​ຂາວ​ຍັງມີ​ບົດ​ບາດ​ໃນ​ຊີວິດ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານທຸລະກິດຈະການ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ເຍົາ​ວະ​ຊົນ ຫຼື ​ການ​ເປີດ​ສອນ​ຕິວ​ເຕີ້​ດ້ານ​ພາສາ ຈະ​ໄດ້​ຜົນ​ກຳ​ໄລທີ່​ດີ ການ​ເງິນຫາ​ໄດ້​ຫລາຍ​ກໍ​ໃຊ້​ຈ່າຍ​ອອກ​ໄປ​ຫລາຍ ໃນ​ຊ່ວງ​ນີ້​ຈະ​ບໍ່​ມີ​ເງິນ​ເກັບ ຄວາມ​ຮັກ​ຮູ້ສຶກ​ວ່າ​ຄວາມ​ສຳພັນ​​ໃນ​ເທື່ອ​ນີ້​ຈະ​ເກີດ​ກຳ​ແພງ​ໃນ​ໃຈ​ລະຫວ່າງ​ກັນ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​1