ເຈົ້າໜ້າທີ່ ປກສ ເມືອງປາກຊັນ ຈັບຕົວຜູ້ຕ້ອງຫາຄະດີລັກຖັງແກັສ ໄດ້ 2 ຄົນ ລັກມາແລ້ວ 4 ຄັ້ງ

0
61

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງປາກຊັນໄດ້ໃຫ້ຮູ້ວ່າ 2 ທັນວາ 2022 ຜ່ານມາ ເຈົ້າໜ້າທີ່ສາມາດກັກຕົວທ້າວໜິງ ອາຍຸ 25 ປີ ອາຊີບກໍາມະກອນ ປະຊາຊົນບ້ານ
ໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ທ້າວແອັດ ຂຸນທະຈັກ ອາຍຸ 28 ປີ ອາຊີບກໍາມະກອນ ປະຊາຊົນບ້ານນາອ້ອຍໜູ ເມືອງປາກຊັນ ແຂວງບໍລິຄໍາໄຊ ມາສືບສວນ-ສອບສວນຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນພວກກ່ຽວທັງສອງຄົນ ສາລະພາບວ່າ ຜູ້ກ່ຽວທັງສອງໄດ້ເປັນກໍາມະກອນຢູ່ໂຮງງານແກັສຂອງທ້າວ ສັນຕິ ຢູ່ບ້ານສວນສະຫວັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຈົ້າຂອງໂຮງງານໄດ້ໃຫ້ພວກກ່ຽວເອົາຖັງແກັສໄປເລາະສົ່ງໃຫ້ຕາມລູກຄ້າສັ່ງ ແລະ ໄປສົ່ງໃຫ້ໂຮງງານກັບໂຟມທີ່ຕັ້ງຢູ່ບ້ານຫ້ວຍຄູນຫຼາຍຄັ້ງ, ຈາກນັ້ນພວກກ່ຽວ

ທັງສອງເຫັນຖັງເເກັສເປົ່າຢູ່ໂຮງງານ ຈຶ່ງເກີດມີແນວຄິດຢາກໄດ້ຖັງແກັສດັ່ງກ່າວໄປຂາຍເອົາເງິນມາແບ່ງປັນກັນ, ເວລາທີ່ເຮັດວຽກຢູ່ຮ້ານແກັດຂອງທ້າວ ສັນຕິ ນັ້ນທັງສອງຍັງໄດ້ລັກເອົາຖັງແກັສໄປຂາຍຫຼາຍຄັ້ງ, ຕົກມາຮອດເດືອນ ສິງຫາ-ກັນຍາ ປີ 2022 ທາງເຈົ້າຂອງຮ້ານແກັສຈັບໄດ້ຈຶ່ງໄດ້ໄລ່ພວກກ່ຽວທັງສອງອອກ, ຫຼັງຈາກຖືກໄລ່ອອກຈາກ

ວຽກແລ້ວ 2 ວັນຕໍ່ມາທັງສອງໄດ້ຊັກຊວນກັນວາງແຜນ ເພື່ອຈະໄປລັກເອົາຖັງແກັສເປົ່າຢູ່ໂຮງງານກັບໂຟມຂອງຄົນຈີນ ທີ່ບ້ານຫ້ວຍຄູນ ເມືອງບໍລິຄັນ ໂດຍໃຫ້ທ້າວໝິງ ເປັນຜູ້ຕິດຕໍ່ຊອກລົດກະບະຮຸນໄດທີ່ຄ້າຍຄືກັບລົດໂຮງງານແກັດນັ້ນມາລາກແກ່, ສ່ວນທ້າວ ແອັດ ເປັນຄົນເບິ່ງຕົ້ນທາງ ໂດຍຂັບຂີ່ລົດຈັກເວບ 100 ສີເເດງ-ດໍາ, ພາຍຫຼັງວາງ

ແຜນກັນແລ້ວທ້າວ ໝິງ ໄດ້ຕິດຕໍ່ຫາທ້າວ ກ (ທີ່ເປັນພີ່ນ້ອງກັນ) ໃຫ້ຊອກຕິດຕໍ່ລົດກະບະຮຸນໄດ ສີຂາວ ມາແກ່ຖັງແກັດເປົ່າຢູ່ໂຮງງານກັບໂຟມມາສົ່ງໃຫ້ ຮ້ານຂາຍແກັດ ແລ້ວຈະໄດ້ຄ່າລາກແກ່ຄັ້ງລະ 600.000 ກີບ; ຈາກນັ້ນ, ທັງສອງໄດ້ເຂົ້າໄປລັກຖັງແກັດເປົ້າຢູ່ໂຮງງານກັບໂຟມດັ່ງກ່າວ 4 ຄັ້ງ, ລວມມີ 27 ຖັງ ແລ້ວເອົາໄປຂາຍໃຫ້ຮ້ານ

ແກັດແຫ່ງໜຶ່ງ ຢູ່ບ້ານ ມີໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ຖັງລະ 500.000 ກີບ, ພາຍຫຼັງໄດ້ເງິນມາເເລ້ວພວກກ່ຽວໄດ້ແບ່ງປັນກັນ ແລະ ນໍາໄປຊື້ຢາເສບຕິດມາເສບ, ມາຮອດວັນທີ 2 ທັນວາ 2022 ຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວມາສືບສວນ-ສອບສວນ ຕາມລະບຽບກົດໝາຍ.

ສະນັ້ນ ມາຮອດວັນທີ 8 ທັນວາ 2022 ເຈົ້າໜ້າທີ່ພະເເນກຕໍາຫຼວດ ປກສ ເມືອງປາກຊັນ ຈຶ່ງໄດ້ມອບຖັງແກັສ ທີ່ເກັບກູ້ມາໄດ້ 24 ຖັງ ຄືນໃຫ້ເຈົ້າຂອງເດີມ ເຊິ່ງຕາງໜ້າມອບໂດຍ ຮອ ຈັນສະໝອນ ບຸນທະວີ ຮອງຫົວໜ້າພະເເນກຕຳຫຼວດ ປກສ ເມືອງປາກຊັນ ແລະ ກ່າວຮັບໂດຍ ທ່ານ ວັນນະເລດ ຄໍາປະເສີດ ມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ

ເຂົ້າຮ່ວມ ເປັນສັກຂີພະຍານ, ຕອນທ້າຍເຈົ້າໜ້າທີ່ຍັງຮຽກຮ້ອງໃຫ້ປະຊາຊົນ ຈົ່ງມີສະຕິໃນການປົກປັກຮັກສາຊັບສິນວັດຖຸສິ່ງຂອງຂອງຕົນ ເພື່ອບໍ່ໃຫ້ຄົນໃຫ້ຮ້າຍລັກໄປໄດ້ ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຕິດຕາມກຸ່ມຄົນບໍ່ຫວັງດີທີ່ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍ ເພື່ອພ້ອມກັນແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.