ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

0
69

ມວນຊົນຊາວແຂວງຊຽງຂວາງ ຫລາຍພັນຄົນເຂົ້າຮ່ວມຊົມການຝຶກຊ້ອມໃຫຍ່ພິທີເປີດງານມະ ຫາກຳກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນຢູ່ສະຫນາມກິ ລາແຫ່ງໃຫມ່ຂອງແຂວງຊຽງຂວາງໃນຕອນແລງວັນທີ 10 ທັນວານີ້.

ການຝຶກຊ້ອມໃຫຍ່ຄັ້ງນີ້ ແມ່ນເປັນການຝຶກຊ້ອມຕົວຈິງຢ່າງເຕັມຮູບແບບເພື່ອກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ມື້ເປີດງານຕົວຈິງນັບແຕ່ຂັ້ນຕອນການສະແດງຄອນ

ເສີດ, ການເດີນຂະບວນສວນສະຫນາມຂອງຄະນະນໍາ, ຄູຝຶກ ແລະ ນັກກິລາຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນ, ການສະແດງສິລະປະທຸກລາຍການປະກອບກັບໄຟແສງສີຕົວຈິງ ແລະ ອື່ນໆ.

ສໍາລັບງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຫຼືຊຽງຂວາງເກມ ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບຈະຈັດຂຶ້ນຢ່າງເປັນທາງການໃນລະ ຫວ່າງວັນທີ 13-22 ທັນວາ

2022 ໂດຍມີນັກກິລາ 3.003 ຄົນ, ຍິງ 1.029 ຄົນ ຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງເຂົ້າຮ່ວມແຂ່ງຂັນ ໃນ 25 ປະເພດກິລາ ເຊີ່ງຈະມີກາຍຊິງ

ທັງໝົດ 1.311 ຫຼຽນ, ໃນນັ້ນ ມີ 385 ຫຼຽນຄຳ, 385 ຫຼຽນເງິນ ແລະ 581 ຫຼຽນທອງ ໂດຍເລືອກເອົາໄຫຫີນເປັນສັນຍາລັກ ແລະ ເລືອກເອົານົກແອ່ນເປັນສັດນໍາໂຊກ.


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI


ພາບບັນຍາກາດ ການຝຶກຊ້ອມໃຫຍ່ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

FM 90 ລາຍງານຈາກຊຽງຂວາງ