ຫລາຍພາກສ່ວນຢູ່ແຂວງຫລວງພະບາງ ໄດ້ຮັບການຍ້ອງຍໍ ຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

0
64

ຂປລ. ເມື່ອບໍ່ດົນມານີ້, ບັນດາພະແນກການ, ອົງການ, ກົມກອງ ແລະ ບຸກຄົນ ກໍຄື ນັກທຸລະກິດ, ລັດວິສາຫະກິດ, ຄອບຄົວຕົວແບບ ຢູ່ພາຍໃນແຂວງຫລວງພະບາງ ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ຮັບການຍ້ອງຍໍຜົນງານໄລຍະ 5 ປີຜ່ານມາ. ໃນນັ້ນ, ທ່ານ ອາຄົມ ພົມມະຫານ ປະທານບໍລິສັດ

ທ່ອງທ່ຽວລາວກຣີນ, ຜູ້ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດຮ້ອຍຄົວ ກໍໄດ້ຮັບຫລຽນໄຊແຮງງານຊັ້ນ III ເຊິ່ງມອບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ.

ໂອກາດນີ້, ທ່ານ ອາຄົມ ພົມມະຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພັກ-ລັດ ທຸກຂັ້ນ ທີ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອ, ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການເຄື່ອນໄຫວວຽກງານ ກໍຄື ການດຳເນີນທຸລະກິດຂອງຕົງເອງຕະຫລອດມາ ໂດຍສະເພາະການພັດທະນາແຫລ່ງທ່ອງທ່ຽວນໍ້າຕົກ ຕາດຮ້ອຍ

ຄົວ ແລະ ກິດຈະການອື່ນໆ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາດ້ານການທ່ອງ ທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ. ການໄດ້ຮັບການຍ້ອງຍໍຄັ້ງນີ້, ໄດ້ມາດ້ວຍຄວາມພາກພູມໃຈ ທີ່ໄດ້ພະຍາຍາມສູ້ຊົນ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ເພື່ອຄອບຄົວ ແລະ ສ່ວນລວມ ເຊິ່ງຈະເປັນພະລັງແຮງອັນໜຶ່ງ ໃຫ້ຕົວເອງ ແລະ ຄອບຄົວ ເພື່ອດຳເນີນທຸລະກິດຕໍ່ໄປ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ບັນດາພະແນກການ, ອົງການ, ກົມກອງ ແລະ ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍໃນແຕ່ລະປະເພດປະ ກອບມີ: ຫລຽນໄຊແຮງງານຊັ້ນ I ມີ 126 ທ່ານ, ມີ 7 ກົມກອງ ແລະ 2 ເມືອງ; ຫລຽນໄຊແຮງງານຊັ້ນ II ມີ 346 ທ່ານ, ມີ 27 ກົມກອງ, 8 ບ້ານ, 1 ເມືອງ; ຫລຽນໄຊແຮງງານຊັ້ນ III ມີ 804 ທ່ານ, ມີ 49 ກົມກອງ

ແລະ 8 ບ້ານ; ຫລຽນກາແຮງງານມີ 1.501 ທ່ານ, ມີ 61 ກົມກອງ ແລະ 72 ບ້ານ; ໃບຍ້ອງຍໍລັດຖະບານມີ 3.339 ທ່ານ, ມີ 61 ກົມກອງ ແລະ 72 ບ້ານ ແລະ ໃບຍ້ອງຍໍທ່ານເຈົ້າແຂວງມີ 4.285 ທ່ານ, ມີ 89 ກົມກອງ.