ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມ ລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 25

0
78

ຂປລ. ໃນລະຫວ່າງວັນທີ 6-8 ທັນວາ 2022 ຜ່ານມາ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ໄດ້ເປັນປະທານ ແລະ ນຳພາຄະນະຜູ້ ແທນຝ່າຍລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 25 ໂດຍການເປັນເຈົ້າພາບຂອງ ສປປ

ລາວ ຈັດຂຶ້ນຢູ່ແຂວງຫລວງພະບາງ ພາຍໃຕ້ຫົວຂໍ້: “ເລັ່ງລັດການຟື້ນຟູທາງດ້ານເສດຖະກິດ ເພື່ອເສີມຂະ ຫຍາຍຄວາມສຳເລັດ 30 ປີ ຂອງອະນຸພາກພື້ນແມ່ນ້ຳຂອງ ໃຫ້ເປັນການພັດທະນາແບບມີສ່ວນຮ່ວມ ແລະ ຍືນ ຍົງຍິ່ງຂຶ້ນ’’ ເຊິ່ງກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນໃນທຸກໆປີ ໂດຍຈະໝູນວຽນການ ເປັນເຈົ້າພາບ ຕາມຕົວອັກສອນ

ຂອງ 6 ປະເທດອະນຸພາກພື້ນແມ່ນໍ້າຂອງ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ໂດຍມີຄະນະລັດຖະ ມົນຕີ/ຮອງລັດຖະມົນຕີ, ເຈົ້າໜ້າທີ່ ອາວຸໂສ ແລະ ຜູ້ແທນ ຈາກ 6 ປະເທດ ຄື: ສປ ຈີນ, ຣາຊະອານາຈັກກຳປູ ເຈຍ, ສປປ ລາວ, ມຽນມາ, ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ ຮ່ວມຍຸດທະສາດ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານການຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 1 ປີຜ່ານມາ ແລະ ໄດ້ຮັບຮອງເອົາບັນດາເອກະສານທີ່ສໍາຄັນ ຄື: ຍຸດທະສາດ ບົດບາດຍິງ-ຊາຍ ອະນຸພາກພື້ນແມ່ນໍ້າຂອງ 2030; ຂອບການຕິດຕາມຜົນສໍາເລັດຂອງຍຸດທະສາດການຮ່ວມມື

ໃນ ຂົງເຂດອະນຸພາກພື້ນແມ່ນໍ້າຂອງ 2030; ຂອບການລົງທຶນໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ 2025; ຖະແຫລງ ການຮ່ວມລັດຖະມົນຕີອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 25 (Joint Statement Declaration). ນອກຈາກນັ້ນ, ຍັງມີເອກະສານຈຳນວນຫໜຶ່ງ ເພື່ອໃຫ້ປະເທດສະມາຊິກຮັບຊາບເຊັ່ນ: ການລິເລີ່ມການຮ່ວມມືທາງ

ດ້ານເສດຖະ ກິດແບບດິຈີຕອນ ໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ; ການເພີ່ມທະວີການມີສ່ວນຮ່ວມຂອງບັນດາຄູ່ຮ່ວມພັດທະ ນາ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ; ການລິເລີ່ມສ້າງຕັ້ງຄະນະສະ ເພາະກິດທາງດ້ານການຄ້າ ແລະ ການລົງທຶນ, ການເຄື່ອນຍ້າຍແຮງງານ, ແລະ ການລິເລີ່ມສ້າງ

ຕັ້ງເຄືອຂ່າຍທາງ ດ້ານຄວາມຮູ້ ໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ; ບັນດາກິດຈະກຳ ໃນການສະເຫລີມສະຫລອງຄົບຮອບ 30 ປີ ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ແລະ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ຮ່ວມຍຸດທະສາດຫລັກ ໃນການສະໜັບສະໜູນຊ່ວຍເຫລືອ ທາງດ້ານການພັດທະນາລະບົບເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ແລະ ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ.

ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນນາມລັດຖະ ມົນຕີ ອະນຸພາກພື້ນແມ່ນ້ຳຂອງ ຂອງ ສປປ ລາວ ໄດ້ມີຄຳເຫັນ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະ ຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງໃນໄລຍະ 1 ປີ ທີ່ຜ່ານມາ. ພ້ອມນີ້, ທ່ານ ຍັງໄດ້

ເນັ້ນໜັກໃສ່ບັນຫາອັນຮີບດ່ວນ ທີ່ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຈະຕ້ອງໄດ້ມີການຮ່ວມມືກັນຢ່າງ ສະໜິດແໜ້ນ ເພື່ອແກ້ໄຂບັນຫາຮ່ວມກັນ ນັ້ນກໍຄື ການແກ້ໄຂສະພາບທາງດ້ານເສດຖະກິດພາຍຫລັງການແພ່ລະບາດຂອງພະຍາດ ໂຄວິດ-19. ການພະຍາຍາມບັນລຸພື້ນຖານໃໝ່ສໍາລັບແຜນງານ GMS ເນື່ອງຈາກວ່າມີການ ພິຈາລະນາ

ຜົນໄດ້ຮັບ ແລະ ຂໍ້ສະເຫນີແນະຂອງການສຶກສາ “ການມີສ່ວນຮ່ວມຂອງຄູ່ຮ່ວມພັດທະນາຢ່າງເລິກເຊິ່ງ ໃນແຜນງານ GMS” ແລະ ທ່ານໄດ້ຮຽກຮ້ອງໃຫ້ສືບຕໍ່ປັບປຸງກົນໄກ ເພື່ອຊຸກຍູ້ການມີສ່ວນຮ່ວມຂອງຄູ່ຮ່ວມງານ ໃຫ້ຫລາຍໆຂຶ້ນເລື້ອຍໆ ເພື່ອລະດົມການຊ່ວຍເຫລືອທາງດ້ານວິຊາການ ແລະ ແຫລ່ງທຶນ ເຂົ້າໃນບັນດາໂຄງການ ທີ່ນອນໃນຂອບ

ການລົງທຶນພາກພື້ນ 2025 ແລະ ຕ້ອງຮັບປະກັນໄດ້ວ່າໂຄງການເຫລົ່ານັ້ນ ຕ້ອງເປັນໂຄງການບູລິ ມະສິດ ແລະ ເສີມສ້າງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກ ໂດຍສະເພາະນໍາເອົາຜົນປະໂຫຍດທີ່ແທ້ຈິງ ໄປສູ່ປະຊາຊົນ ແລະ ບົນພື້ນຖານການພັດທະນາທີ່ຍືນຍົງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ GMS 2030 ໃຫ້ມີປະສິດທິຜົນຍິ່ງ

ຂຶ້ນ. ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ມີການປະສານສົມທົບ ແລະ ຮ່ວມມືກັນຂອງ ບັນດານັກຄົ້ນຄ້ວາ ແລະ ການແລກປ່ຽນທາງດ້ານຄວາມຮູ້ຂອງ ປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ ໃນໄລ ຍະສັ້ນ ແລະ ໄລຍະຍາວ ພ້ອມທັງການລິເລີ່ມການຮ່ວມມືດ້ານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນເພື່ອເລືອກເຟັ້ນ

ເອົາວິທີການ ແລະ ທິດທາງທີເໝາະສົມ ໃນການກະຕຸ້ນເສດຖະກິດ ແລະ ສັງຄົມ ໃຫ້ມີປະສິດທິດພາບ ແລະ ມີປະສິດທິຜົນ ໃຫ້ແກ່ລັດຖະບານຂອງບັນດາປະເທດສະມາຊິກ.
ກອງປະຊຸມ ລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ ມີເປົ້າໝາຍຫລັກເພື່ອຮັດແໜ້ນ ແລະ ຜັນຂະຫຍາຍ ການຮ່ວມມືທາງດ້ານເສດຖະກິດໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ

ແລະ ກໍານົດທິດທາງແຜນວຽກການພັດທະ ນາຂອງອະນຸພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມແທດເໝາະ ແລະ ຕອບສະໜອງໄດ້ຄວາມຕ້ອງການໃນການພັດທະ ນາ ແລະ ການເຊື່ອມໂຍງທາງດ້ານເສດຖຖະກິດ-ສັງຄົມ ຂອງບັນດາປະເທດສາມາຊິກອະນຸພາກພື້ນແມ່ນ້ຳຂອງ ໂດຍໄດ້ສຸມໃສ່ 3 ເສົາຄ້ຳຫລັກຄື: ຊຸມຊົນ: ສົ່ງເສີມການພັດທະນາຊຸມ

ຊົນອະນຸພາກພື້ນແມ່ນໍ້າຂອງໃຫ້ເປັນຊຸມຊົນ ທີ່ມີສຸຂະພາບ ແລະ ສິ່ງແວດລ້ອມທີ່ຍືນຍົງ ເພື່ອຄວາມເປັນຢູ່ທີ່ດີຂອງປະຊາຊົນ; ການເຊື່ອມຈອດ: ສົ່ງເສີມ ການເຊື່ອມຈອດພາຍໃນອະນຸພາກພື້ນແມ່ນໍ້າຂອງ ແລະ ພາກພື້ນອາຊີ ໃນດ້ານການຂົນສົ່ງ ແລະ ພະລັງງານ; ຄວາມອາດສາມາດໃນການແຂ່ງຂັນ: ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະເທດສະມາຊິກ ເພື່ອຮັບປະກັນທາງດ້ານການ ພັດທະນາເສດຖະກິດ-ສັງຄົມ ໃຫ້ທຽບທັນ ແລະ ເຊື່ອມໂຍງ ກັບພາກພື້ນອື່ນໆ.

ກ່ອນກອງປະຊຸມ ລັດຖະມົນຕີ ອະນຸພາກພື້ນແມ່ນນ້ຳຂອງ ໄດ້ມີການດຳເນີນບັນດາກອງປະຊຸມປິ່ນ ອ້ອມທີ່ສຳຄັນຄື: ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອະນຸພາກພື້ນແມ່ນນ້ຳຂອງ ເພື່ອປຶກສາຫາລືກ່ຽວກັບບັນດາແຜນ ວຽກ ແລະ ການຈັດຕັ້ງປະຕິບັດບັນດາຍຸດທະສາດຕ່າງໆ ໃນຂອບການຮ່ວມມືທາງດ້ານເສດຖະກິດໃນຂົງເຂດພາກ ພື້ນ ແລະ

ສາກົນ; ກອງປະຊຸມຄູ່ຮ່ວມພັດທະນາ ອະນຸພາກພື້ນແມ່ນນ້ຳຂອງ ເຊິ່ງມີຈຸດປະສົງ ເພື່ອເສີມສ້າງ ແລະ ຍົກສູງການມີສ່ວນຮ່ວມຂອງບັນດາຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຍຸດທະສາດຂອງ ຂົງເຂດອະນຸພາກພື້ນແມ່ນ້ຳ ຂອງ ເພື່ອສົ່ງເສີມການຮ່ວມມື ແລະ ດຶງດູດການລົງທຶນຂອງຄູ່ຮ່ວມພັດທະນາໃນຂົງເຂດເສດຖະກິດ ແລະ ສັງຄົມ ໃຫ້ໄດ້ຮັບ

ໝາກຜົນຍິ່ງຂຶ້ນ. ນອກຈາກນັ້ນ, ທ່ານ ຄຳເຈນ ວົງໂພສີ ກໍໄດ້ນຳພາຄະນະລັດຖະມົນຕີ ແລະ ຜູ້ແທນ ຈາກ 6 ປະເທດ ສະມາຊິກ ໄປຢ້ຽມຢາມໂຄງການຊ່ວຍເຫລືອຂອງທະນາຄານພັດທະນາອາຊີ ໃນເຂດຕາດກວາງຊີ ແລະ ຮັບຟັງການ ບັນຍາຍຄວາມເປັນມາຂອງໂຄງການ ທີ່ໃຫ້ການຊ່ວຍເຫລືອໃນການພັດທະນາຕາດດັ່ງກ່າວ.