11 ເດືອນຜ່ານມາ ມີລົດຈັກຖືກລັກ 102 ຄັນ ລົດໃຫຍ່ 1 ຄັນ ແລະ ຄ າ ດ ຕ ະ ກຳ 02 ເລື່ອງ ແລະ ລັກພາຕົວ 1 ເລື່ອງ

0
71

ວັນທີ 8 ທັນວາ 2022 ຜ່ານມາ, ທ່ານ ພັທ ຄໍາໝອກ ພົມມະວົງສາ ຫົວໜ້າ ປກສ ເມືອງຈັນທະບູລີ ໄດ້ລາຍງານສະພາບປະກົດການຫຍໍ້ທໍ້, ການແກ້ໄຂປະກົດການຫຍໍ້

ທໍ້ ໃຫ້ຮູ້ວ່າ: ໃນໄລຍະ 11 ເດືອນຜ່ານມາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 548 ເລື່ອງ, ແກ້ໄຂໄດ້ 376 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 260 ຄົນ, ຍິງ 26 ຄົນ (ທຽບໃສ່ປີ 2021 ເພີ່ມຂຶ້ນ 199 ເລື່ອງ).

ຄະດີທີ່ພົ້ນເດັ່ນແມ່ນ ການລັກຊັບພົນລະເມືອງ ເກີດຂຶ້ນ 114 ເລື່ອງ, ໃນນີ້ ລົດຈັກເສຍ 102 ຄັນ, ລົດໃຫຍ່ 01 ຄັນ, ປຸ້ນຊັບ 04 ເລື່ອງ, ຊີງຊັບ 17 ເລື່ອງ, ຄາດຕະກຳ 02 ເລື່ອງ, ລັກພາຕົວ 01 ເລື່ອງ, ອັກຄີໄພ 03 ຄັ້ງ. ໃນໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແກ້ໄຂໄດ້ 84

ເລື່ອງ, ກັກຜູ້ຖືກຫາໄດ້ 244 ຄົນ, ຍິງ 51 ຄົນ, ແກ້ໄຂຈຸດມົ້ວສຸມຢາເສບຕິດໄດ້ 36 ຈຸດ, ຢຶດຢາບ້າ 1.144.607 ເມັດ, ຢາໄອ້ 3.092 ກຼາມ, ເຄຕາມິນ 8.533 ກຼາມ, ເຮໂຣອິນ 3.926 ກຼາມ ແລະ ອື່ນໆ; ສ່ວນວຽກງານຄຸ້ມຄອງສໍາມະໂນຄົວ ກໍ່ໄດ້ຈົດທະບຽນຂຶ້ນສໍາມະໂນຄົວ 62.334 ຄົນ, ຍິງ 32.058 ຄົນ, ມີຄົນພັກເຊົາຊົ່ວຄາວທັງໝົດ 2.203 ຄົນ, ຍິງ 960 ຄົນ.