ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບບັນຫາອັດຕາແລກປ່ຽນເງິນຕາໃນລະບົບທະນາຄານ ແລະ ຕະຫລາດນອກທີ່ແຕກຕ່າງກັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ທັນວາ 2022 ນີ້
ວ່າ: ຕໍ່ກັບບັນຫາອັດຕາແລກປ່ຽນເງິນຕາຕາມຄາດໝາຍແມ່ນຍັງບັນລຸບໍ່ທັນໄດ້ ໂດຍສະເພາະສ່ວນຕ່າງຂອງອັດຕາແລກປ່ຽນໃນທະນາຄານ ແລະ ຕະຫລາດນອກ ທີ່ເກີດມີສະພາບຜັນຜວນຂອງເງິນກີບ, ເງິນບາດ ແລະ ເງິນໂດລາ ຢູ່ໃນລະຫວ່າງ ເດືອນພຶດສະພາ-ມິຖຸນາ ຜ່ານມາ.
ດັ່ງນັ້ນຈຶ່ງເຮັດໃຫ້ສ່ວນຕ່າງຂອງອັດຕາແລກປ່ຽນໃນທະນາຄານ ກັບ ຕະຫລາດນອກ ສູງເຖິງ 38% ເຊິ່ງປັດຈຸບັນໄດ້ດຳເນີນຫລາຍມາດຕະການໃນການຄວບຄຸມຮ້ານແລກປ່ຽນ, ມາຮອດປັດຈຸບັນ 2-3 ວັນຜ່ານມາ ຕົວເລກຫລ້າສຸດສ່ວນຕ່າງອັດຕາລົງມາຢູ່ 1,9-2% ແຕ່ກໍຍັງມີຄວາມຜັນຜວນຢູ່ ແລະ ຈະສືບຕໍ່ດຳເນີນມາດຕະການຕາມແຜນວຽກຈຸດສຸມ 9 ແຜນວຽກ ເພື່ອດຶງສ້າງໃຫ້ອັດຕາແລກປ່ຽນລະບົບທະນາຄານ ແລະ ຕະຫລາດນອກ ກາຍເປັນຕະຫລາດລວມສູນໃນອັດຕາຕົວເລກດຽວກັນ ໃນປີ 2023.