ປະຊາຊົນແຂວງ ຄໍາມ່ວນ ແລະ ອັດຕະປື ຈະໄດ້ໃຊ້ພະລັງງານແສງຕາເວັນໃນປີ 2024

0
90

ລັດວິສາຫະກິດໄຟຟ້າລາວ (ຟຟລ), ບໍລິສັດ ວຽງຈັນພະລັງງານຈໍາກັດ ແລະ ກຸ່ມບໍລິສັດ ຈະເລີນພັດທະນາ ໄດ້ຮ່ວມມືກັນໃນໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ຢູ່ທີ່ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື ເຊິ່ງແບ່ງອອກເປັນ 9 ຈຸດ ແຕ່ລະຈຸດມີກໍາລັງຕິດຕັ້ງ 2-5 ເມກາວັດ ລວມກໍາລັງຕິດຕັ້ງທັງໝົດ 37 ເມກາວັດ ເຊິ່ງໂຄງການແມ່ນຈະໃຫ້ສໍາເລັດຕົ້ນປີ 2024 ນັ້ນກໍໝາຍຄວາມວ່າປະຊາຊົນ 2 ແຂວງ ດັ່ງກ່າວຈະໄດ້ໃຊ້ພະລັງງານແສງຕາເວັນໃນປີ 2024 ທີ່ຈະມາເຖິງນີ້.

ໂຄງການດັ່ງກ່າວໄດ້ມີພິທີເຊັນສັນຍາເມື່ອມໍ່ໆມານີ້ຢູ່ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ສຸກສະຫວາດ ໂສສຸພັນ ຮອງຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ທອງສະຫວັນ ແກ້ວຄູນຍິ່ງ ຮອງຫົວໜ້າຝ່າຍ ແຜນການ-ການເງິນ ຟຟລ, ທ່ານ ສົມພົງ ອິນນາ ຜູ້ອໍານວຍການ ບໍລິສັດ ວຽງຈັນພະລັງງານ ຈໍາກັດ ແລະ ທ່ານ ຄໍາໝັ້ນ ໄຊຍະແສງ ປະທານກຸ່ມບໍລິສັດ ຈະເລີນພັດທະນາ ພ້ອມມີການນໍາສອງຝ່າຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທີ່ມາ: ຟຟລ