ທ່ານລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ລົງຕິດຕາມໂຄງການຂຸດຄົ້ນແຮ່ຫາຍາກຢູ່ແຂວງຊຽງຂວາງ

    0
    66

    ເມື່ອບໍ່ດົນມານີ້ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນນີ້ລວມມີໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກແບບທົດລອງ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຂອງບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ; ໂຄງການຂຸດຄົ້ນ ແລະ ແຮ່ຫຼັກ ແບບທົດລອງ ຢູ່ເຂດບ້ານ ສຳພັນໄຊ ເມືອງ ຄຳ ແຂວງຊຽງຂວາງ ຂອງ ບໍລີສັດ ສຳພັນໄຊ ມາຍນີ້ງຈຳກັດ ແລະ ໂຄງການ ເຂືອນໄຟຟ້າ ນ້ຳງື່ມ 4.

    ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກແບບທົດລອງ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຂອງບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ຜ່ານມາແມ່ນເປັນໂຄງການແມ່ນຮ່ວມມື ລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ບໍລີສັດ ຕົງລີ້ເສີ້ງ ພັດທະນາບໍແຮ່ ຈຳກັດຜູ້ດຽວ, ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮ່ວມມືກັນດຳເນີນການສຶກສາຂໍ້ມູນເຂດທີ່ມີທ່າແຮງຂອງແຫຼ່ງແຮ່ທາດ ໃນເຂດບ້ານມາຍ, ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ໃນເນື້ອທີ່ເບື້ອງຕົ້ນ 118,16 ໂກໂລຕາແມັດ ດ້ວຍເຕັກນິກ ວິທີການກວດກາທໍລະນີສາດ ແລະ ເກັບຕົວຢ່າງໄປວິໄຈຫາຄຸນນະພາບແຮ່ທາດ ໃນເນື້ອທີ່ທັງໝົດທີ່ໄດ້ສຶກສາ ແລະ ສາມາດກຳນົດຂອບເຂດເນື້ອທີ່ເປັນເປົ້າໝາຍທາງດ້ານແຮ່ທາດ ໃນເນື້ອທີ 28,28 ກິໂລຕາແມັດ ໃນນີ້ໄດ້ແບ່ງອອກເປັນ 2 ເຂດເນື້ອທີ່ ໂດຍໄດ້ຮັບໃບອະນຸຍາດຂຸດຄົ້ນແຮ່ທາດ (ແບບທົດລອງ) ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ຈະດຳເນີນການເປັນເວລາ ໍ36 ເດືອນ ນັບແຕ່ວັນທີ 21/01/2022 – 20/01/2025.

    ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ພ້ອມຄະນະກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຄງການເຂືອນໄຟຟ້າ ນ້ຳງື່ມ 4 ໂຄງການເຂື່ອນ ໄຟຟ້ານ້ຳງື່ມ 4 ແມ່ນຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງລາວ ເຊີ່ງຫ່າງຈາກນະຄອນຫຼວງວຽງຈັນ 480 ກິໂລແມັດ. ສະຖານທີ່ກໍ່ສ້າງແມ່ນແຍກອອກ 2ສະຖານທີຄື ເຂືອນ ແລະ ເຮືອນຈັກ ທັງສອງສະຖານທີແມ່ນຫ່າງຈາກໂພນສະຫວັນ ເມຶອງແປກ 40 ກິໂລແມັດ ແລະ 60 ກິໂລແມັດ ຕາມລຳດັບ. ອ່າງເກັບນຳ້ແມ່ນກວມເອົາພື້ນທີ່ໃນເຂດແມືອງແປກ ແລະ ເມືອງພູກູດ. ສ່ວນສະຖານທີຕັ້ງເຂື່ອນແມ່ນຢູ່ບ້ານ ຊາຍ, ສະຖານທີ່ເຮືອນຈັກ ແມ່ນຕັ້ງຢູ່ບ້ານ ຊຽງງາ,ເມຶອງພູກູດ ສ່ວນສາຍສົ່ງ 230 ກິໂລໂວນ ເປັນວົງຈອນຄູ່ ທີ່ມີຄວາມຍາວ 32.5 ກິໂລເເມັດ ຫາສະຖານນີ 500 ກິໂລໂວນ ນາເພຍ ເຊີ່ງໂຄງການດັງກ່າວເປັນຂອງ ລັດວິສາຫະກິດ ໄຟຟ້າລາວ ມີກຳລັງຕິດຕັ້ງ 240 ເມກາວັດ ພະລັງງານ ສະເລ່ຍຕໍ່ປີ 872 ຈີກາວັດໂມງ ເຊິ່ງປຈຸບັນການກໍ່ສ້າງມີຄວາມຄືບໜ້າໂຄງການມາຮອດເດືອນ ພະຈີກ 2022 ແມ່ນສຳເລັດ 85,56%.

    ການພັດທະນາການຂຸດຄົ້ນແຮ່ຫາຍາກ ຢູ່ບັນດາທ້ອງຖິ່ນຂອງແຂວງຊຽງຂວາງ ແມ່ນໂຄງການຊຶ່ງນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະ ເປັນມິດກັບສິ່ງແວດ; ຈະເປັນເງື່ອນໄຂ ແລະ ສ່ວນປະກອບທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກຳພະລັງງານ ແລະ ອຸດສາຫະກຳແຮ່ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ປະເທດຊາດ ສິ່ງສຳຄັນແມ່ນການມີສ່ວນຮ່ວມໃນການພັດທະນາພື້ນຖານໂຄງລ່າງ, ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ການພັດທະນາເສດຖະກິດສິນຄ້າ ແລະ ໃນແງ່ອື່ນໆ ຊຶ່ງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນຍຸດທະສາດການພັດທະນາແຮ່ຫາຍາກຢູ່ ສປປ ລາວ.

    ຂ່າວຈາກ: ຂ່າວສານພະລັງງານ-ບໍ່ແຮ່

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.