ຂປລ. ວັນທີ 5 ທັນວາ 2022 ຜ່ານມາ, ທີ່ມາລາກັນນັງ (Malacañan) ທຳນຽບປະທານາ ທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ນະຄອນຫລວງມະນິລາ, ທ່ານ ສອນໄຊ ວັນນະໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍ (H.E. Ferdinand Romualdez Marcos Jr.) ປະທານາທິບໍດີ ແຫ່ງ
ສາທາລະນະລັດ ຟິລິບປິນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດ ຟິລິບປິນ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ
ລາວ ເຖິງ ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ລັດຖະບານ ແລະ ປະຊາຊົນຟິລິບປິນ ທຸກຖ້ວນໜ້າ.
ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດຈູເນຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ສອນໄຊ ວັນນະໄຊ ທີ່ໄດ້ຮັບການແຕ່ງຕັ້ງຈາກ ປະທານປະເທດໃຫ້
ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດຟິລິບປິນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ
ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນທຸກປະການ.
ພ້ອມນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດນີ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່
ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ແກ່ ສປປ ລາວ ໃນໄລຍະຜ່ານມາ ທາງດ້ານການພັດທະນາຊັບພະຍາກອນມະນຸດ, ດ້ານມະນຸດສະທຳ ໄພນໍ້າຖ້ວມ ແລະ ອື່ນໆ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ
ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ຟີລິບປິນ ທີ່ມີມູນເຊື້ອອັນດີງາມມາດົນນານແລ້ວ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດ ແດ່ທ່ານ ະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ຄວາມວັດຖະນາຖາວອນຂອງປະຊາຊົນ ຟິລິບປິນ ທູກຖ້ວນໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ, ໃນວັນທີ 14 ມັງກອນ 1955.
ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ